ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ມີ 27 ຄົນເສັຽຊີວິດ ໃນເຫດຣະເບີດ ທີ່ເມືອງກາບາລາ ເມືອງ ສັກສິດຂອງຊີໄອທ໌ ໃນອີຣັກ


ອີຣັກ: ຕຳຣວດອີຣັກກ່າວວ່າ ມີພວກສແວງບຸນ ທີ່ນັບຖືສາສນາ ອິສລາມນິກາຍຊີໄອທ໌ຢ່າງນ້ອຍ 27 ຄົນ ໄດ້ເສັຽຊີວິດ ແລະອີກ 56 ຄົນ ໄດ້ຮັບ ບາດເຈັບໃນການໂຈມຕີດ້ວຍຣະເບີດໃນເຂດຊານ ເມືອງ ຂອງເມືອງສັກສິດ KARBALA ທີ່ຕັ້ງຢູ່ ທາງໃຕ້ ນະຄອນຫລວງ ແບັກແດັດນັ້ນ. ມີລາຍ ງານວ່າ ໄດ້ມີການໂຈມຕີ ທັງຈາກ ຣະເບີດຣົດ ແລະການຍິງ ປືນຄົກໃສ່. ການໂຈມຕີ ດ້ວຍຣະ ເບີດໃນມື້ນີ້ ແມ່ນນຶ່ງໃນຈຳນວນຫລາຍໆຄັ້ງ ທີ່ ໄດ້ເກີດຂຶ້ນໃນອາທິດນີ້ ຂະນະທີ່ພວກສແວງບຸນ ຊາວຊີໄອທ໌ ຈຳນວນຫຼາຍແສນຄົນ ພວມພາກັນ ຫລັ່ງໄຫລ ໄປຍັງເມືອງ KARBALA ໃນວັນສແວງບຸນ ARBAIN ທີ່ສຳຄັນສຸດ ຂອງຊາວ ຊີໄອທ໌. ໃນມື້ວັນພຸດຜ່ານມາ ຣະເບີດທີ່ຫ້າງໃສ່ຣົດຈັກຄັນນຶ່ງ ກໍໄດ້ແຕກຂຶ້ນ ຂນະທີ່ພວກ ສແວງບຸນ ພວມພາກັນເດີນທາງ ໄປຍັງເມືອງ KARBALA ແລະການໂຈມຕີອີກ 2 ຄັ້ງ ດ້ວຍຣະເບີດແຄມທາງ ທີ່ແນໃສ່ພວກສແວງບຸນ ຊາວຊີໄອທ໌ທີ່ ນະຄອນຫລວງແບັກແດັດ. ການໂຈມຕີເຫລົ່ານີ້ ເຮັດໃຫ້ມີຜູ້ເສັຽຊີວິດ 24 ຄົນ ແລະໄດ້ຮັບບາດເຈັບ ອີກຈຳນວນນຶ່ງ.

ເກົາຫລີເໜືອ: ເກົາຫລີເໜືອກ່າວວ່າ ຕົນຈະ ປ່ອຍທ່ານ ROBERT PARK ນັກເຄື່ອນໄຫວ ຊາວອະເມຣິກັນ ທີ່ຖືກຈັບ ຍ້ອນໄດ້ເຂົ້າໄປ ໃນ ເກົາຫລີເໜືອ ແບບຜິດກົດໝາຍ ໃນເດືອນທັນ ວາຜ່ານມາ ເພື່ອຢາກນຳສເນີ ບັນຫາສິດທິມະ ນຸດນັ້ນ. ອົງການຂ່າວສູນກາງ ຂອງທາງການ ເກົາຫລີເໜືອ ລາຍງານໃນວັນສຸກມື້ນີ້ວ່າ ຣັຖບານໄດ້ຕັດສິນໃຈ ທີ່ຈະຍົກໂທດ ໃຫ້ທ່ານ PARK ແລະປ່ອຍທ່ານ ຫຼັງຈາກໄດ້ມີ ໃນອັນທີ່ ເກົາຫລີເໜືອ ເອີ້ນວ່າ ການຮູ້ສຶກສຳນຶກຜິດ ດ້ວຍຄວາມຈິງໃຈ ຂອງຜູ້ກ່ຽວ. ທ່ານ PARK ຊຶ່ງເປັນນັກສອນສາສນາ ໄດ້ເຂົ້າໄປໃນ ເກົາຫລີເໜືອ ໃນວັນຄຣິສຕ໌ມາສ ໃນອັນທີ່ທ່ານ ເອີ້ນວ່າ ເພື່ອຊັກຊວນໃຫ້ ຜູ້ນຳຂອງເກົາຫລີເໜືອ ທ່ານກິມ-ຈົງ-ອິລ ປິດຄ້າຍສັພທຸກ ແຫ່ງຕ່າງໆ ແລະອະນຸຍາດໃຫ້ ຊາວເກົາຫລີເໜືອ ທີ່ທຸກຍາກນັ້ນ ໄດ້ຮັບການຊ່ອຍເຫລືອ ຈາກພາຍນອກ. ໃນສັບປະດາແລ້ວ ເກົາຫລີເໜືອກ່າວວ່າ ຕົນໄດ້ຈັບພົລເມືອງອະເມຣິກັນ ອີກຄົນນຶ່ງ ທີ່ໄດ້ເຂົ້າໄປໃນ ເກົາຫລີເໜືອ ແບບຜິດກົດໝາຍ. ຣັຖບານສະຫະຣັດ ກ່າວວ່າ ຕົນກຳລັງ ຊອກສແວງຫາຂໍ້ມູນ ກ່ຽວກັບຊາວອະເມຣິກັນ ທີ່ຖືກຈັບຄົນນີ້ຢູ່ ຜ່ານທາງສວີ ເດັນ ຊຶ່ງເປັນຜູ້ຕາງໜ້າ ຜົນປໂຍດ ຂອງສະຫະຣັດ ໃນເກົາຫລີເໜືອນັ້ນ.

ຈີນ - ສະຫະຣັດ: ຈີນກ່າວວ່າ ຕົນຈະເກັບ ພາສີ ຕໍ່ຕ້ານການທຸ້ມສິນຄ້າ ຣາຄາຖືກຢ່າງໜັກ ໃນການນຳເຂົ້າ ຜລິຕພັນສັດປີກຈາກສະຫະຣັດ. ກະຊວງການຄ້າຂອງຈີນ ປະກາດໃນວັນສຸກມື້ນີ້ ວ່າ ຕົນຈະເກັບພາສີດັ່ງກ່າວ ຫລັງຈາກການສືບ ສວນ ພົບເຫັນວ່າ ຜລິຕພັນໄກ່ ໄດ້ຂາຍກັນໃນ ຣາຄາຖືກ ແບບຜິດປົກກະຕິ ຊຶ່ງໄດ້ສ້າງຄວາມ ເສັຽຫາຍ ໃຫ້ແກ່ຜູ້ຜລິດ ພາຍໃນປະເທດຈີນ. ກະຊວງການຄ້າຈີນ ກ່າວວ່າ ພາສີດັ່ງກ່າວ ຈະມີຜົນ ບັງຄັບໃຊ້ ໃນວັນທີ 13 ກຸມພານີ້. ຫລາຍໆບໍຣິສັດ ໄດ້ພາກັນຂໍອຸທອນ ຕໍ່ການ ຕັດສິນໃຈ ທີ່ວ່ານີ້ ຮວມທັງບໍຣິສັດ TYSON FOODS ຊຶ່ງເປັນບໍຣິສັດຜລິດໄກ່ ລາຍໃຫຍ່ ທີ່ສຸດ ຂອງສະຫະຣັດ ທີ່ຈະຕ້ອງໄດ້ຈ່າຍພາສີ ລະຫວ່າງ 43 ຫາ 80%. ສຳລັບບໍຣິສັດ ທີ່ບໍ່ໄດ້ຂໍອຸທອນ ຈະຕ້ອງຈ່າຍພາສີເຖິງ 105.4%. ພາສີດັ່ງກ່າວ ຈະມີການເກັບ ຈາກຜລິຕ ພັນຊະນິດຕ່າງໆ ຮວມທັງຕີນໄກ່ ຊຶ່ງບໍ່ມີຄົນມັກກິນ ຫລາຍປານໃດ ຢູ່ໃນສະຫະຣັດ ແຕ່ຖືວ່າ ເປັນອາຫານອັນໂອຊາ ໃນປະເທດຈີນ. ການເກັບພາສີ ຕໍ່ຕ້ານການທຸ້ມສິນຄ້າ ຣາຄາຖືກ ຕໍ່ຜລິຕພັນໄກ່ ຂອງສະຫະຣັດ ແມ່ນເຫດການລ່າສຸດ ໃນການຜິດຂ້ອງຕ້ອງຖຽງ ທາງດ້ານການຄ້າ ທີ່ມີມາເປັນລຳດັບ ລະຫວ່າງປັກກິ່ງ ແລະວໍຊິງຕັນ.

ສະຫະປະຊາຊາດ - ກາຊາ: ທ່ານ BAN KI MOON ເລຂາທິການໃຫຍ່ຂອງອົງການສະຫະປະ ຊາຊາດກ່າວວ່າ ທ່ານບໍ່ສາມາດ ລົງຄວາມເຫັນໄດ້ ວ່າ ອິສຣາແອລແລະປາແລສໄຕນ໌ ໄດ້ທຳການສືບ ສວນທີ່ໜ້າເຊື່ອຖືແລະເປັນອິສຣະແລ້ວຫລືບໍ່ ກ່ຽວ ກັບການກ່າວຫາ ໃນການກໍ່ອາຊຍາກັມສົງຄາມ ຢູ່ ໃນເຂດກາຊາ. ທ່ານ BAN ໄດ້ຊັ່ງຊາ ຕີຣາຄາ ກ່ຽວກັບເຣື່ອງນີ້ໃນລາຍງານສະບັບນຶ່ງ ທີ່ສົ່ງໄປຍັງ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໃນຕອນ ແລງ ຂອງວັນພະຫັດ ວານນີ້. ທ່ານກ່າວວ່າ ຂັ້ນຕອນ ທີ່ລິເລີ້ມໂດຍອິສຣາແອລ ຍັງດຳເນີນຢູ່ ໃນເວລານີ້ ແລະຝ່າຍປາແລສໄຕນ໌ ຫາກໍເລີ້ມຂັ້ນ ຕອນນີ້ ເມື່ອ 10 ມື້ກ່ອນ. ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໄດ້ໃຫ້ເວລາ ແກ່ ທັງສອງຝ່າຍ ມາຈົນຮອດວັນສຸກມື້ນີ້ ເພື່ອສືບສວນເບິ່ງ ການກ່າວຫາ ໂດຍຄະນະ ກັມມະການນຶ່ງ ຂອງສະຫະປະຊາຊາດ ທີ່ວ່າ ທັງອິສຣາແອລ ແລະກຸ່ມຫົວຮຸນແຮງຮາມາສ ໄດ້ກໍ່ໂທດກັມສົງຄາມ ໃນລະຫວ່າງ ການສູ້ຣົບກັນ ຢູ່ໃນເຂດກາຊາ ເມື່ອນຶ່ງປີກວ່າໆ ຜ່ານມານັ້ນ.

ໂຕໂຢຕ້າ: ລາຍງານຂ່າວຈາກຍີ່ປຸ່ນແຈ້ງວ່າ ບໍຣິ ສັດໂຕໂຢຕ້າ ກຳລັງພິຈາຣະນາທີ່ຈະເອີ້ນຄືນ ຣົດ ເກງຮາຍບຣິດ PRIUS ຈຳນວນ 270 ພັນຄັນໃນ ຍີ່ປຸ່ນແລະໃນສະຫະຣັດ. ໂຕໂຢຕ້າ ຊຶ່ງເປັນບໍຣິສັດ ຜລິດຣົດໂອໂຕ ທີ່ໃຫຍ່ທີ່ສຸດໃນໂລກ ຮັບຮູ້ວ່າ ໄດ້ ເກີດບັນຫາ ກ່ຽວກັບເຄື່ອງຊອບແວຣ໌ ຫລືລາຍການ ຄອມພິວເຕີ້ ໃນຣະບົບຫ້າມລໍ້ ຫລືເບຣັກຂອງຣົດ PRIUS ທີ່ພາໃຫ້ ເຄື່ອງຫ້າມລໍ້ ບໍ່ຕອບ ຮັບ ຊົ່ວໄລຍະນຶ່ງ ເວລາຣົດແລ່ນໄປ ຕາມຖນົນ ທີ່ລຸບເປັນໂນນ ຫລືມື່ນ. ກະຊວງຂົນສົ່ງ ຂອງສະຫະຣັດ ກ່າວວ່າ ຕົນໄດ້ຮັບລາຍງານຮ້ອງທຸກ ປະມານ 124 ກໍຣະນີ ກ່ຽວກັບຣົດ PRIUS ທີ່ອອກໃນປີ 2010 ຮວມທັງອຸບັດຕິເຫດ 4 ຄັ້ງ. ກະຊວງຂົນສົ່ງ ຂອງສະຫະຣັດ ໄດ້ເລີ້ມທຳການສືບສວນ ກ່ຽວກັບຣະບົບຫ້າມລໍ້ ຂອງຣົດ PRIUS ແລ້ວ. ບັນຫາກ່ຽວກັບ ຣະບົບຫ້າມລໍ້ ຂອງຣົດຮາຍບຣິດ PRIUS ທີ່ແລ່ນດ້ວຍນຳມັນ ແລະໄຟຟ້ານັ້ນ ແມ່ນເປັນ ອີກບັນຫານຶ່ງທີ່ສ້າງຄວາມເສັຽຫາຍ ໃຫ້ແກ່ຊື່ສຽງຂອງບໍຣິສັດໂຕໂຢຕ້າ ຂະນະທີ່ ສະພາບ ເສຖກິດຫລຸດຖອຍ ຂອງໂລກ ພວມເລີ້ມຈະໄດ້ຮັບ ການຟື້ນໂຕຄືນມາ.

ເສຖກິດໂລກ: ຮຸ້ນທີ່ຕລາດຄ້າຂາຍຮຸ້ນ ແຫ່ງ ຕ່າງໆໃນເອເຊັຽ ໄດ້ຕົກຣາຄາຢ່າງໃຫຍ່ ໃນການ ຊື້ຂາຍ ໃນຕອນຕົ້ນໆ ຂອງວັນສຸກມື້ນີ້ ຂະນະທີ່ ຍັງມີຄວາມວິຕົກກັງວົນເພີ້ມຂຶ້ນ ຢ້ານວ່າເສຖກິດ ຂອງໂລກ ຍັງຈະສືບຕໍ່ມີຄວາມສ່ຽງ ທີ່ຈະຊັກຊ້າ ລົງອີກຄັ້ງນຶ່ງ. ດັຊນີຮຸ້ນ NIKKEI ທີ່ສຳຄັນຂອງ ຍີ່ປຸ່ນ ໄດ້ຕົກຣາຄາ ເກືອບ 3% ໃນຕອນອັດ ຕລາດ ຊຶ່ງເປັນລະດັບທີ່ຕຳສຸດ ໃນຮອບເກືອບ 2 ເດືອນຂະນະທີ່ຮຸ້ນ ຢູ່ຕລາດຄ້າຂາຍຮຸ້ນຂອງ ຮົງກົງ ໄດ້ຕົກຣາຄາ ຫລາຍກວ່າ 3%. ສຳລັບ ຕລາດຮຸ້ນ ທີ່ກຸງໂຊລ ຈາກາຕ້າ ນະຄອນ ຊຽງໄຮ້ ແລະສິງກະໂປ ຕ່າງກໍໄດ້ຕົກຣາຄາ ໄປຕາມໆກັນ ລະຫວ່າງ 2 ຫາ 3%. ການຕົກຣາຄາ ຂອງຮຸ້ນ ທີ່ຕລາດເອເຊັຽນີ້ ແມ່ນ ເປັນຍ້ອນ ຄວາມວິຕົກກັງວົນ ກ່ຽວກັບອັດຕຣາຄົນຫວ່າງງານ ທີ່ມີເພີ້ມຂຶ້ນ ໃນສະຫະຣັດ ແລະວິກິຕການໜີ້ສິນ ທີ່ມີເພີ້ມຂຶ້ນ ຂອງບັນດາປະເທດ ໃນສະຫະພາບຢູໂຣບ. ໃນມື້ວານນີ້ ຕລາດຄ້າຂາຍຮຸ້ນ ຂອງສະຫະຣັດ ກໍໄດ້ຕົກຣາຄາຢ່າງໃຫຍ່ ຫລັງຈາກໄດ້ຮັບຂ່າວ ກ່ຽວກັບ ຄົນຫວ່າງງານ ທີ່ໄປຂໍເງິນຊ່ອຍເຫລືອ ມີຈຳນວນເພີ້ມຂຶ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG