ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານRobert Gates ຢ້ຽມຢາມທະຫານທີ່ອັຟການີສຖານ


ຂ່າວ​ການ​ຢ້ຽມຢາມ​ອັຟກາ​ນີສຖານ​ຂອງ​ທ່ານ Robert Gates:ທ່ານ Robert Gates ຣັຖມຸນຕີ​ ປ້ອງ​ກັນ​ປະ​ເທດ​ສະຫະຣັດ​ໄດ້​ທຳ ການ​ຢ້ຽມຢາມ​ພວກ​ຜູ້​ບັນຊາ​ການ​ທະຫານ​ສະຫະຣັດ​ໃນ​ອັຟກາ​ນີສຖານ ໂດຍ​ໃຫ້​ຄຳ​ໜັ້ນໝາຍ​ແກ່ ພວກ​ເຂົາ​ເຈົ້າ​ວ່າ ກຳລັງ​ເພິ່ມ​ທ່ີ​ປະທານາທິບໍດີ​ ບາຣັກ​ໂອ​ບາ​ມາໄດ້​ມີ​ຄຳ​ສັ່ງ​ໃຫ້​ສົ່ງ​ໄປນັ້ນ ​ຈະ​ອຳນວຍ​ໃຫ້​ເຂົາ​ເຈົ້າ​ມີໃນ​ສິ່ງທ່ີເຂົາ​ເຈົ້າ​ຕ້ອງການ​ ເພື່ອ​ປາບກຸ່ມ​ຕາ​ລີ​ບັນໃຫ້​ປາ​ໄຊ​ໄປນັ້ນ. ທ່ານ Gates ​ໄດ້​ຢ້ຽມຢາມ​ ກອງ​ບັນຊາ​ການ​ໃໝ່​ແຫ່ງ​ນຶ່ງ​ໃນ​ວັນ​ພຸດມື້​ນີ້ ທ່ີ​ໃຊ້​ເປັນ​ສູນ​ປະຕິບັດ​ການ​ຮ່ວມ​ສຳລັບ​ທະຫານກຸ່ມ NATO ທັງ​ໝົດ. ທ່ານ​ໄດ້ກ່າວ​ຕໍ່​ພວກຜູ້​ບັນຊາ​ການ​ວ່າ ກຳລັງ​ນາໆ​ຊາດມີ​ທຸກ​ສິ່ງ​ທຸກ​ຢ່າງ​ທ່ີ​ຕ້ອງການ​ ເພື່ອ​ໃຫ້​ບັນລຸ​ຄວາມ​ສຳ​ເຣັດໃນ​ການ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ຈັດ​ໃນ​ອັຟກາ​ນີສຖານ​ນັ້ນ. ການ​ເດີນທາງ​ຢ້ຽມຢາມ​ອັຟກາ​ນີສ ຖານ​ຂອງ​ທ່ານ Gates ມີ​ຂຶ້ນ​ຫລັງ ຈາກ​ການ​ຕັດສິນ​ໃຈ​ຂອງ​ທ່ານ​ໂອ​ບາ​ມາ​ທ່ີ​ຈະ​ສົ່ງ​ທະຫານ​ຕື່ມ​ອີກ 30ພັນ​ຄົນ​ໄປ​ຍັງ​ອັຟກາ​ນີສຖານ​ໂດຍ​ ໄວ ແລະ​ຈະ​ເລີ້ມ​ຖອນທະຫານ​ ອອກພາຍ​ໃນ 18 ​ເດືອນ ຫລັງ​ຈາກ​ນັ້ນ​ ເວລາ​ກຳລັງ​ອັຟກາ​ນີສຖານ​ ​ພ້ອມ​ທ່ີ​ຈະ​ຮັບເອົາຄວາມຮັບ​ຜິດ​ຊອບ​ຫລາຍ​ຂຶ້ນ. ແຕ່​ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟ ກາ​ນີສຖານກ່າວ​ໃນ​ວັນ ອັງຄານ​ວານ​ນີ້​ວ່າ ອາດຈະ​ໃຊ້​ເວລາ​ຕື່ມ​ອີກ 5 ປີ ກ່ອນທີ່​ກອງທັບ ແລະ​ຕຳຫລວດອັຟກາ​ນີສຖານ​ ຈະ​ຕຽມ​ພ້ອມ​ເພື່ອ​ຕໍ່ສູ້​ກັບ​ພວກ​ກະບົດ​ຕາ​ລີ​ບັນ​ນັ້ນ ​ແລະ​ຈະ​ໃຊ້​ເວລາ​ຕື່ມ​ອີກ 15 ຫາ 20ປີ ກ່ອນຣັຖບານ​ຂອງທ່ານ​ຈະ​ສາມາດ​ເສັຍ​ຄ່າ​ໃຊ້​ຈ່າຍ​ສຳລັບ​ການ​ຮັກສາ​ຄວາມ​ປອດ​ໄພ
ດ້ວຍຕົນ​ເອງ​ໄດ້.
