ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

4 ຝ່າຍຮັບຜິດຊອບ ໃນການສ້າງສັນຕິພາບ ຢູ່ພາກຕາເວັນອອກ ກາງ ຮຽກຮ້ອງໃຫ້ອິສຣາແອລ ຢຸດເຊົາ ການຕັ້ງບ້ານໃໝ່


4 ຝ່າຍຮັບຜິດຊອບ ໃນການສ້າງສັນຕິພາບ ຢູ່ພາກຕາເວັນອອກ ກາງ ຮຽກຮ້ອງໃຫ້ອິສຣາແອລ ຢຸດເຊົາ ການຕັ້ງບ້ານໃໝ່
4 ຝ່າຍຮັບຜິດຊອບ ໃນການສ້າງສັນຕິພາບ ຢູ່ພາກຕາເວັນອອກ ກາງ ຮຽກຮ້ອງໃຫ້ອິສຣາແອລ ຢຸດເຊົາ ການຕັ້ງບ້ານໃໝ່
<!-- IMAGE -->

ສະຫະຣັດ - ອິສຣາແອລ: ກຸ່ມຈັດຕັ້ງຈັດຕັ້ງ 4 ຝ່າຍ ຂອງນາໆຊາດ ຮັບຜິດຊອບ ກ່ຽວກັບ ການສ້າງສັນຕິພາບ ໃນພາກຕາເວັນອອກກາງ ຮຽກຮ້ອງໃຫ້ ອິສຣາແອລ ຢຸດເຊົາທຸກກິຈການ ຕັ້ງຖິ່ນຖານໃໝ່ ແລະຮຽກຮ້ອງໃຫ້ ອິສຣາແອລ ແລະປາແລສໄຕນ໌ ກັບຄືນເຂົ້າສູ່ ການເຈຣະຈາ ສັນຕິພາບ. ທ່ານ BAN KI MOON ເລຂາທິ ການໃຫຍ່ ອົງການສະຫະປະຊາຊາດ ໄດ້ອ່ານ ຖແລງການສະບັບນຶ່ງ ຂອງກຸ່ມ ຫລັງຈາກໄດ້ມີ ການເຈຣະຈາຫາຣືກັນ ທີ່ກຸງມົສກູ ໃນວັນສຸກມື້ ນີ້. ຖແລງການ ໄດ້ປະນາມຕື່ມອີກຕໍ່ແຜນການ ທີ່ຈະປຸກເຮືອນໃໝ່ 1ພັນ 600 ຫລັງ ຂອງອິສ ຣາແອລ ໃສ່ກຳຕາເວັນອອກ ຂອງນະຄອນເຈຣູຊາແລັມ ໂດຍເວົ້າວ່າ ການໂອນເອົາດິນ ແດນດັ່ງກ່າວ ເປັນຂອງອິສຣາແອລ ແມ່ນບໍ່ໄດ້ຖືກຮັບຮູ້ ໂດຍນາໆຊາດ. ກຸ່ມ 4 ຝ່າຍຫລື QUARTET ທີ່ປະກອບດ້ວຍ ສະຫະຣັດ ອົງການສະຫະປະຊາຊາດ ຣັດເຊັຽ ແລະສະຫະ ພາບຢູໂຣບ ຍັງໄດ້ຮຽກຮ້ອງໃຫ້ ເປີດການເຈຣະຈາສັນຕິພາບ ລະຫວ່າງອິສຣາແອລ ແລະ ປາແລສໄຕນ໌ ຄືນໃໝ່ ໂດຍຕັ້ງເປົ້າໝາຍ ໃນການບັນລຸການຕົກລົງກັນຂັ້ນສຸດທ້າຍ ພາຍ ໃນເວລາ 2 ປີ.

