ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ບັນດາຜູຕາງໜ້າປະເທດຕ່າງໆພັບກັນຢ່າງບໍ່ເປັນທາງການໃນວັນຢຸດພັກ ກອງປະຊຸມສະພາວະໂລກຮ້ອນ


ຂ່າວ​ຄືບ​ໜ້າ​ກ່ຽວ​ກັບກອງ​ປະຊຸມ​ວ່າ​ດ້ວຍ​ສະພາວະ​ໂລກ​ຮ້ອນ: ບັນດາ​ຜູ້ຕາງໜ້າ​ປະ​ເທດ​ທ່ີ​ໄປຮ່ວມ ​ກອງ​ປະຊຸມ​ວ່າ​ດ້ວຍ​ການ​ປ່ຽນ​ແປງດິນ​ຟ້າ​ອາກາດ​ຂອງ​ໂລກ ​ທ່ີ​ສະຫະ​ປະຊາຊດຈັດ​ຂຶ້ນ​ທ່ີ​ນະ ຄອນ Copenhagen ​ເປັນ​ເວລາ 12 ມື້​ ​ໄດ້ຢຸດ​ພັກ​ການປະຊຸມ​ກັນ​ໃນ​ວັນ​ອາທິດມື້​ນີ້ ​ແຕ່​ພວກ​ຣັຖມົນຕີວ່າ​ດ້ວຍ​ສິ່ງ​ແວດ​ລ້ອມ​ຈາກ​ຫລາຍ​ປະ​ເທດ​ທຳການ​ພົບ​ປະຫາລືກັນ​ຢ່າງ​ບໍ່​ເປັນ​ທາງ​ການ ກ່ຽວ​ກັບ​ການ​ຕັດ​ການ ປ່ອຍແກສ​ເຮືອນ​ແກ້ວເຂົ້າ​ສູ່​ອາກາດ​ລົງ ​ແລະ​ເຣື່ອງການ​ໃຫ້​ເງິນ​ຊ່ອຍ ເຫລືອ​ແກ່​ພວກ​ປະ​ເທດ​ທຸກ​ຍາກ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ​ນັ້ນ. ມາ​ຮອດ​ປັດຈຸບັນ​ນີ້ ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ຕັດ​ການປ່ອຍແກ​ສ​ເຮືອນແກ້ວ​ລົງ​ນັ້ນ ​ແມ່ນ​ຕ່ຳ​ກວ່າ​ລະດັບ​ຕ່ຳ​ສຸດ​ທ່ີ​ສະ​ເໜີ​ໄວ້​ໃນ​ຮ່າ​ງຂໍ້​ຕົກລົງ ຊື່​ງພາ​ໃຫ້​ມີ​ຄວາມ​ຢ້ານ​ກົວ​ກັນ​ວ່າ ຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ຈະ​ສ້າງ​ຄວາມ​ຜິດ​ຫວັງ​ໃຫ້. ກ່ອນ​ໜ້າ​ນີ້ ຮ່າງ​ສົນທິສັນຍາສະບັບ ​ດັ່ງກ່າວ​ແມ່ນ​ຮຽກຮ້ອງ​ໃຫ້​ພວກ​ປະ​ເທດ​ຕ່າງໆ​ຕັດ​ການປ່ອຍແກ​ສ​ເຮືອນ​ແກ້ວເຂົ້າສູ່​ອາກາດ​ ​ລົງໃນ ​ປະລິມານ 50 ຫາ 95​ເປີ​ເຊັນ​ພາຍ​ໃນ​ປີ2050 ​ໂດຍ​ໃຫ້​ພວກ​ປະ​ເທດ​ທ່ີ​ຮັ່ງມີ​ນຳ​ໜ້າ ​ແຕ່​ມາ​ຮອດ​ປັດຈຸບັນ​ນີ້ ພວກ​ປະ​ເທດ​ທ່ີ​ຈະ​ເລີ​ນ
ດ້ານ​ອຸດສາຫະກັມ​ໄດ້​ຕົກລົງ​ໃນ​ລະດັບ​ຕ່ຳ​ກວ່າ​ທ່ີ​ຕັ້ງ​ເປົ້າ​ໝາຍ​ໄວ້​ນັ້ນຫລາຍ. ຮ່າງ​ສົນທິສັນຍາ​ທ່ີ​ໝູນວຽນ ​ໄປ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ຈະ​ບັງຄັບ​ໃຫ້ບັນດາ​ປະ​ເທດ​ຈະ​ເລີ​ນດ້ານ​ອຸດສາຫະກັມ​ຕົດ​ການປ່ອຍ​ແກ​ສ​ເຮືອນ
​ແກ້ວເຂົ້າ​ສູ່​ອາກາດ​ລົງ​ ​ໃຫ້ຕ່ຳ​ກວ່າ​ລະດັບປີ 1990 ​ແລະ​ຄາດໝາຍ​ໃຫ້ພວກ​ປະ​ເທດກຳລັງ​ພັດທະນາ​ ​ຮັກສາ​ບໍ່​ໃຫ້ການປ່ອຍແກ​ສ​ເຮືອນ​ແກ້ວຂອງ​ຕົນ​ ​ສູງ​ຂຶ້ນ​ອີກ.
ນີວເຄລັຍເກົາຫລີເໜືອ: ທູດພິເສດອາວຸໂສທ່ານນຶ່ງຂອງສະຫະລັດກ່າວວ່າ ເກົາຫລີເໜືອ​ແມ່ນ​ເປີດ​ ກວ້າງ​ຕໍ່ ຄວາມຄິດ​ໃນການເຈລະຈາກັນໂດຍກົງກັບຍີ່ປຸ່ນ ແຕ່ກໍ ບໍ່ໄດ້ໃຫ້ຮ່ອງຮອຍ​ໃດໆວ່າ ເມື່ອໃດເກົາຫລີເໜືອຈະກັບຄືນເຂົ້າຮ່ວມ ການເຈລະຈາຫົກຝ່າຍ ທີ່ແນເປົ້າໝາຍໃສ່ການຍຸບໂຄງ ການນີວ ເຄລຍ ຂອງຕົນນັ້ນ.ທ່ານ Steven Bosworth ກ່າວຕໍ່ຜູ້ສື່ຂ່າວ ທີ່ກຸງໂຕກຽວໃນວັນອາທິດ ມື້ນີ້ວ່າ ທ່ານໄດ້ຮຽກຮ້ອງໃຫ້ເກົາຫລີ ເໜືອ​ ທຳ​ການ​ສົນທະນາ​ຫາລືກັບ ຍີ່ປຸ່ນ ຊຶ່ງໂຮມທັງບັນຫາ ພວກທີ່ຖືກລັກພາຕົວໄປນຳ. ຍີ່ປຸ່ນກ່າວຫາ ເກົາຫລີເໜືອວ່າ ລັກພາຕົວພວກຊາວຍີ່ປຸ່ນ​ໄປຫລາຍຄົນໃນລະວ່າງສົງ ຄາມເຢັນ.
ທ່ານບອສເວີທ ກ່າວຍ້ຳວ່າ ຍັງບໍ່ມີແຜນໃດໆສຳຫລັບ ການເຈລະຈາ ສອງຝ່າຍກັບເກົາຫລີເໜືອຕື່ມ​ອີກ ກ່ຽວ​ກັບການກັບຄືນມາສູ່​ໂຕະເຈລະ ຈາຫົກຝ່າຍ ວ່າດ້ວຍ ການຍຸຕິໂຄງການນີວເຄລຍຂອງເກົາຫລີນັ້ນ.
ໄທ​ຈັບອາວຸດ​ເກົາຫລີ​ເໜືອ: ​ບັນດາ​ເຈົ້າ​ໜ້າ​ທ່ີ​ໄທ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ​ເຂົາ ​ເຈົ້າ​ໄດ້​ຕັ້ງ​ຂໍ້​ຫາໃນ​ຖານ​ມີອາວຸດຢູ່​ໃນ​ຄວາມ​ຄອບ​ຄອງ​ຕໍ່ຜູ້​ຊາຍ​ 5 ຄົນ ທ່ີ​ຖືກຈັບ​ກຸມ​ຢູ່ບາງ ກອກ​ໃນ​ສັບປະດາ​ຜ່ານ​ມາ ພ້ອມ​ກັບເຮືອບິນ​ທີ່​ບັນທຸກ​ອາວຸດ​ແລະ​ລູກ​ກະ​ສູນ​ປືນ​ຈາກ​ເກົາຫລີ​ເໜືອ​ ມາເຕັມ​ລຳ.
​ໄດ້​ມີ​ການ​ພົບ​ເຫັນ​ພວກ​ອາວຸດ​ເຫລົ່າ​ນີ້​ ຫລັງ​ຈາກ​ພວກ​ລູກ​ເຮືອ ຊື່​ງມີຜູ້​ຊາຍ4 ຄົນ​ຈາກ​ກາ​ຊັກ​ສະຖານ​ແລະ​ຄົນ​ນຶ່ງ​ຈາກ​ເບ​ລາຣູສ ເອົາ​ເຮືອບິນ ​ລຳ​ດັ່ງກ່າວລົງ​ຈອດ ເພື່ອ​ເຕີມນ້ຳມັນ​ທ່ີ​ສະໜາມ​ບິນ​ດອນ​ເມືອງ​ທ່ີ​ບາງ ກອກ​ໃນ​ວັສຸກ​ຜ່ານ​ມາ​ນີ້.
ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ນາຍົກຣັຖມຸນຕີ​ໄທ​ກ່າວ​ຕໍ່​ພວກ​ນັກ​ຂ່າວໃນ​ວັນ​ອາທິດ​ມື້​ນີ້​ວ່າ ຍັງ​ບໍ່​ທັນ​ຮູ້ຈັກ​ເທື່ອ​ວ່າ​ພວກ​ລູກ​ເຮືອ​ເຫລົ່າ​ນີ້​ຈະມຸ່ງ​ໜ້າ ​ໄປ​ໃສ ​ແຕ່ໃນ​ເບື້ອງ​ຕົ້ນ ເຮືອບິນ​ລຳ​ນີ້​ໄດ້ມີ​ກຳໜົດຈະ​ໄປ​ເຕີມ​ນ້ຳມັນ​ທ່ີ​ປະ​ເທດສີ​ລັງກາ ​ບໍ່​ແມ່ນໄທ. ທ່ານ​ອະພິສິດ​ກ່າວ​ຕື່ມ​ວ່າ ​ເຮືອບິນ​ລຳ​ນີ້ ຊື່​ງລົງທະບຽນ​ທ່ີ​ປະ​ເທດ Georgia ໄດ້ບິນ​ອອກ​ຈາກ​ນະຄອນຫລວງ​ພຽງ​ຢ້າງຂອງເກົາຫລີ​ເໜືອ.
ບັນດາ​ເຈົ້າ​ໜ້າ​ທ່ີ​ຕຳຫລວດ​ໄທ​ກ່າວ​ວ່າ ​ເຮືອບິນ​ລຳ​ນີ້​ບັນທຸກອາວຸດ ໜັກ 35 ຕັນ​ ຊື່​ງປະກອບ​ດ້ວຍລະ​ເບີດ​ທ່ີ​ໃຊ້​ຈະ​ຫລວດ​ຍິງ​ ພ້ອມ​ທັງ ລູກສອນ​ໄຟ​ແລະ​ອາວຸດ​ໜັກອື່ນໆຂອງເກົາຫລີ​ເໜືອ​. ພວກ​ເຈົ້າ​ໜ້າທ່ີ​ກ່າວ​ອີກວ່າ ​ເຂົາ​ເຈົ້າ​ຍຶດພວກ​ອາວຸດ​ເຫລົ່າ​ນີ້​ໄວ້​ໃນ​ວັນ​ເສົາ​ວານ​ນີ້ ​ແລະ ສົ່ງ​ໄປ​ໄວ້​ທີ່ຄ້າຍ​ທະຫານ​ໄທ​ແຫ່ງ​ນຶ່ງ.
ທີ່ຟີລິບປິນ: ເຈົ້າໜ້າທີ່ຕຳຫລວດໃນເຂດພາກໃຕ້ຂອງຟິລິບປິນກ່າວວ່າ ພວກຕ້ອງ ສົງໃສ​ເປັນກະບົດອີສລາມ ໄດ້ພັງກຳແພງຄຸກປະຈຳແຂວງ​ແຫ່ງ​ນຶ່ງລົງ ​ໃນ​ເວລາ​ກ່ອນຕາເວັນຂຶ້ນ ເຊົ້າມື້ນີ້ ແລະ​ຊ່ວຍ​ໃຫ້ພວກນັກໂທດໜີອອກ ໄປໄດ້ ຈຳນວນຢ່າງໜ້ອຍ 31 ຄົນ.
ເຈົ້າໜ້າທີ່ກ່າວວ່າ ຢ່າງໜ້ອຍພວກ​ທີ່​ທຳ​ການ​ໂຈມ​ຕີຄົນນຶ່ງແລະຄົນ ຍາມປະຈຳຄຸກຄົນນຶ່ງຖືກຂ້າຕາຍ ໃນການຍິງຕໍ່ສູ້ກັນ​ເປັນ​ເວລາສັ້ນໆ ​ໃນວັນອາທິດມື້ນີ້ ທີ່ຄຸກ​ເທິງເກາະບາສິລານ.
ໃນຈຳນວນພວກທີ່ແຫກຄຸກອອກໄປໄດ້ນັ້ນ ມີຜູ້ນຳກຸ່ມປົດປ່ອຍອີສ ລາມໂມໂລສອງຄົນ ທີ່ຖືກຈຳຄຸກໃນຂໍ້ຫາວ່າມີສ່ວນຮ່ວມໃນການຕັດ ຫົວພວກທະຫານຟິລິບປິນຫລາຍຄົນຢູ່ເກາະບາສິລານ ໃນປີ2007ນັ້ນ.ເວລານີ້ຍັງບໍ່ຮູ້ວ່າ ພວກທີ່ແຫກຄຸກອອກໄປໄດ້ ນັ້ນ ມີສະມາຊິກຂອງ ກຸ່ມຫົວຮຸນແຮງອາບູຊາຢັບ ຊຶ່ງເປັນກຸ່ມທີ່ພົວພັນ ກັບກຸ່ມອາລ ຄາອີດານັ້ນ ຮ່ວມ​ຢູ່ນຳຫລືບໍ່?
ກ່ຽວ​ກັບ​ນີວ​ເຄລັຍ​ຂອງ​ອິຣ່ານ:ສະຫະຣັດ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ສະ​ເໜີ​ຂອງ​ອິຣ່ານ ທ່ີ​ຈະ​ແລກປ່ຽນ​ທາດ​ຢູ​ເຣ ນຽມ ​ບາງ​ສ່ວນ ທ່ີ​ຕົນ​ມີຢູ່ນັ້ນ ​ກັບ​ເຊື້ອ​ໄຟນີວ​ເຄລັຍ​ນັ້ນ. ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ອາວຸ​ໂສ​ຂອງ​ສະຫະຣັດທ່ານ​ນຶ່ງ​ທ່ີ​ຂໍ​ສງວນ ຊື່​ໄວ້ ກ່າວໃນ ​ວັນ​ເສົາ​ວານ​ນີ້​ວ່າ ຂໍ້​ສະ​ເໜີ​ຂອງ​ອິຣ່ານ​ແມ່ນ​ບໍ່​ສອດຄ່ອງ​ກັບ​ຮ່າງຂໍ້​ຕົກ ລົງ​ ທ່ີ​ຍຸຕິ​ທັມ​ແລະກ້ຳ​ເກິ່ງ​ກັນ​ທີ່ອົງການ​ກວດກາ​ພລັງ​ປະຣະມະນູສາ ກົນ​ໄດ້ສະ​ເໜີ​ຂຶ້ນ ​ໃນ​ການ​ປືກສາ​ຫາລື​ກັບ​ສະຫະຣັດ ຣັດ​ເຊັຍ​ແລະ​ຝຣັ່ງນັ້ນ. ທ່ນ Manouchehr Mottaki ຣັຖມຸນຕີ​ການ​ຕ່າງປະ​ເທດ​ອິຣ່ານກ່າວ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້ ​ວ່າ ອິຣ່ານຈະ​ທຳ​ການ​ແລກ​ປ່ຽນ​ທາດຢູຣານຽມເກຣດຕ່ຳ​ຂອງ​ຕົນ ຈຳນວນ 400 ກິ​ໂລກຣາມ ກັບ ​ເຊື້ອ​ໄຟ​ນີວ​ເຄລັຍ​ທ່ີ​ຫລອມ​ແລ້ວ​ ​ໃນ​ສັດສ່ວນ 20 ​ເປີ​ເຊັນ​ນັ້ນ ເປັນ​ຂັ້ນໆ​ໄປ. ພາຍ​ໃຕ້​ແຜນການ​ທ່ີ​ໄດ້​ຮັບ​ການ ​ໜຸນ​ຫລັງ​ຈາກ​ອົງການ IAEA ອິຣ່ານຈະ​ຕ້ອງ​ສົ່ງ​ທາດ​ຢູຣານຽມ​ຂອງ​ຕົນ​ໃນ​ຈຳນວນ 70 ​ເປີ​ເຊັນ ​ໃຫ້ຣັດ​ເຊັຍແລະ ​ຝຣັ່ງ ​ເພື່ອ​ເອົາ​ໄປ​ຫລອມຕໍ່​ໄປ.

XS
SM
MD
LG