ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ກຳລັງຂອງປາກິສຖານ ໄດ້ສັງຫານ ພວກຫົວຮຸນແຮງ 30 ຄົນ ໃນເຂດຊົນເຜົ່າ ທາງພາກຕາເວັນຕົກສຽງເໜືອ ຂອງປະເທດ


ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ກຳລັງຮັກສາ ຄວາມປອດພັຍ ຂອງປາກິສຖານ ໄດ້ສັງຫານພວກຫົວຮຸນແຮງ ປະມານ 30 ຄົນ ໃນວັນພະຫັດມື້ນີ້ຫລັງຈາກພວກເຂົາເຈົ້າໄດ້ຖືກ ໂຈມຕີ ໃນເຂດຊົນເຜົ່າ ໃກ້ໆຊາຍແດນ ອັຟກາ ນິສຖານ. ເຈົ້າໜ້າທີ່ເວົ້າວ່າ ມີທະຫານ ຄົນນຶ່ງ ເສັຽຊີວິດ ແລະອີກ 4 ຄົນ ໄດ້ຮັບບາດເຈັບ ໃນ ການປະທະກັນ ຢູ່ໃນເຂດ MOHMAND. ເຂດ MOHMAND ຕັ້ງຢູ່ຕິດ ກັບເຂດຊົນເຜົ່າ BA- JAUR ບ່ອນທີ່ ກອງທັບປາກິສຖານເວົ້າວ່າຕົນ ໄດ້ເສັດສິ້ນການປະຕິບັດງານ ປາບປາມພວກນັກຣົບຂອງກຸ່ມທາລີບານ ແລະກຸ່ມກໍ່ການ ຮ້າຍ ອາລກາຍດາ ເມື່ອໄວໆມານີ້. ພວກຜູ້ບັນຊາການທະຫານ ຂອງປາກິສຖານໄດ້ພາ ພວກນັກຂ່າວ ໄປເບິ່ງຕາໜ່າງຖຳ ຢູ່ໃນບໍຣິເວນດັ່ງກ່າວ ທີ່ພວກຫົວຮຸນແຮງໄດ້ໃຊ້ເປັນ ບ່ອນຫຼົບລີ້. ສະຫະຣັດ ໄດ້ໃຫ້ການສນັບສນຸນ ຕໍ່ການດຳເນີນ ຄວາມພະຍາຍາມ ຂອງ ປາກິສຖານ ທີ່ຈະກຳຈັດ ພວກນັກຣົບທາລີບານ ແລະກຸ່ມກໍ່ການຮ້າຍ ອາລກາຍດາ ໃຫ້ ໝົດສິ້ນໄປຈາກ ບໍຣິເວນຊາຍແດນ ຊຶ່ງພວກກ່ຽວ ໄດ້ທຳການໂຈມຕີ ຂ້າມຊາຍແດນເຂົ້າ ໄປໃນ ອັຟການິສຖານນັ້ນ.