<!-- IMAGE -->

ອັຟການິສຖານ: ອະດີດຜູ້ຕາງໜ້າ ຂອງອົງການ ສະຫະປະຊາຊາດ ປະຈຳອັຟການິສຖານໄດ້ຕຳໜິ ຕິຕຽນຕໍ່ການຈັບ ພວກຜູ້ນຳກຸ່ມທາລີບານ ຂອງປາ ກິສຖານ ໂດຍເວົ້າວ່າ ການເຄື່ອນໄຫວ ດັ່ງກ່າວນີ້ ເຮັດໃຫ້ການເຈຣະຈາ ຢ່າງເປັນທາງລັບ ລະຫວ່າງ ອົງການສະຫະປະຊາຊາດ ແລະກຸ່ມທາລີບານຢຸດ ຊະງັກລົງ. ທ່ານ KAI EIDE ກ່າວຕໍ່ວິທຍຸ BBC ວ່າ ທ່ານໄດ້ຕິດຕໍ່ ກັບສະມາຊິກອະວຸໂສ ຂອງກຸ່ມ ທາລີບານ ດ້ວຍຕົວທ່ານເອງ ແລະໂດຍຜ່ານທາງ ຈົດໝາຍ ເລີ້ມປະມານນຶ່ງປີຜ່ານມາແລ້ວ. ແຕ່ທ່ານ ເວົ້າວ່າ ຂັ້ນຕອນດັ່ງກ່າວໄດ້ຢຸດຊະງັກລົງ ເວລາປາ ກິສຖານ ຈັບຜູ້ນຳຂອງກຸ່ມທາລີບານ 2 ຄົນ ໃນເດືອນກຸມພາຜ່ານມາ. ການໃຫ້ທັສນະດັ່ງ ກ່າວນີ້ ແມ່ນເປັນເທື່ອທຳອິດ ທີ່ທ່ານ EIDE ຜູ້ຊຶ່ງໄດ້ລາອອກຈາກຕຳແໜ່ງຂອງທ່ານໃນ ຕົ້ນເດືອນນີ້ ໄດ້ຮັບຮູ້ ຢ່າງເປັນການເປີດເຜີຍກ່ຽວກັບການຕິດຕໍ່ ກັບພວກທາລີບານ. ທ່ານ ບໍ່ໄດ້ແຈ້ງໃຫ້ຊາບວ່າ ການພົບປະທີ່ວ່ານີ້ ມີຂຶ້ນຢູ່ໃສ ແຕ່ກ່າວວ່າ ການສົນທະນາຫາຣື ດັ່ງກ່າວ ຕ້ອງໄດ້ຮັບການອະນຸມັດ ຈາກຜູ້ກໍ່ຕັ້ງ ແລະຫົວໜ້າ ກຸ່ມທາລີບານ ຄື MULLAH MUHAMMAD OMAR ນັ້ນ.

<!-- IMAGE -->

ຈີນ - ສະຫະຣັດ: ອີກຄັ້ງນຶ່ງຈີນຮຽກຮ້ອງໃຫ້ ສະຫະຣັດ ຢ່າໄດ້ເອົາ ບັນຫາຂັດແຍ້ງ ກ່ຽວກັບ ຄ່າເງິນຢວນ ຂອງຕົນ ໃຫ້ກາຍເປັນ ເຣື່ອງການ ເມືອງ. ໃນການຖແລງຕໍ່ພວກນັກຂ່າວທີ່ນະຄອນ ຫລວງປັກກິ່ງ ໃນວັນສຸກມື້ນີ້ ທ່ານ HE NING ເຈົ້າໜ້າທີ່ກະຊວງການຄ້າຂອງຈີນ ໄດ້ປະຕິເສດ ຕໍ່ຂໍ້ສເນີ ຂອງສະມາຊິກສະພາສູງສະຫະຣັດກຸ່ມ ນຶ່ງທີ່ຢາກໃຫ້ລົງໂທດຈີນ ຖ້າຈີນຫາກບໍ່ຍອມຂຶ້ນ ຄ່າເງິນຢວນຂອງຕົນ. ທ່ານ HE NING ກ່າວ ວ່າ ມາຕການດັ່ງກ່າວແມ່ນເປັນການຣົບກວນຂອງພາຍນອກ ທີ່ອາດເຮັດໃຫ້ການເຈຣະຈາ ກ່ຽວກັບເຣື່ອງນີ້ ມີຄວາມສະລັບຊັບຊ້ອນ ເພີ້ມຂຶ້ນ. ຄວາມເຄັ່ງຕຶງ ລະຫວ່າງປັກກິ່ງ ແລະ ວໍຊິງຕັນ ກ່ຽວກັບຄ່າ ຂອງເງິນຢວນ ໄດ້ເພີ້ມທະວີຂຶ້ນ ໃນໄລຍະສອງສາມອາທິດຜ່ານມາ ນີ້. ສະຫະຣັດໄດ້ກ່າວຫາຈີນວ່າ ພະຍາຍາມຮັກສາຄ່າເງິນຢວນ ໃຫ້ຕຳກວ່າສະພາບການ ທີ່ເປັນຈິງ ເພື່ອເຮັດໃຫ້ສິນຄ້າຂອງຈີນ ມີຣາຄາຖືກ ຢູ່ໃນຕລາດໂລກ.

<!-- IMAGE -->

ອິນໂດເນເຊັຽ - ສະຫະຣັດ: ເຈົ້າໜ້າທີ່ອິນ ໂດເນເຊັຽ ແລະອອສເຕຣເລັຽກ່າວວ່າ ຕົນເຂົ້າ ໃຈດີ ກ່ຽວກັບ ການຕັດສິນໃຈ ຂອງປະທານາ ທິບໍດີສະຫະຣັດ ທ່ານ BARACK OBAMA ທີ່ຕ້ອງໄດ້ເລື່ອນ ການເດີນທາງ ໄປຢ້ຽມຢາມ ປະເທດທັງ 2 ນັ້ນ. ໃນຂັ້ນຕົ້ນປະທານາທິບໍດີ OBAMA ມີແຜນການ ທີ່ຈະເດີນທາງໄປຢ້ຽມ ຢາມອິນໂດເນເຊັຽ ໃນມື້ວັນອາທິດ ແຕ່ທ່ານ ຕ້ອງໄດ້ຢູ່ ທີ່ນະຄອນຫລວງວໍຊິງຕັນ ເພື່ອຊັກ ຊວນໃຫ້ບັນດາສະມາຊິກສະພາທີ່ຍັງມີຄວາມ ລັ່ງເລໃຈຢູ່ນັ້ນ ສນັບສນຸນ ຕໍ່ຮ່າງກົດໝາຍປະ ຕິຮູບ ຣະບົບຮັກສາສຸຂພາບ ຊຶ່ງກຳນົດ ຈະ ມີການລົງຄະແນນສຽງ ຢູ່ທີ່ສະພາຕຳ ສະຫະຣັດ ໃນມື້ນັ້ນ. ທ່ານ ROBERT GIBBS ໂຄສົກຂອງທຳນຽບຂາວ ກ່າວຕໍ່ພວກນັກຂ່າວ ໃນ ວັນພະຫັດວານນີ້ວ່າ ແຜນການເດີນທາງ ຂອງປະທານາທິບໍດີໄດ້ມີການຍ້າຍໄປໃສ່ເດືອນ ມິຖຸນາ. ທີ່ປຶກສາຄົນນຶ່ງ ຂອງປະທານາທິບໍດີ ອິນໂດເນເຊັຽ ທ່ານ SUSILO BAMBANG YUDHOYONO ກ່າວວ່າ ທ່ານໄດ້ສົ່ງສານ ສະບັບນຶ່ງ ໄປຍັງ ປະທານາທິບໍດີ OBAMA ເພື່ອຊຸກຍູ້ໃຫ້ທ່ານ ຢູ່ທີ່ນະຄອນຫລວງວໍຊິງຕັນ ເພັ່ງເລັງໃສ່ ການລົງຄະແນນສຽງ ກ່ຽວກັບ ຮ່າງກົດໝາຍ ວ່າດ້ວຍຣະບົບ ຮັກສາສຸຂພາບ.

<!-- IMAGE -->

ໄທ: ບັນດາຜູ້ນຳຂອງກຸ່ມຕໍ່ຕ້ານຣັຖບານໃນໄທ ພວມວາງແຜນ ທີ່ຈະຈັດການ ໂຮມຊຸມນຸມຄັ້ງ ໃຫຍ່ອີກເທື່ອນຶ່ງ ໃນຄວາມພະຍາຍາມ ເພື່ອຈະ ບີບບັງຄັບ ໃຫ້ນາຍົກຣັຖມຸນຕຣີ ອະພິຊິດ ເວດ ຊາຊີວະ ຮຽກໃຫ້ມີ ການເລືອກຕັ້ງຄັ້ງໃໝ່. ບັນ ດາຜູ້ນຳຂອງພວກປະທ້ວງເສື້ອແດງ ພວມວາງ ແຜນ ທີ່ຈະຈັດ ຂະບວນຣົດຂນາດໃຫຍ່ແຫ່ປະ ທ້ວງຜ່ານຖນົນຫົນທາງສາຍຕ່າງໆໃນບາງກອກ ໃນວັນເສົາມື້ອື່ນນີ້ ໃນຄວາມຫວັງ ເພື່ອຈະຮ້ອງ ຂໍຄວາມສນັບສນຸນເພີ້ມຕື່ມ ຈາກປະຊາຊົນ. ໃນ ມື້ວັນອາທິດແລ້ວ ມີພວກປະທ້ວງ ຫຼາຍກວ່າ 1 ແສນຄົນຈາກທົ່ວປະເທດໄທ ໄດ້ໄປໂຮມຊຸມນຸມ ກັນ ທີ່ບາງກອກ ແຕ່ເວລານີ້ຈຳນວນຂອງພວກ ປະທ້ວງ ໄດ້ຫລຸດລົງເຫລືອຢູ່ແຕ່ ຫລາຍສິບພັນຄົນທໍ່ນັ້ນ. ພວກປະທ້ວງສ່ວນໃຫຍ່ ແມ່ນ ມາຈາກເຂດຊົນນະບົດ ທີ່ທຸກຍາກ ສອກຫລີກຫ່າງໄກຂອງໄທ ແລະເປັນພວກສນັບສນຸນ ອະດີດນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດ ທີ່ໄດ້ຖືກໂຄ່ນລົ້ມ ໃນການກໍ່ຣັຖປະຫານ ໂດຍພວກທະຫານ ໃນປີ 2006 ຍ້ອນຖືກກ່າວຫາວ່າ ສໍ້ຣາດບັງຫລວງ. ນອກນັ້ນແລ້ວ ພວກນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຊຶ່ງຄັດຄ້ານ ຕໍ່ການມີບົດບາດ ຂອງພວກທະຫານ ຢູ່ໃນຣັຖບານ ກໍໄດ້ພາກັນເຂົ້າຮ່ວມ ໃນການໂຮມຊຸມນຸມປະທ້ວງ ທີ່ບາງກອກ.

<!-- IMAGE -->

ຍີ່ປຸ່ນ - ປາທູນາ: ນາຍົກຣັຖມຸນຕຣີຍີ່ປຸ່ນທ່ານ YUKIO HATOYAMA ກ່າວວ່າ ທ່ານມີຄວາມ ດີໃຈທີ່ຂໍ້ສເນີ ຫ້າມບໍ່ໃຫ້ສົ່ງອອກ ປາທູນາ ຈາກ ເຂດມະຫາສະມຸດ ອັດລັນຕິກ ໄດ້ຮັບຄວາມປລາ ຊັຍ. ການຫ້າມສົ່ງອອກປາທູນາ ໄດ້ຖືກປະຕິເສດ ໃນວັນພະຫັດວານນີ້ໃນລະຫວ່າງກອງປະຊຸມນາໆ ຊາດ ວ່າດ້ວຍການຄ້າສັດແລະພືດທີ່ກຳລັງຈະສູນ ພັນທີ່ເອີ້ນຫຍໍ້ເປັນພາສາອັງກິດວ່າ CITES ທີ່ໄດ້ ຮັບ ການສນັບສນຸນ ຈາກອົງການສະຫະປະຊາ ຊາດ ທີ່ນະຄອນໂດຮາ ປະເທດກາຕ້າ. ມີແຕ່ 20 ປະເທດ ຂອງຈຳນວນທັງໝົດ 175 ປະເທດ ທີ່ເຂົ້າຮ່ວມປະຊຸມ ໄດ້ລົງຄະແນນສຽງ ເຫັນພ້ອມນຳການຫ້າມ ຮວມທັງສະຫະ ຣັດ ແລະນໍຣ໌ເວຍ. ປາທູນາບລູຟິນ ຈາກເຂດມະຫາສະມຸດ ອັດລັນຕິກ ສ່ວນໃຫຍ່ແລ້ວ ແມ່ນໃຊ້ໃນການປຸງແຕ່ງອາຫານຍີ່ປຸ່ນ ເຊັ່ນ SUSHI ແລະ SASHIMI ເປັນຕົ້ນ. ພວກ ນັກປົກປ້ອງ ສະພາບແວດລ້ອມ ກ່າວວ່າ ການຈັບປາທູນາ ເກີນຂອບເຂດ ເປັນພັຍຂົ່ມຂູ່ ຕໍ່ການຢູ່ລອດ ຂອງປາດັ່ງກ່າວ ແຕ່ຍີ່ປຸ່ນແລະປະເທດອື່ນໆ ເວົ້າວ່າ ການຫ້າມທີ່ວ່ານີ້ ຈະ ສ້າງຄວາມເສັຽຫາຍ ຢ່າງຮ້າຍແຮງ ຕໍ່ເສຖກິດ ໃນການຫາປາ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG