ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອັຟການິສຖານຕຳໜິ ແຜນຖອນທະຫານ ສຫລ


ປະທານາທິບໍດີ ອັຟການິສຖານ ທ່ານຮາມິດ ກາໄຊ ໄດ້ຕຳໜິຕິຕຽນ ແຜນການຂອງປະທານາທິບໍດີ ບາຣັກ ໂອບາມາ ທີ່ຈະເລີ້ມຖອນ ທະຫານອະເມຣິກັນ ອອກ ຈາກອັຟການິສຖານ ໃນເດືອນກໍລະກົດ ປີໜ້າ.

ທ່ານກາໄຊ ກ່າວຕໍ່ຄະນະຜູ້ແທນ ຂອງລັດຖະສະພາ ສະຫະລັດ ທີ່ເດີນທາງໄປຢ້ຽມຢາມ ໃນວັນພະຫັດ ວານນີ້ວ່າ ກຳນົດເວລາຕາຍໂຕ ໃນການເລີ້ມຖອນ ທະຫານອະເມຣິກັນ ອອກຈາກອັຟການິສຖານ ຂອງປະທານາທິບໍດີໂອບາມາ ໃນເດືອນກໍລະກົດ ປີ 2011 ນັ້ນ ເຮັດໃຫ້ພວກກະບົດ ມີຂວັນດີຂຶ້ນ.

ຜູ້ບັນຊາການ ທະຫານມາຣີນຂອງສະຫະລັດ ນາຍພົນ James Conway ກໍໄດ້ໃຫ້ຄວາມ ເຫັນ ທີ່ຄ້າຍຄືກັນ ໃນຕົ້ນອາທິດນີ້ ໂດຍກ່າວຕໍ່ກອງປະຊຸມ ຖະແຫຼງຂ່າວວ່າ ກຳນົດວັນເວລາ ໃນການຖອນທະຫານ ຂອງປະທານາທິບໍດີ ໂອບາມານັ້ນ ບາງທີອາດເຮັດໃຫ້ ສັດຕູຂອງພວກເຮົາ ມີຊີວິດຢູ່ໄດ້.

ແຕ່ນອກນັ້ນແລ້ວ ນາຍພົນ Conway ຍັງເວົ້າວ່າ ພວກຫົວຮຸນແຮງ ທາລີບານ ໃນອັຟກາ ນິສຖານ ຈະຕ້ອງຕື່ນຕົກໃຈ ເມື່ອພວກເຂົາຮູ້ສຶກວ່າ ທະຫານອະເມຣິກັນ ຈະສືບຕໍ່ ທຳການສູ້ລົບ ກັບພວກເຂົາ ເປັນກຸ່ມໃຫຍ່ໆ.

ປະທານາທິບໍດີກາໄຊ ກ່າວຕໍ່ບັນດາ ສະມາຊິກລັດຖະສະພາ ສະຫະລັດ ທີ່ໄປຢ້ຽມຢາມວ່າ ກຳລັງຂອງອົງການເນໂຕ້ ແລະອັຟການິສຖານ ລົ້ມລຸກຄຸກຄານ ໃນການຕໍ່ສູ້ກັບພວກກໍ່ ການຮ້າຍ. ທ່ານໄດ້ຖິ້ມໂທດ ກ່ຽວກັບ ການບໍ່ປະສົບ ຄວາມກ້າວໜ້າ ໃສ່ການບາດເຈັບລົ້ມຕາຍ ຂອງພົນລະເຮືອນ ໃນການປະຕິບັດງານ ຂອງອົງການເນໂຕ້ ແລະການສືບຕໍ່ລົບລີ້ ຂອງພວກຫົວຮຸນແຮງ ໃນເຂດແດນ ຂອງປາກິສຖານ ທີ່ຍັງຍັງມີຢູ່ຕໍ່ມານັ້ນ.

XS
SM
MD
LG