ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຜູ້ນຳພັກຝ່າຍ ໃນອີຣ່ານ ເຕືອນຣັຖບານ


ອີຣ່ານ: ຜູ້ນຳພັກຝ່າຍຄ້ານ ຂອງອີຣ່ານ ທ່ານ MIR HOSSEIN MOUSAVI ເຕືອນຣັຖບານ ອີຣ່ານວ່າ ອີຣ່ານຈະບໍ່ສາມາດປາບປາມຂະບວນ ການປະຕິຮູບໄດ້ ດ້ວຍການໃຊ້ກຳລັງ ແລະວ່າ ທ່ານບໍ່ໄດ້ຢ້ານກົວ ທີ່ຈະກາຍເປັນວິຣະຊົນ. ໃນ ຖແລງການສະບັບນຶ່ງ ທີ່ພິມເຜີຍແຜ່ ໂດຍເວັບ ໄຊທ໌ຝ່າຍຄ້ານໃນວັນສຸກມື້ນີ້ ຜູ້ນຳຂະບວນການ ປະຕິຮູບອີຣ່ານ ກ່າວວ່າ ອີຣ່ານກຳລັງຕົກຢູ່ໃນ ທ່າມກາງ ວິກິຕການທີ່ຮ້າຍແຮງ. ທ່ານ MOU SAVI ເຕືອນວ່າ ການຈັບກຸມ ຫຼືສັງຫານ ພວກ ຜູ້ນຳຝ່າຍຄ້ານ ຈະບໍ່ເຮັດໃຫ້ສະຖານະການງຽບ ສະງົບລົງ. ນອກນັ້ນ ທ່ານຍັງຮຽກຮ້ອງໃຫ້ ຣັຖ ບານອີຣ່ານຮັບເອົາແຜນການ 5 ຂໍ້ ທີ່ຮວມທັງ ປ່ອຍພວກນັກໂທດການເມືອງແລະສ້າງຕັ້ງກົດ ໝາຍ ການເລືອກຕັ້ງໃໝ່ ທີ່ມີຄວາມໂປ່ງໃສ. ຖແລງການທີ່ວ່ານີ້ ມີຂຶ້ນຫຼັງຈາກໄດ້ເກີດຄວາມ ຮຸນແຮງ ທີ່ຮ້າຍແຮງສຸດ ຢູ່ໃນອີຣ່ານ ນັບແຕ່ ເດືອນມິຖຸນາ ເປັນຕົ້ນມາ ເວລາປະທານາທິບໍດີ MAHMOUD AHMADINEJAD ຊະນະການເລືອກຕັ້ງ ປະທານາທິບໍດີ ທີ່ຍັງເປັນບັນຫາ ຖົກຖຽງໂຕ້ແຍ້ງ.

ອັຟການິສຖານ: ລາຍງານຂ່າວແຈ້ງວ່າການ ໂຈມຕີສະລະຊີບ ທີ່ຖານທັບແຫ່ງນຶ່ງ ໃນພາກ ຕາເວັນອອກຂອງອັຟການິສຖານ ໃນສັບປະດາ ນີ້ ແມ່ນເປັນການຈູ່ໂຈມ ໃສ່ກະໂຕຈຸດໃຈກາງ ໃນການປະຕິບັດງານລັບ ຂອງສະຫະຣັດ ຢູ່ໃນ ຂົງເຂດ. ອະດີດເຈົ້າໜ້າທີ່ສືບລັບທີ່ໄດ້ຮັບລາຍ ງານ ກ່ຽວກັບເຫດຮ້າຍດັ່ງກ່າວ ແຈ້ງໃຫ້ອົງການ ຂ່າວທີ່ສຳຄັນໆ ຂອງສະຫະຣັດຊາບ ໂດຍບໍ່ຂໍ ອອກຊື່. ເຈົ້າໜ້າທີ່ເວົ້າວ່າ ຖານທັບທີ່ແຂວງ KHOST ທີ່ມີຊື່ວ່າຄ້າຍ CHAP MAN ຊຶ່ງເປັນຖານປະຕິບັດງານ ໃນເຂດແນວໜ້ານັ້ນ ມີໜ້າທີ່ຮັບຜິດຊອບ ໃນການເກັບກຳ ຂໍ້ມູນລັບ ຕາມບໍຣິເວນຊາຍແດນ ອັຟການິສຖານທີ່ ຕິດກັບປາກິສຖານ ແລະກຳກັບໃນການ ດຳເນີນຄວາມພະຍາຍາມ ເພື່ອສັງຫານ ເຈົ້າໜ້າ ທີ່ອະວຸໂສ ຂອງກຸ່ມຫົວຮຸນແຮງ ຊຶ່ງມັກຈະໃຊ້ເຮືອບິນ ທີ່ບໍ່ມີຄົນຂັບນັ້ນ. ນອກນັ້ນແລ້ວ ເຈົ້າໜ້າທີ່ສືບລັບຍັງເວົ້າວ່າ ເປັນທີ່ປາກົດວ່າ ຜູໂຈມຕີ ດ້ວຍຣະເບີດສະລະຊີບ ຊຶ່ງເປັນຜູ້ ຊາຍທີ່ໃສ່ເຄື່ອງແບບ ທະຫານອັຟການິສຖານນັ້ນ ໄດ້ຖືກປະຕິບັດຕໍ່ ໃນຖານະ ຜູ້ມາລາຍ ງານຂ່າວ ແລະອາດຈະບໍ່ໄດ້ ຖືກກວດຄົ້ນໂຕ.

ປາກິສຖານ: ເຈົ້າໜ້າທີ່ ຮັກສາຄວາມສະງົບ ຂອງປາກິສຖານ ກ່າວວ່າ ມີພວກຫົວຮຸນແຮງ ຢ່າງນ້ອຍ 3 ຄົນເສັຽຊີວິດ ໃນການໂຈມຕີຄັ້ງທີ 2 ຂອງເຮືອບິນທີ່ບໍ່ມີຄົນຂັບຂອງສະຫະຣັດ ໃນ ໄລຍະສອງມື້ຜ່ານມານີ້. ເຈົ້າໜ້າທີ່ເວົ້າວ່າ ເຮືອ ບິນທີ່ບໍ່ມີຄົນຂັບຂອງສະຫະຣັດ ໄດ້ຍິງລູກສອນ ໄຟໃສ່ຣົດຄັນນຶ່ງ ໃນວັນສຸກມື້ນີ້ທີ່ພວມຢູ່ໃນລະ ຫວ່າງການເດີນທາງ ໃນເຂດຊົນເຜົ່າ WAZI RISTAN ເໜືອ ໃກ້ໆບໍຣິເວນຊາຍແດນທີ່ຕິດ ກັບອັຟການິສຖານ. ເຈົ້າໜ້າທີ່ ແລະພວກທີ່ ເຫັນເຫດການເວົ້າວ່າ ໃນເວລາຕໍ່ມາ ພວກຫົວຮຸນແຮງ ໄດ້ພາກັນປິດລ້ອມ ບໍຣິເວນທີ່ເກີດເຫດ ແລະຂົນເອົາ ສົບຄົນຕາຍໄປ ຊຶ່ງບາງສົບນັ້ນ ຖືກໄຟໃໝ້ ຈົນຈື່ບໍ່ໄດ້. ມີ 3 ຄົນເສັຽຊີວິດ ໃນການໂຈມຕີ ໂດຍເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະຣັດ ໃນມື້ວັນພະຫັດ ຢູ່ໃນບໍຣິເວນ ດຽວກັນນີ້. ສະຫະຣັດ ໄດ້ໃຊ້ເຮືອບິນ ບໍ່ມີຄົນຂັບ ໂຈມຕີພວກກໍ່ການຮ້າຍ AL-QAIDA ແລະພວກກະບົດ ທາລີບານ ຢູ່ໃນເຂດດັ່ງກ່າວ. ການນັບ ຂອງອົງການຂ່າວຣອຍເຕີ້ ພົບວ່າ ສະຫະຣັດ ໄດ້ໃຊ້ເຮືອບິນ ບໍ່ມີຄົນຂັບ ທຳການໂຈມຕີ ໃນບໍຣິເວນຊາຍແດນ ທາງພາກຕາເວັນຕົກສຽງເໜືອ ປາກິສຖານ ຢ່າງນ້ອຍ 50 ເທື່ອ ໃນປີ 2009 ແລະໄດ້ສັງຫານ ຫຼາຍກວ່າ 400 ຄົນ.

ສະຫະຣັດ: ປະທານາທິບໍດີສະຫະຣັດທ່ານ BARACK OBAMA ກ່າວວ່າ ທ່ານຈະພົບ ປະກັບຫົວໜ້າ ຮັກສາຄວາມປອດພັຍ ຂອງ ທ່ານທີ່ກຸງວໍຊິງຕັນ ໃນວັນອັງຄານຈະມາເພື່ອ ປຶກສາຫາຣືກ່ຽວກັບວ່າຈະປ້ອງກັນ ບໍ່ໃຫ້ເກີດ ການໂຈມຕີ ທີ່ບໍ່ປະສົບຜົນສຳເຣັດ ຕໍ່ເຮືອບິນ ໂດຍສານ ທີ່ບິນມາຍັງສະຫະຣັດ ໃນວັນບຸນ ຄຣິສຕ໌ມາສ ເກີດຂຶ້ນຊ້ຳອີກ. ໃນຖແລງຂ່າວ ທີ່ນຳອອກເຜີຍແຜ່ ມື້ວານນີ້ ທ່ານ OBAMA ກ່າວວ່າ ທ່ານໄດ້ຮັບລາຍງານຂັ້ນຕົ້ນ ຈາກຣັຖ ມຸນຕຣີຮັກສາຄວາມປອດພັຍແຫ່ງຊາດ ທ່ານນາງ JANET NAPOLITANO ແລະເຈົ້າໜ້າທີ່ ອະວຸໂສອື່ນໆ ກ່ຽວກັບຄວາມ ລົ້ມແຫລວ ຂອງມະນຸດແລະຣະບົບ ທີ່ເກີດຂຶ້ນ ກ່ອນໜ້າເຫດຮ້າຍ ໃນມື້ວັນສຸກແລ້ວ. ປະທານາທິບໍດີ ສະຫະຣັດກ່າວວ່າ ທ່ານຈະທົບທວນເບິ່ງ ລາຍງານທີ່ມີເພີ້ມຕື່ມ ໃນໄລຍະ ສອງສາມມື້ ຂ້າງໜ້ານີ້. ທຳນຽບຂາວ ພວມທຳການ ທົບທວນເບິ່ງ ຜແນກການຕ່າງໆ ເພື່ອຢາກຮູ້ຈັກວ່າ ຜູ້ຊາຍຊາວໄນຈີເຣັຽ ທ້າວ UMAR FAROUK ABDULLMUTALLAB ທີ່ຖືກກ່າວຫາວ່າ ໄດ້ລັກລອບຣະເບີດ ເຂົ້າໄປໃນເຮືອບິນໂດຍສານ ທີ່ເດີນທາງ ຈາກນະຄອນ AMSTERDAM ມາຍັງນະຄອນ DETROIT ຂອງສະຫະຣັດ ໄດ້ແນວໃດ.

ສະຫະຣັດ - ເກົາຫລີເໜືອ: ໃນຄຳອວຍ ພອນປີໃໝ່ ໃນວັນສຸກມື້ນີ້ ຜູ້ນຳຂອງເກົາຫລີ ເໜືອ ໄດ້ຮຽກຮ້ອງໃຫ້ ຍຸຕິຄວາມສັມພັນ ທີ່ ເປັນປໍຣະປັກກັບສະຫະຣັດ. ບົດບັນນາທິການ ຮ່ວມຂອງໜັງສືພິມ ຫລາຍໆສະບັບ ກ່າວວ່າ ຊອ່ງທາງພື້ນຖານ ທີ່ຈະຄ້ຳປະກັນ ສັນຕິພາບ ແລະສະເຖັຽຣະພາບຢູ່ໃນແຫລມເກົາຫລີແລະ ເຂດອື່ນໆ ຂອງເອເຊັຽ ກໍຄືຍຸຕິຄວາມສັມພັນ ທີ່ເປັນປໍຣະປັກ ລະຫວ່າງເກົາຫລີເໜືອແລະສະ ຫະຣັດ. ຄຳອວຍພອນ ທີ່ພິມເຜີຍແຜ່ ໂດຍອົງການຂ່າວສູນກາງ ຂອງທາງການເກົາຫລີ ເໜືອ ຍັງກ່າວວ່າ ເກົາຫລີເໜືອ ຕ້ອງການຢາໃຫ້ ແຫລມເກົາຫລີ ເປັນເຂດປອດນິວເຄລັຽ ແລະວ່າ ສິ່ງດັ່ງກ່າວນັ້ນ ສາມາດມີຂຶ້ນໄດ້ ກໍດ້ວຍການ ສົນທະນາຫາຣື ແລະການເຈຣະຈາ ກັນ. ການໃຫ້ທັສນະ ຄວາມເຫັນດັ່ງກ່າວ ມີຂຶ້ນຂະນະທີ່ ສະຫະຣັດກຳລັງພະຍາຍາມ ຊັກຊວວນໃຫ້ເກົາຫລີເໜືອ ກັບຄືນເຂົ້າຮ່ວມ ການເຈຣະຈາ ປົດອາວຸດນາໆຊາດ.

ປີໃໝ່ ປີ 2010: ຜູ້ຄົນຈຳນວນຫຼາຍຮ້ອຍ ພັນຄົນ ໄດ້ພາກັນໄປຮ່ວມ ສເລີມສລອງໃນ ຕອນທ່ຽງຄືນ ຢູ່ທີ່ຈະຕຸຣັດ TIMES SQUARE ໃນນະຄອນນິວຢອກ ຂະນະທີ່ ປີໃໝ່ປີ 2010 ໃນທີ່ສຸດ ກໍມາຮອດມາເຖິງ ສະຫະຣັດ. ພວກທີ່ໄປຮ່ວມ ໄດ້ພາກັນຮ້ອງ ເຊັຽ ຂະນະທີ່ໝາກບານແກ້ວ ຫຼື CRYTAL BALL ໄດ້ຕົກລົງຈາກຫັຼກເສົາສູງ 23 ແມັດ ໃນລະຫວ່າງ ນາທີສຸດທ້າຍ ຂອງ ປີ 2009. ຝູງຊົນຂນາດໃຫຍ່ ໄດ້ພາກັນໄປຮ່ວມ ພິທີ ຕ້ອນຮັບປີໃໝ່ ທ່າມກາງ ສະພາບອາກາດ ໜາວ ທີ່ມີອຸນຫະພູມ ເກືອບລົບນຶ່ງ ອົງສາ CELSIUS. ຕຳຣວດ ໃນນະຄອນນິວຢອກ ໄດ້ພາກັນປະຕິບັດງານ ຢ່າງເຕັມກຳລັງ ຢູ່ທີ່ແຫລ່ງທ່ອງທ່ຽວ ທາງປະວັດສາດດັ່ງກ່າວ ຫລັງຈາກໄດ້ມີການ ພະຍາຍາມວາງຣະເບີດ ແຕ່ບໍ່ປະສົບຜົນສຳເຣັດ ໃສ່ສາຍການບິນ ສະຫະຣັດ ໃນມື້ວັນບຸນຄຣິສຕ໌ມາສ ຊຶ່ງພາໃຫ້ ເກີດຄວາມຢ້ານກົວກັນໃໝ່. ເຈົ້າໜ້າທີ່ ໄດ້ກວດພື້ນທີ່ ສລອງວັນຂຶ້ນປີໃໝ່ ດ້ວຍອຸບປະກອນ ກວດຈັບທາງຊີວະພາບ ແລະກັມມັນ ຕະພາບຣັງສີ. ສ່ວນທຳນຽບຂາວ ໄດ້ພິມເຜີຍແຜ່ ຄຳອວຍພອນສັ້ນໆ ຈາກປະທານາທິບໍດີ BARACK OBAMA ຊຶ່ງທ່ານຮັບຮູ້ວ່າ ປີ 2009 ເປັນປີທີ່ຍຸ່ງຍາກ ສຳລັບຊາວອະເມຣິກັນ ຫລາຍໆຄົນ ແຕ່ທ່ານປະກາດວ່າ ວັນທີ່ແຈ່ມໃສ ກຳລັງຢູ່ຂ້າງໜ້າ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG