ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ADB ຈະສຶກສາ ຄວາມເປັນໄປໄດ້ ໃນການສ້າງທາງລົດໄຟ ເຊື່ອມຕໍ່ຈີນ-ລາວ-ໄທ


ດ່ານກວດຢູ່ຊາຍແດນລາວ-ຈີນ, ໃນພາກເໜືອຂອງລາວຊຶ່ງເປັນຈຸດນຶ່ງນອນຢູ່ໃນໄລຍະຂອງເສັ້ນທາງລົດໄຟ
ເຊື່ອມຕໍ່ຈາກຈັງຫວັດຊຽງລາຍໃນພາກເໜືອຂອງໄທໄປທີ່ແຂວງບໍ່ແກ້ວແລະຫລວງນໍ້າທາແລ້ວຕໍ່ໄປຍັງມົນທົນ
ຢູນານຂອງຈີນ ຊຶ່ງເຈົ້າໜ້າທີ່ຂັ້ນສູງກຸ່ມນຶ່ງຂອງໄທຢືນຢັນວ່າມີຄວາມເປັນໄປໄດ້ສູງ
ດ່ານກວດຢູ່ຊາຍແດນລາວ-ຈີນ, ໃນພາກເໜືອຂອງລາວຊຶ່ງເປັນຈຸດນຶ່ງນອນຢູ່ໃນໄລຍະຂອງເສັ້ນທາງລົດໄຟ ເຊື່ອມຕໍ່ຈາກຈັງຫວັດຊຽງລາຍໃນພາກເໜືອຂອງໄທໄປທີ່ແຂວງບໍ່ແກ້ວແລະຫລວງນໍ້າທາແລ້ວຕໍ່ໄປຍັງມົນທົນ ຢູນານຂອງຈີນ ຊຶ່ງເຈົ້າໜ້າທີ່ຂັ້ນສູງກຸ່ມນຶ່ງຂອງໄທຢືນຢັນວ່າມີຄວາມເປັນໄປໄດ້ສູງ

ທະນາຄານພັດທະນາແຫ່ງເອເຊຍຈະດຳເນີນການສຶກສາຄວາມເປັນໄປໄດ້ຂອງໂຄງການ ເຊື່ອມຕໍ່ທາງລົດໄຟລະຫວ່າງຈີນ-ລາວ-ໄທ ທີ່ຢູ່ຂະນານກັບທາງເລກ 3 ໃນແຂວງຫຼວງນໍ້າ ທາ, ທາງພາກເໜືອຂອງລາວ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງຄົມມະນາຄົມຂອງໄທໄດ້ໃຫ້
ການຢືນຢັນວ່າ ໂຄງການເຊື່ອມຕໍ່ທາງລົດໄຟລະຫວ່າງໄທ
-ລາວແລະຈີນ ອີກເສັ້ນທາງນຶ່ງທີ່ມີຄວາມເປັນໄປໄດ້ສູງ ກໍ
ຄືເສັ້ນທາງທີ່ເຊື່ອມຕໍ່ຈາກຈັງຫວັດຊຽງລາຍໃນພາກເໜືອ
ຂອງໄທໄປທີ່ແຂວງບໍ່ແກ້ວ ແລະຫລວງນໍ້າທາໃນພາກເໜືອ
ຂອງລາວ ແລ້ວຕໍ່ໄປຍັງມົນທົນຢູນານຂອງຈີນ.

ໂດຍການເຊື່ອມຕໍ່ທາງລົດໄຟຕາມເສັ້ນທາງດັ່ງກ່າວນີ້ ຈະ
ເປັນການສ້າງທາງລົດໄຟທີ່ຄູ່ຂະໜານກັນກັບຖະໜົນເລກ
3 ໃນແຂວງບໍ່ແກ້ວ ແລະຫຼວງນໍ້າທາຂອງລາວທີ່ມີການ
ເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງລະຫວ່າງຈີນ-ລາວ ແລະໄທ ຢູ່ແລ້ວໃນປັດຈຸບັນນີ້.

ເສັ້ນທາງເລກ 3 ທີ່ເຊື່ອມຕໍ່ແຂວງຫລວງນໍ້າທາ ທາງພາກເໜືອຂອງລາວໃສ່ມົນທົນຢູນານຂອງຈີນ
ເສັ້ນທາງເລກ 3 ທີ່ເຊື່ອມຕໍ່ແຂວງຫລວງນໍ້າທາ ທາງພາກເໜືອຂອງລາວໃສ່ມົນທົນຢູນານຂອງຈີນ

ແຕ່ຢ່າງໃດກໍຕາມ ເນື່ອງຈາກ
ວ່າທາງການຈີນ-ລາວ ແລະໄທ
ໄດ້ໃຫ້ບຸລິມະສິດແກ່ການເຊື່ອມ
ຕໍ່ທາງລົດໄຟໃນເສັ້ນທາງຄຸນໝິງ
-ຫຼວງນໍ້າທາ-ອຸດົມໄຊ-ຫລວງ
ພະບາງ-ວຽງຈັນ-ໜອງຄາຍ-
ບາງກອກໄປແລ້ວ ຈຶ່ງເຮັດໃຫ້
ຕ້ອງນຳສະເໜີໂຄງການເຊື່ອມ
ຕໍ່ທາງລົດໄຟທີ່ຄູ່ຂະໜານກັນ
ກັບຖະໜົນເລກ 3 ດັ່ງກ່າວນີ້
ເພື່ອໃຫ້ທະນາຄານພັດທະນາເອເຊຍ (ADB) ພິຈາລະນາໃຫ້ການສະໜັບສະໜູນຕໍ່ໄປ ດັ່ງ
ທີ່ເຈົ້າໜ້າທີ່ຂັ້ນສູງຂອງໄທໄດ້ໃຫ້ການຢືນຢັນວ່າ:

“ເສັ້ນທີ່ເຊື່ອມຈາກຊຽງລາຍຂຶ້ນໄປເພື່ອໄປສູ່ຢູນານ ຊຶ່ງເສັ້ນນີ້ກໍ່ຈະຂະໜານກັບ
ເສັ້ນທາງທີ່ເຮົາຮຽກວ່າ R3 ຫຼືສະ ພານມິດຕະພາບລາວ-ໄທ ແຫ່ງທີ່ 4 ຊຽງ
ຂອງ-ຫ້ວຍຊາຍ ກໍ່ຈະເປັນອີກຈຸດນຶ່ງທີ່ສາມາດຂຶ້ນໄປຈີນ ແຕ່ໃນເວລານີ້ຍັງບໍ່
ໄດ້ຂໍ້ສະຫລຸບເພາະວ່າ ADB ຕ້ອງນໍາໄປປັບປຸງ​ເສຍກ່ອນ”.

ຫລ້າສຸດກໍ່ມີລາຍງານວ່າ ທາງການຈີນໄດ້ເລີ່ມລົງມືກໍ່ສ້າງທາງລົດໄຟຕາມໂຄງການເຊື່ອມຕໍ່
ທາງລົດໄຟກັບ ລາວນັບແຕ່ທ້າຍເດືອນຕຸລາມາແລ້ວ ໂດຍເປັນການເລີ່ມການກໍ່ສ້າງຈາກ
ເຂດສິບສອງພັນນາໃນມົນທົນຢູນານເພື່ອ ຈະຕໍ່ມາຍັງຊາຍແດນລາວທີ່ບໍ່ເຕັນໃນແຂວງ
ຫລວງນໍ້າທາຜ່ານ ແຂວງອຸດົມໄຊ-ແຂວງຫລວງພະບາງ-ແຂວງວຽງຈັນ ແລະນະຄອນ
ວຽງຈັນ ຕາມລຳດັບ ຊຶ່ງຈະມີໄລຍະທາງຍາວລວມເຖິງ 530 ກິໂລແມັດ ຊຶ່ງຄາດວ່າຈະ
ໃຊ້ເວລາບໍ່ເກີນ 5 ປີ ກໍຈະກໍ່ສ້າງແລ້ວສໍາເລັດໃນຕະຫຼອດເສັ້ນທາງ.

ທາງການລາວແລະຈີນເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ໃນທ້າຍປີ 2010 ສໍາລັບໂຄງການ ກໍ່ສ້າງທາງລົດໄຟເຊື່ອມຕໍ່ເຂດສິບສອງພັນນາໃນ ມົນທົນຢູນານໃສ່ນະຄອນວຽງຈັນ, ລາວ
ທາງການລາວແລະຈີນເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ໃນທ້າຍປີ 2010 ສໍາລັບໂຄງການ ກໍ່ສ້າງທາງລົດໄຟເຊື່ອມຕໍ່ເຂດສິບສອງພັນນາໃນ ມົນທົນຢູນານໃສ່ນະຄອນວຽງຈັນ, ລາວ

ທາງການຈີນໄດ້ຕົກລົງຮ່ວມມືກັບ
ທາງການລາວເຂົ້າໃນການພັດ
ທະນາ ແລະກໍ່ສ້າງທາງລົດໄຟ
ໃນລາວ ເພື່ອເຊື່ອມຕໍ່ກັບຈີນ
ແລະອາຊຽນເມື່ອບໍ່ນານມານີ້
ໂດຍມີການຈັດຕັ້ງບໍລິສັດຮ່ວມ
ທຶນຂຶ້ນມາດຳເນີນການຮ່ວມ
ກັນ. ຫາກແຕ່ວ່າ ໃນສ່ວນ
ຂອງເງິນທຶນ ແລະເທັກນິກ
ຕ່າງໆ ທີ່ຈະນຳໃຊ້ເຂົ້າໃນການ
ກໍ່ສ້າງທາງລົດໄຟ ຊຶ່ງລວມໄປ
ເຖິງຫົວຈັກລົດໄຟ ແລະຂະ
ບວນລົດໄຟອີກດ້ວຍນັ້ນ ຈະ
ມາຈາກຝ່າຍຈີນທັງໝົດ ຊຶ່ງ
ຄາດວ່າຈະຕ້ອງໃຊ້ເງິນທຶນ ຄິດເປັນມູນຄ່າຫຼາຍກວ່າ 4,000 ລ້ານໂດລາ.

ທັງນີ້ເສັ້ນທາງລົດໄຟທີ່ທາງການຈີນໃຫ້ຄວາມສຳຄັນຫຼາຍທີ່ສຸດ ກໍຄືເສັ້ນທາງທີ່ເຊື່ອມ
ຕໍ່ຈາກດ່ານບໍ່ເຕັນໃນແຂວງຫຼວງນໍ້າທາ ຊຶ່ງຕິດຕໍ່ກັບຊາຍແດນຈີນທີ່ດ່ານບໍ່ຫານ ໃນ
ເຂດສິບສອງພັນນາ, ມົນທົນຢູນານ ເລື້ອຍລົງມາສູ່ນະຄອນວຽງຈັນ ແລ້ວເຊື່ອມຕໍ່ໄປ
ຍັງຈັງຫວັດໜອງຄາຍໃນພາກອີ່ສານຂອງໄທ ຕໍ່ມາຍັງບາງກອກ-ມາເລເຊຍ-ສິງກະໂປ
ຫຼືທີ່ເອີ້ນວ່າ ເສັ້ນທາງລົດໄຟອາຊຽນ-ຈີນນັ້ນເອງ.

ທາງດ້ານລັດຖະບານໄທກໍໄດ້ອະນຸມັດງົບປະມານໃນມູນຄ່າ 1,650 ລ້ານບາດ ຫຼືຫຼາຍ
ກວ່າ 420 ຕື້ກີບ ເພື່ອຊ່ວຍເຫຼືອລັດຖະບານລາວໃນການກໍ່ສ້າງທາງລົດໄຟທີ່ເຊື່ອມຕໍ່ ຈາກສະຖານີທ່ານາແລ້ງຕໍ່ໄປຍັງບ້ານຄຳສະຫວາດໃນເຂດ-ນະຄອນວຽງຈັນ ຊຶ່ງຈະເລີ້ມ ລົງມືກໍ່ສ້າງໃນຕົ້ນປີໜ້າເພື່ອໃຫ້ແລ້ວສຳເລັດແລະເປີດໃຊ້ໃຫ້ໄດ້ພາຍໃນປີ 2014 ເປັນ
ຢ່າງຊ້າ.

XS
SM
MD
LG