ທີ່ມຽນມ້າ: ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້ນຳ​ລະບອບ​ປະຊາທິປະ​ໄຕ​ທີ່​ກຳລັງຖືກ​ກັກ ບໍລິ​ເວນໃຫ້​ຢູ່​ໃນ​ແຕ່ບ້ານ​ເຮືອນນັ້ນ ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທ່ີ​ຕິດ​ຕໍ່ຂອງ ຣັຖບານ​ທະຫານ​ ທ່ີເຮືອນຮັບ​ແຂກ​ຕ່າງປະ​ເທດ​ຂອງຣັຖບານ​ເປັນ ເວລາ 45 ນາທີ​ໃນ​ວັນ​ພຸດ​ມື້​ນີ້. ບັນດາ​ເຈົ້າໜ້າ​ທ່ີ​ກ່າວ​ວ່າ ການ​ພົບ​ປະ​ຂອງ​ທ່ານ​ນາງ​ກັບຣັຖມຸນຕີ​ແຮງງານທ່ານ​ Aung Kyi ຊື່​ງ​ເປັນເຈົ້າ​ໜ້າ​ທ່ີ​ ຕິດ​ຕໍ່ຂອງຣັຖບານນຳນັ້ນ ​ມີ​ຂຶ້ນ​ທ່ີເຮືອ​ນຮັບ​ແຂກ​ຂອງຣັຖບານຢູ່​ໃກ້ໆ​ກັບ​ບ້ານ​ພັກ​ຂອງ​ທ່ານນາງ ອອງ ຊານ​ຊູ​ຈີ ທ່ີ​ໄດ້​ຮັບ​ລາງວັນ​ໂນແບນ​ຂະ​ແໜງ​ສັນຕິພາບ​ນັ້ນ. ​ເວລາ​ນີ້ ​ຍັງ​ບໍ່​ເປັນ​ທ່ີ​ຈະ​ແຈ້ງ​ເທື່ອ​ວ່າ ທັງ​ສອງ​ທ່ານ​ໄດ້​ໂອ້​ລົມ​ກັນ​ເຣື່ອງ​ໃດ​.
ການ​ພົບ​ປະກັນ​ໃນ​ວັນ​ພຸດ​ມື້​ນີ້ ນັບ​ວ່າ ​ເປັນ​ເທື່ອ​ທີ 3 ນັບ​ແຕ່​ຕົ້ນ​ເດືອນຕຸ​ລາ​ປີ​ນີ້​ເປັນ​ຕົ້ນ​ມາ ​ແລະມີ​ຂຶ້ນ​ຫລັງ​ຈາກ​ສານສູງ​ສຸດ​ຂອງ ​ມຽນມ້າ​ໄດ້ ຕົກລົງ​ໃນ​ສັບປະດາ​ແລ້ວ​ນີ້​ ທີ່​ຈະຮັບ​ຟັງ​ຄຳ​ອຸທອນກ່ຽວ​ກັບ​ການ​ກັກ​ຂັງ​ ທ່ານ​ນາງ​ນັ້ນ ​ເປັນ​ເທື່ອ​ສຸດ​ທ້າຍ.
ຣັຖບານ​ທະຫານ​ມຽນມ້າ​ໄດ້​ກັກ​ຂັງ​ທ່ານ​ນາງ​ອອງຊານ​ຊູ​ຈີ​ໄວ້​ໃນຮູບ​ໃດ ຮູບ​ນຶ່ງ ​ມາ​ປະມານ 14 ປີ​ໃນ​ໄລຍະ20 ປີຜ່ານມາ. ​ໃນ​ເດືອນ​ພະຈິກ​ຜ່ານ​ມາ​ນີ້ ຣັຖບານ​ມຽນມ້າ ​ໄດ້​ອະ​ຍຸ​ຍາດ​ໃຫ້​ທ່ານ​ນາງປາກົດ​ໂຕ​ຕໍ່​ສື່​ ມວນ​ຊົນ​ ທ່ີ​ບໍ່​ສູ້​ອະນຸຍາດ​ໃຫ້​ມາ​ກ່ອນນັ້ນ ຫລັງ​ຈາກ​ທ່ານ​ນາງ​ໄດ້ພົບ​ປະ​ສົນທະນາ​ກັບ​ຣັຖມຸນຕີ​ຊ່ອຍ​ວ່າການກະຊວງ​ການຕ່າງ ປະເທດ​ສະຫະຣັດ ທ່ານ Kurt Campbell ຊຶ່ງ​ທ່ານ​ເປັນ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ສູງ​ສຸດ​ຈາກຣັຖບານ​ກຸງ​ວໍ​ຊິງ​ຕັນ​ ທ່ີໄດ້ໄປ​ຢ້ຽມຢາມ​ມຽນມ້າໃນຮອບ 14 ປີຜ່ານມາ.
ຂ່າວ​ຄືບ​ໜ້າ​ກ່ຽວ​ກັບ​ການ​ສັງຫານ​ໝູ່ ​ທີ່ຟີ​ລິບ​ປິນ: ຕຳຫລວດ​ຟີ​ລິບ​ປິນກ່າວ​ວ່າ ​ເຂົາ​ເຈົ້າຮູ້ຈັກ​ ໂຕແລະ​ກໍກຳລັງ​ຊອກ​ຫາຜູ້​ຄົນ ​ຈຳນວນ161 ຄົນ ຮວມທັງ​ພວກ​ທະ​ຫານ​ກອງ​ຫລອນ​ຂອງຣັຖ ບານ​ນຳ​ ​ໃນ​ຖານ​ມີ​ສ່ວນ​ພົວພັນ​ໃນ​ການ​ສັງຫານ​ໝູ່ 57 ຄົນ​ຢ່າງ​ໜ້າ​ຢ້ານກົວ​ໃນ​ເດືອນ​ແລ້ວ​ນີ້.
ທ່ານ Jesus Verzosa ຫົວໜ້າ​ຕຳຫລວດ​ແຫ່ງ​ຊາດ ກ່າວ​ວ່າ ພວກ ທ່ີ​ເຫັນ​ເຫດການ​ ​ໄດ້​ບອກ​ວ່າ ນາຍ Andal Ampatuan Jr. ​ເຈົ້າ​ ເມືອງ​ທ້ອງ​ຖິ່ນ​ເມືອງ​ນຶ່ງເປັນ​ຜູ້ນຳ​ພາ​ໃນ​ການ​ສັງຫານ​ ດັ່ງກ່າວ. ຜູ້ກ່ຽວຖືກ​ກ່າວ​ຫາ​ວ່າ​ ນຳ​ພາກຸ່ມ​ຄົນເຫລົ່ານັ້ນ ໄປ​ ຢຸດ​ຂບວນ ຣົດຂອງ​ພວກ ສນັບ​ສນຸນນັກ​ການ​ເມືອງ​ຝ່າຍ​ຄ້ານ​ຄົນ​ນຶ່ງ​ ​ເພື່ອ​ຂັດຂວາງ​ພວກເຂົາ​ເຈົ້າ​ບໍ່​ໃຫ້ໄປລົງທະບຽນ​ຈົດ​ຊື່​ນັກ​ການ​ເມືອງ​ຄົນ​ນັ້ນ ​ເຂົ້າ​ສມັກ​ແຂ່ງຂັນ​ໃນ​ການເລືອກ​ຕັ້ງເຈົ້າ​ແຂວງ​ແຂວງ Maguindanao ​ໃນ​ປີໜ້າ.
ນາຍ Ampatuan Jr. ​ໄດ້​ຖືກ​ເຈົ້າ​ໜ້າ​ທ່ີຣັຖບານ​ຈັບ​ກຸມ​ແລ້ວ ​ແລະຖືກ​ກ່າວ​ຫາໃນຂໍ້​ຫາ​ຄາດ​ຕະກັມ 25 ກະທົງ. ປະຊາ ຊົນ​ຕື່ມອີກ​ປະມານ 30 ຄົນ​ທ່ີ​ສົງ​ໄສ​ວ່າ​ມີ​ສ່ວນ​ພົວພັນ​ໃນ​ເຣື່ອງນີ້​ ກໍ​ໄດ້​ຖືກ​ຈັບ​ກຸມ​ໂຕ​ໄວ້ ແລ້ວເຊັ່ນ​ກັນ ​ໂຮມ​ທັງພໍ​່ຂອງ​ນາຍ Ampatuan Jr. ຊຶ່ງ​ເປັນ​ເຈົ້າ​ແຂວງ ​ແຂວງ​ດັ່ງກ່າວ​ແລະພວກ​ສະມາຊິກ​ອື່ນໆ​ໃນ​ວົງ​ຕະກູນ​ທ່ີ​ມີ​ອຳ ນາດ​ຂອງເຂົາ ​ກໍ​ໄດ້​ຖືກ​ຈັບ​ກຸມ​ ​ແລະ​ອາດ​ຈະປະ​ເຊີນກັບ​ຂໍ້​ຫາ​ຖານ​ທຳ​ການ​ຄາດ​ຕະກັມ​ເຊັ່ນ​ກັນ.
ຣັຖບານ​ໄດ້​ປະກາດ​ໃຊ້​ກົດ​ໄອ​ຍະ​ການ​ເສິກ​ໃນ​ແຂວງ​ດັ່ງກ່າວ​ເພື່ອ​ອະນຸຍາດ​ໃຫ້​ທະຫານຣັຖບານ​ ທີ່ ​ຖືກ​ສົ່ງ​ໄປ​ປະຈຳການ​ຢູ່​ທີ່​ນັ້ນຫລາຍ​ພັນ​ຄົນ ສາມາດ​ທຳ​ການ​ຈັບ​ກຸ່ມຜູ້​ຄົນ​ໄດ້​ໂດຍ​ບໍ່​ຕ້ອງ​ມີ​ໝາຍ​ຈັບ.
ທີ່ອິນ​ໂດ​ເນ​ເຊັຍ:ປະຊາຊົນ​ອິນ​ໂດ​ເນ​ເຊັຍ​ຫລາຍ​ພົນ​ຄົນ​ພາກັນ​ໂຮມ​ຊຸມນຸມ​ຢູ່ໃນ​ຫລາຍໆ​ ​ຫົວ​ເມືອງ ໃຫຍ່​ໃນ​ມື້​ນີ້ ເພື່ອເປັນຂີດ​ໝາຍ​ວັນປາບປາມ​ການ​ສໍ້ຣາດບັງ​ຫລວງສາກົນ ​ໃນ​ຂະນະ​ດຽວ​ກັນ​ເຂົາ​ເຈົ້າຮຽກຮ້ອງ​ໃຫ້​ຣັຖບານ​ທຳ​ການ​ເຄື່ອນ​ໄຫວ​ຫລາຍ​ຂຶ້ນ​ເພື່ອຢຸດຕິ​ການ​ສໍ້ຣາດບັງ​ຫລວງ​ ໃນ​ໝູ່​ຕຳຫລວດ ນັກ​ການ​ເມືອງ​ ແລະ​ພວກຣັຖກອນ​ນັ້ນ. ທ່ີ​ກຸງ​ຢາ​ກາກ​ຕາ ພວກ​ປະ​ທ້ວງ​ຫລາຍ​ກວ່າ 1 ພັນ​ຄົນ​ໄດ້​ພາກັນ​ຍ່າງ
​ໄປ​ຍັງ​ທຳນຽບຣັຖບານ​ໂດຍ​ພາກັນ​ຖື​ປ້າຍ​ຄຳ​ຂວັນ​ຕ່າງໆ ທ່ີ​ຮຽກຮ້ອງໃຫ້​ປະທານາທິບໍດີ ຊູຊີ​ໂລ​ບັມບັງ ຢຸ​ໂທ​ໂຢ​ໂນະ ທຳ​ ການ​ເຄື່ອນ​ໄຫວດັ່ງກ່າວ, ໄດ້​ມີ​ການ​ສົ່ງ​ເຈົ້າ​ໜ້າ​ທ່ີ​ຕຳຫລວດ​ປາບ​ຈະ ລາຈົນ​ໄປເຝົ້າຍາມຢູ່​ນອກ​ທຳນຽບຣັຖບານ​ ​ໂດຍ​ມີ​ປືນ​ສີດ​ນ້ຳ 2 ອັນ ໜຸນ​ຫລັງ​.​ທ່ານ​ຢຸດ​ໂທ​ໂຢ​ໂນະ ກຳລັງ​ຖືກ​ກົດ​ດັນ​ຫລາຍ​ຂຶ້ນ ​ເລື້ອຍໆ​ໃນ​ຂະນະ​ທ່ີ ພວກ​ສະມາຊິກ​ສະພາ​ທຳ​ການ​ສືບສວນ​ການ​ກ່າວ​ຫາ​ ກ່ຽວ​ກັບການ​ສໍ່ ຣາດບັງຫລວງ​ ທ່ີ​ພົວພັນ​ກັບ​ເງິນຊ່ວຍ​ເຫລືອ 700 ລ້ານ​ດອນ​ລ້າ ທີ່​ອະນຸມັດ​ໃຫ້​ທະນາຄານແຫ່ງ​ນຶ່ງ​ທ່ີ​ປະສົມ​ກັບ​ຄວາມ​ລົ້ມ​ແຫລວ​ໃນ​ປີ​ແລ້ວ​ນີ້.
ປະທານາທິບໍດີ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ ທ່ີ​ວ່າ​ເງິນ​ບາງ​ສ່ວນທ່ີໄດ້​ອະນຸ ມັດໃຫ້​ທະນາຄານ ໄດ້​ຮົ່ວ​ໄຫລ​ເຂົ້າ​ໄປ​ໃນ​ໜ່ວຍ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງຂອງທ່າ​ນ ​ໃນການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ກໍລະກົດ​ຜ່ານ​ມາ​ນັ້ນ. ທ່ານ​ຢຸດ​ໂທ​ໂຢ​ໂນະ ​ໄດ້​ຖື​ກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອີກ​ສະ​ໄໝ​ນຶ່ງໂດຍ​ໄດ້ໂຄສະນາ​ຫາ​ສຽງ​ວ່າ ຈະ​ປາບ​ການ​ສໍ້ຣາດບັງ​ຫລວງ​ໃຫ້​ໝົດ​ໄປ​.
ກ່ຽວ​ກັບ​ເສດຖະກິດ​ຂອງ​ກຳປູ​ເຈັຍ: ກອງ​ທຶນ​ສາກົນ​ຫລື IMF ຮຽກຮ້ອງ​ໃຫ້​ກຳປູ​ເຈັຍ​ສ້າງ​ຄວາມ​ເຂັ້ມ​ແຂງ ໃຫ້​ແກ່​ລະບົບ​ທະນາຄານ​ຂອງ​ຕົນ ​ໃນ​ຂະນະ​ທ່ີ​ກຳປູ​ເຈັຍ​ພະຍາຍາມ​ຟື້ນ ຕ​ໂຄືນ​ຈາກ​ສະພາວະ​ເສດຖະກິດ​ຖົດຖອຍ​ຢູ່​ນີ້. ໃນ​ລາຍ​ງານ​ສະບັບ​ນຶ່ງ​ທ່ີ​ອອກ​ໃນ​ວັນ​ອັງຄານ​ວານ​ນີ້ ອົງການ IMF ​ໄດ້​ຊຸກຍູ້​ໃຫ້ຣັຖບານ​ກຳປູ​ເຈັຍ​ ທຳ​ການ​ກຳກັບ​ດູ​ແລ​ລະບົບ​ທະນາ​ຄານຂອງ​ຕົນ​ໃຫ້ເຄ່ງ​ຄັດຂຶ້ນ ຫລັງ​ຈາກທີ່​ພາກສ່ວນ​ການ​ເງິນ​ໄດ້​ອ່ອນແອ​ລົງ​ ຍ້ອນ​ການປ່ອຍໃຫ້ລາ ຄາ​ຊັບ​ສິນ​ທ່ີ​ດິນ​ລອຍໂຕ​ແລະນຳໃຊ້​ນະ​ໂຍບາຍ ຄຸ້ມ​ຄອງທ່ີ​ມີ​ການ​ສ່ຽງ​ໄພ​. ລາຍ​ງານ​ຂອງ​ກອງ​ທຶນ​ສາກົນເວົ້າ​ວ່າການ ​ເສດຖະກິດ​ຂອງ​ກຳປູ​ເຈັຍ ຄາດ​ວ່າ​ຈະ​ຫົດ​ໂຕ​ເຂົ້າ​ໃນ​ອັດຕາ 2.7 ​ເປີ​ເຊັນ​ໃນ​ປີ​ນີ້​ ກ່ອນທີ່ຈະ​ຟື້ນ​ໂຕ​ຄືນ.
ອົງການ IMF ກ່າວ​ວ່າ ກຳປູ​ເຈັຍ​ໄດ້​ຮັບ​ຄວາມ​ເສັຍ​ຫາຍ​ໜັກເປັນ​ພິ​ເສດ ຈາກ​ວິ​ກິດການ​ເສດຖະກິດ​ໂລກ ຫລັງ​ຈາກ​ໄດ້​ມີ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ມາ​ເປັນ​ເວລາ​ນຶ່ງ​ທົດ​ສວັດ​ ​ແລະ​ໃຫ້​ຂໍ້​ສັງ​ເກດ​ວ່າກຳປູ​ເຈັຍໄດ້ ​ປະ​ເຊີນກັບ​ການ​ຫລຸດ​ລົງ​ຂອງອຸດສາຫະກັມ​ການທ່ອງທ່ຽວ​ ການ​ສົ່ງ ອອກ​ສິນຄ້າ ພ້ອມ​ທັງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ດ້ານ​ຜລິດ​ຕະພັນ​ການກະ​ເສດ​ນຳ.

ກ່ຽວຂ້ອງກັນ

XS
SM
MD
LG