ອີຣັກ: ການໂຈມຕີ ດ້ວຍຣະເບີດ ສະລະຊີບ ທີ່ໜ່ວຍປ່ອນບັດ 2 ແຫ່ງ ໃນນະຄອນຫລວງ ອີຣັກ ໃນວັນພະຫັດມື້ນີ້ ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 14 ຄົນເຄິ່ງນຶ່ງແມ່ນເປັນພວກທະ ຫານ ຂະນະທີ່ ພວກມີສິດປ່ອນບັດ ຈຳນວນ ນຶ່ງ ໄດ້ພາກັນ ໄປປ່ອນບັດລ່ວງໜ້າ ໃນການ ເລືອກຕັ້ງທົ່ວໄປ ຂອງອີຣັກ. ນອກນັ້ນແລ້ວ ຍັງມີອີກ ຢ່າງນ້ອຍ 25 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີທັງ 2 ຄັ້ງ ຊຶ່ງມີຂຶ້ນທັງໆທີ່ໄດ້ ມີການເພີ້ມ ການຮັກສາຄວາມປອດພັຍຢູ່ຕາມ ໜ່ວຍປ່ອນບັດຕ່າງໆ ໃນນະຄອນຫຼວງແບັກ ແດັດ. ການປ່ອນບັດ ກຳລັງມີຂຶ້ນສຳລັບພວກ ທີ່ບໍ່ສາມາດ ໄປປ່ອນບັດໄດ້ ໃນມື້ວັນອາທິດຈະມາ ຊຶ່ງໃນຈຳນວນນີ້ ແມ່ນຮວມທັງພວກ ທະຫານ ທີ່ຕ້ອງໄດ້ພາກັນເຮັດວຽກ ຂະນະທີ່ ໃນທົ່ວປະເທດ ມີການປ່ອນບັດ ພ້ອມໆກັນ ກັບພວກນັກໂທດ ແລະພວກຄົນເຈັບ ຢູ່ຕາມໂຮງໝໍຕ່າງໆ. ເຈົ້າໜ້າທີ່ໄດ້ເຕືອນວ່າ ພວກ ກະບົດ ອາດຈະເພີ້ມ ການໂຈມຕີ ໃນຄວາມພະຍາຍາມ ເພື່ອລົບກວນການປ່ອນບັດ ຊຶ່ງ ເປັນການເລືອກຕັ້ງ ສະພາແຫ່ງຊາດ ຄັ້ງທີ 2 ນັບແຕ່ອະດີດ ຈອມຜະເດັດການ SAD- DAM HUSSEIN ໄດ້ຖືກໂຄ່ນລົ້ມ ໃນປີ 2003.

ຈີນ: ໂຄສົກຄົນນຶ່ງ ຂອງສະພາປະຊາຊົນ ແຫ່ງຊາດຈີນກ່າວວ່າ ງົບປະມານທາງການ ຂອງ​ຝ່າຍທະຫານຂອງປະ​ເທດ ຈະເພີ້ມຂຶ້ນ 7.5% ໃນປີນີ້ ຊຶ່ງເປັນການເພີ້ມຂຶ້ນທີ່ຕຳທີ່ ສຸດ ໃນຮອບຫລາຍໆປີ. ທ່ານ LI ZHAO XING ໄດ້ປະກາດໃນວັນພະຫັດມື້ນີ້ວ່າ ງົບ ປະມານທາງດ້ານທະຫານ ສຳລັບປີ 2010 ຂອງຈີນ ຈະມີມູນຄ່າທັງໝົດ 77 ພັນ 900 ລ້ານໂດລາ. ການໃຊ້ຈ່າຍ ໃນດ້ານປ້ອງກັນ ປະເທດຂອງຈີນ ໃນປີກາຍນີ້ ແມ່ນປະມານ 72 ພັນລ້ານໂດລາ. ທ່ານ LI ເວົ້າວ່າ ຈີນ ມີຄວາມໝາຍໝັ້ນຕັ້ງໃຈ ຕໍ່ການພັທນາປະ​ເທດແບບສັນຕິ ແລະກອງທັບຂອງຈີນກໍເພັ່ງ ເລັງໃສ່ແຕ່ ເຣື່ອງປ້ອງກັນປະເທດ. ອົງການ ຂ່າວຊິນຫວາ ຂອງທາງການຈີນ ໄດ້ອ້າງຄຳເວົ້າ ຂອງທ່ານ LI ທີ່ກ່າວວ່າ ໂຕເລກການ ໃຊ້ຈ່າຍ ໃນດ້ານປ້ອງກັນປະເທດ ຍັງບໍ່ແມ່ນໂຕເລກຂັ້ນສຸດທ້າຍເທື່ອ ຈົນເທົ່າຮ່າງງົບປະ ມານໄດ້ຮັບການອະນຸດມັດ ຢູ່ທີ່ກອງປະຊຸມ ປະຈຳປີ ຂອງສະພາ ປະຊາຊົນແຫ່ງຊາດ ຂອງຈີນ ຊຶ່ງຈະໄຂຂຶ້ນ ໃນມື້ອື່ນນີ້.

ເກົາຫລີ: ເຈົ້າໜ້າທີ່ກອງທັບຂອງເກົາຫລີໃຕ້ກ່າວ ວ່າ ທະຫານຂອງຕົນໄດ້ຍິງປືນເຕືອນທະຫານເກົາ ຫລີເໜືອຈຸນຶ່ງ ໃນສັບປະດານີ້ທີ່ໄດ້ຂ້າມຊາຍແດນ ​ເຂົ້າມາ ໃນອັນທີ່ປາກົດວ່າ ເປັນການໄລ່ຕິດ ຕາມທະຫານເກົາຫລີເໜືອຄົນນຶ່ງ ທີ່ໄດ້ໂຕນໜີ. ສຳນັກງານ ເສນາທິການຮ່ວມ ຂອງເກົາຫລີໃຕ້ ກ່າວວ່າ ມີທະຫານເກົາຫລີເໜືອ 2 ຫາ 3 ຄົນ ໄດ້ຂ້າມເສັ້ນແບ່ງຊາຍແດນ ລະຫວ່າງປະເທດທັງ 2 ໃນມື້ວັນອັງຄານ ຜ່ານມາ ແຕ່ໄດ້ກັບຄືນເຂົ້າໄປ ໃນເຂດແດນຂອງຕົນ ຫລັງຈາກທະຫານເກົາຫລີໃຕ້ ໄດ້ປະກາດ​ເຕືອນ ແລະຍິງປືນເຕືອນ. ເຈົ້າໜ້າທີ່ທະ ຫານ ຂອງເກົາຫລີໃຕ້ ກ່າວວ່າ ມີຊາວເກົາຫລີເໜືອ ທີ່ໂຕນໜີມາຄົນນຶ່ງ ກຳລັງຖືກສອບ ປາກຄຳຢູ່ ໃນເວລານີ້. ເກົາຫລີໃຕ້ກ່າວວ່າ ມີຊາວເກົາຫລີເໜືອ ຫລາຍກວ່າ 16 ພັນຄົນ ໄດ້ໂຕນໜີ ໄປຍັງເກົາຫລີໃຕ້ ນັບແຕ່ສົງຄາມເກົາຫລີ ສິ້ນສຸດລົງ ໃນປີ 1953.

ສະຫະປະຊາຊາ - ມຽນມາ: ຜູ້ທີ່ໄດ້ຮັບລາງ ວັນໂນແບລ ຂແນງສັນຕິພາບ 2 ຄົນ ຈະພົບປະ ກັບເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ BAN KI MOON ທີ່ນະຄອນນິວຢອກ ໃນວັນອັງຄານມື້ນີ້ ເພື່ອຮ້ອງຂໍໃຫ້ ທ່ານ BAN ສນັບສນູນ ການຮຽກຮ້ອງ ຂອງພວກເຂົາເຈົ້າທີ່ ຢາກ​ໃຫ້ສົ່ງ​ເຣື່ອງຣາວ ກ່ຽວ​ກັບ ຄະນະຜູ້ນຳທະ ຫານ ຂອງມຽນມາ ໄປຍັງສານອາຊຍາກັມນາໆ ຊາດ. ທ່ານນາງ SHIRIN EBADI ແລະ JODY WILLIAMS ກ່າວວ່າ ຄະນະຜູ້ນຳພາ ທະຫານມຽນມາ ຄວນຈະຖືກຟ້ອງ ໃນຂໍ້ຫາກໍ່ ອາຊຍາກັມ ຕ້ານມະນຸສຊາດຍ້ອນ​ໄດ້ກໍ່ໂທດກັມ ຕໍ່ພວກແມ່ຍິງ ຕາມທີ່ໄດ້ມີ ການກ່າວຫາກັນນັ້ນ. ໃນມື້ວານນີ້ ຜູ້ທີ່ໄດ້ຮັບລາງວັນໂນແບລ ທັງສອງ ພ້ອມດ້ວຍ ພວກນັກຊ່ຽວຊານ ດ້ານສິດທິມະນຸດ ໄດ້ພິມເຜີຍແຜ່ ລາຍງານການ ພົບເຫັນ ຂອງສານອາຊຍາກັມນາໆຊາດ ກ່ຽວກັບການກໍ່ໂທດກັມ ຕໍ່ແມ່ຍິງຊາວມຽນມາ ຊຶ່ງໄດ້ຈັດໃຫ້ມີຂຶ້ນ ທີ່ນະຄອນນິວຢອກ ໃນສັບປະດານີ້.

ອິນເດັຽ: ມີບໍ່ຕ່ຳກວ່າ 63 ຄົນເສັຽຊີວິດ ແລະຜູ້ ຄົນອີກຈຳນວນນຶ່ງໄດ້ຮັບບາດເຈັບໃນ​ເຫດການ​ແຕກ​ຕື່ນ ຢຽບກັນຕາຍຄັ້ງໃຫຍ່ ທີ່ວັດແຫ່ງນຶ່ງ ຢູ່ໃນພາກເໜືອ ຂອງປະເທດອິນເດັຽໃນວັນພະ ຫັດມື້ນີ້. ຕຳຣວດ ກ່າວວ່າ ພວກທີ່ເສັຽຊີວິດ ແມ່ນຮວມທັງ ແມ່ຍິງແລະເດັກນ້ອຍ. ປະຊາ ຊົນ ຊາວອິນເດັຽ ຈຳນວນ ຫລາຍພັນຄົນ ໄດ້ ໄປເຕົ້າໂຮມກັນ ທີ່ວັດ RAM JANKI ໃນຣັດ UTTAR PRADESH ເພື່ອຮັບເອົາການແຈກ ເສື້ອຜ້າລ້າແລະສິ່ງຂອງອື່ນໆໃນລະຫວ່າງງານ ບຸນ ທີ່ວັດດັ່ງກ່າວ. ປາກົດ​ວ່າປະຕູທາງເຂົ້າໃຫຍ່ ຂອງວັດ ໄດ້ພັງລົງ ຊຶ່ງ​ພາ​ໃຫ້​ ມີການ​ແຕກ​ຕື່ນ ​ແລ່ນ​ໜີ​ແລະຢຽບກັນຕາຍ.

ຊີເລ່: ແຜ່ນດິນໄຫວທີ່ຕິດຕາມມາຢ່າງແຮງ 3 ຄັ້ງ ເຮັດໃຫ້ປະຊາຊົນ ໃນຊີເລ່ ພາກັນແລ່ນຂຶ້ນ ໄປຫາ ບ່ອນສູງ ບໍ່ເທົ່າໃດມື້ ຫລັງຈາກໄດ້ເກີດ ແຜ່ນດິນໄຫວຂນາດໃຫຍ່ ທີ່ເຮັດໃຫ້ ມີຜູ້ເສັຽຊີ ວິດໄປແລ້ວ ຫລາຍກວ່າ 800 ຄົນ. ແຜ່ນດິນ ໄຫວ ທີ່ຕິດຕາມມາທັງ 3 ຄັ້ງມີຄວາມແຮງປະ ມານ 6 ຈຸດ ແລະໄດ້ພາໃຫ້ ມີການເຕືອນພັຍ ຟອງຍັກສຶນາມິ ໃນມື້ວານນີ້ ທີ່ເມືອງ CON- CEPCION ຊຶ່ງໄດ້ເຮັດໃຫ້ ປະຊາຊົນ ພາກັນ ແລ່ນ ຂຶ້ນໄປຫາບ່ອນສູງ. ການເຕືອນພັຍ ດັ່ງ ກ່າວ ໄດ້ຖືກຍົກເລີກ ໃນເວລາຕໍ່ມາ ແຕ່ພວກ ຊາວເມືອງຍັງສືບຕໍ່ ພາກັນມີຄວາມຢ້ານກົວວ່າ​ ຈະເກີດແຜ່ນດິນໄຫວ ຕິດຕາມມາຕື່ມອີກ ໃນອະ ນາຄົດ. ເມືອງ CONCEPCION ເປັນຫົວເມືອງ ໃຫຍ່ ອັນດັບ 2 ຂອງຊີເລ່ ແລະເປັນເມືອງ ທີ່ຢູ່ ໃກ້ຈຸດສູນກາງຂອງແຜ່ນດິນໄຫວທີ່ມີຄວາມແຮງ ແທກໄດ້ 8.8 ໃນມື້ວັນເສົາຜ່ານມາ ທີ່ເປັນເຫດໃຫ້ ປະເທດຊີເລ່ ໄດ້ຮັບຄວາມເສັຽຫາຍ ຢ່າງໜັກ ແລະໄດ້ກໍ່ໃຫ້ເກີດ ຟອງຍັກສຶນາມິ ຊັດ​ຂ້າມເຂດ ມະຫາສະມຸດປາຊີຟິກ ​ໄປເຖິງ ແຄມຝັ່ງທະເລ ຂອງຫລາຍປະເທດ ໃນເອເຊັຽ.

ປະເທດກຣີສ: ພວກຄົນງານຂອງສະຫະພັນ ກັມມະບານ ຫລາຍສິບຄົນ ໄດ້ພາກັນເຂົ້າຢຶດ ກະຊວງການເງິນຂອງກຣີສ ຫລືປະ​ເທດ​ເກຣັກ ທີ່ນະຄອນຫຼວງເອເທັນ ນຶ່ງມື້ຫລັງຈາກ ຄະນະ ຣັຖບານ​ກຣີສ ໃຫ້ການອະນຸມັດຕໍ່ການຕັດການ ໃຊ້ຈ່າຍລົງ ໃນຂອບເຂດທີ່ກວ້າງຂວາງ. ມາຕ ການປະຢັດມັທຍັດ ທີ່ໄດ້ຮັບການອະນຸມັດ ໃນ ວັນພຸດວານນີ້ ແມ່ນຮວມທັງ ການຂຶ້ນພາສີໃນ ການຂາຍສິນຄ້າ 2% ​ໂຈະ​ການຂຶ້ນເງິນເບັ້ຽບຳ ນານ​ ໄວ້ຊົ່ວຄາວ ແລະຕັດເງິນເດືອນ ພວກຣັຖ ກອນ. ແຜນການດັ່ງກ່າວນີ້ ແມ່ນແນໃສ່ ປະຢັດ ເງິນໃຫ້ປະເທດ 6 ພັນ 500 ລ້ານໂດລາ. ປະທານ ຄະນະກັມມາທິການ ບໍຣິຫານງານ ຂອງສະຫະພາບຢູໂຣບ ທ່ານ JOSE MANUEL BARROSO ໄດ້ສະແດງຄວາມເຫັນ ໃຫ້ການສນັບສນຸນ ຕໍ່ການເອົາມາຕການດັ່ງກ່າວຂອງກຣີສ. ນາຍົກຣັຖມຸນຕຣີກຣີສ ທ່ານ GEORGE PAPANDREOU ມີກຳນົດ ທີ່ຈະພົບປະ ກັບນາຍົກຣັຖມຸນຕຣີ ເຢັຽຣະມັນ ທ່ານນາງ ANGELA MERKEL ທີ່ນະຄອນເບີລິນ ໃນວັນສຸກມື້ອື່ນແລະປະທານາທິບໍດີ ຝຣັ່ງ ທ່ານ NICOLA SARKOZY ໃນວັນອາທິດຈະມານີ້.

ເຊີນຟັງຂ່າວ ລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG