ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຄວາມຮຸນແຮງກ່ອນການເລືອກຕັ້ງ ໃນອັຟການິສຖານ


ພະນັກງານ ຄະນະກຳມະການເລືອກຕັ້ງ ອິດສະຫຼະ ຂອງອັຟການິສຖານ ພວມຂົນຫີບບັດ ໃສ່ລົດບັນທຸກ ໄປແຈກຢາຍຕາມໜ່ວຍປ່ອນບັດຕ່າງໆ
ພະນັກງານ ຄະນະກຳມະການເລືອກຕັ້ງ ອິດສະຫຼະ ຂອງອັຟການິສຖານ ພວມຂົນຫີບບັດ ໃສ່ລົດບັນທຸກ ໄປແຈກຢາຍຕາມໜ່ວຍປ່ອນບັດຕ່າງໆ

ເຈົ້າໜ້າທີອັຟການິສຖານ ກ່າວວ່າ ພວກກະບົດທາລີບານ ໄດ້ລັກພາໂຕ 19 ຄົນ ຮວມທັງຜູ້ສະມັກຄົນນຶ່ງ ແລະເຈົ້າ ໜ້າທີ່ເລືອກຕັ້ງ ອີກຫຼາຍໆຄົນ ນຶ່ງມື້ກ່ອນການປ່ອນບັດ ໃນການເລືອກຕັ້ງ ສະພາແຫ່ງຊາດ ຢູ່ໃນທົ່ວປະເທດ ຈະມີຂຶ້ນ.

ໂຄສົກຄົນນຶ່ງຂອງຄະນະກຳມະການເລືອກຕັ້ງອິດສະຫຼະ ຂອງອັຟການິສຖານ ໃຫ້ການຢືນຢັນ ໃນວັນສຸກມື້ນີ້ວ່າ ມີການລັກພາໂຕ ຜູ້ສະມັກຄົນນຶ່ງ ທີ່ແຂວງ Laghman ໃນພາກຕາເວັນອອກຂອງອັຟການິສຖານ. ນອກນັ້ນແລ້ວ ຍັງມີລາຍງານວ່າ ມີເຈົ້າໜ້າທີ່ເລືອກຕັ້ງ 8 ຄົນ ແລະພະນັກງານ ໂຄສະນາຫາສຽງອີກ 10 ຄົນ ຢູ່ທີ່ແຂວງ Badghis ໄດ້ຖືກລັກພາໂຕໄປ.

ພວກຫົວຮຸນແຮງທາລີບານ ໄດ້ສັງຫານຜູ້ສະມັກແລ້ວ ຢ່າງນ້ອຍ 3 ຄົນ ແລະພະນັກງານ ໂຄສະນາຫາສຽງ ອີກຫຼາຍໆຄົນ ກ່ອນໜ້າການປ່ອນບັດ ໃນມື້ວັນເສົານີ້. ພວກຫົວຮຸນແຮງຈຸ ນີ້ຍັງຂູ່ວ່າ ຈະທຳການໂຈມຕີ ຢູ່ໃນທົ່ວປະເທດ ດັ່ງທີ່ໄດ້ກະທຳ ໃນລະຫວ່າງການເລືອກຕັ້ງ ປະທານາທິບໍດີ ປີກາຍນີ້ ໃນຄວາມພະຍາຍາມ ເພື່ອຂົ່ມຂູ່ພວກປ່ອນບັດ.

ຖະໜົນຫົນທາງສາຍຕ່າງໆ ໃນນະຄອນຫຼວງກາບູລ ສ່ວນໃຫຍ່ແລ້ວແມ່ນງຽບສະຫງົບໃນ ວັນສຸກມື້ນີ້ ຂະນະທີ່ຕຳຫຼວດ ຕັ້ງປ້ອມກວດພິເສດຂຶ້ນ ແລະຢຸດລົດ ທີ່ແລ່ນຜ່ານໄປມາ ຕາມເສັ້ນທາງສຳຄັນໆ ເພື່ອທຳການກວດຄົ້ນ.

ຈະມີການສົ່ງກຳລັງທະຫານ ແລະຕຳຫຼວດອັຟການິສຖານ 250,000 ຄົນ ທີ່ໄດ້ຮັບການ ໜຸນຫຼັງ ຈາກກຳລັງນາໆຊາດ ເຂົ້າປະຈຳການ ໃນລະຫວ່າງການເລືອກຕັ້ງ.

ເຖິງຢ່າງນັ້ນກໍຕາມ ເຈົ້າໜ້າທີ່ເລືອກຕັ້ງເວົ້າວ່າ ປະມານ 15% ຂອງສູນກາງປ່ອນບັດ ທີ່ມີທັງໝົດ ຫຼາຍກວ່າ 6,000 ໜ່ວຍ ຈະບໍ່ໄດ້ເປີດ ຍ້ອນບໍ່ມີການຮັກສາ ຄວາມປອດໄພ ພຽງພໍ.

XS
SM
MD
LG