ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ພຶດສະພາ ໒໐໒໔

ຮຽນຄໍາສັບພາສາອັງກິດໃນຂ່າວ Ordinary ແປວ່າ: ປົກກະຕິ, ທໍາມະດາ


Ordinary ໝາຍຄວາມວ່າ ປົກກະຕິ ບໍ່ແຕກຕ່າງ ຫຼື ພິເສດ ການເປັນປົກກະຕິ ແມ່ນການມີຄຸນນະພາບ ຍົດຕໍາແໜ່ງ ຫຼືຄວາມອາດສາມາດທົ່ວໄປ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

This news word is from a story about puppies.

ຄໍາສັບໃນຂ່າວນີ້ ແມ່ນມາຈາກເລື້ອງລາວກ່ຽວກັບພວກໝານ້ອຍ.

They are training to work with police in Taiwan.

ພວກມັນ ກໍາລັງຝຶກຊ້ອມໃຫ້ເຮັດວຽກກັບເຈົ້າໜ້າທີ່ຕໍາຫຼວດຢູ່ໃນໄຕ້ຫວັນ.

ORDINARY: ORDINARY

These happy puppies are not your ordinary dogs.

ພວກໝານ້ອຍທີ່ມ່ວນຊື່ນເຫຼົ່ານີ້ ບໍ່ຄືກັນກັບໝານ້ອຍທໍາມະດາຂອງພວກທ່ານ.

They are the newest class of police sniffer dogs in Taipei.

ພວກມັນແມ່ນ​ໝາດົມ​ກິ່ນ​ຕຳຫຼວດ​ຊຸດ​ໃໝ່​ສຸດ​ໃນນະຄອນຫຼວງໄທເປ.

We need three or four people to play with them because during their childhood it is important to let them to have fun so they can develop a trust toward you.

ພວກເຮົາຕ້ອງມີ 3 ຫຼື 4 ຄົນ ເພື່ອຫຼິ້ນກັບໝານ້ອຍເຫຼົ່ານີ້ ເນື່ອງຈາກວ່າ ໃນຊ່ວງເວລາທີ່ພວກມັນຍັງນ້ອຍ ມັນສຳ​ຄັນຫຼາຍທີ່ຈະເຮັດໃຫ້ພວກມັນມີ ຄວາມສະໜຸກສະໜານ ສະ​ນັ້ນ​ພວກ​ມັນ​ຈຶ່​ງ​ສາ​ມາດ​ພັດ​ທ​ະ​ນາຄວາມໄວ້ໃຈ ຕໍ່ພວກທ່ານໄດ້.

Ordinary means usual, not different or special.

Ordinary ໝາຍຄວາມວ່າ ປົກກະຕິ, ບໍ່ແຕກຕ່າງ ຫຼື ພິເສດ.

To be ordinary is to be of common quality, rank, or ability.

ການເປັນປົກກະຕິ ແມ່ນການມີຄຸນນະພາບ, ຍົດຕໍາແໜ່ງ, ຫຼືຄວາມອາດສາມາດທົ່ວ​ໄປ.

The opposite of ordinary is extraordinary.

ສິ່ງທີ່ກົງກັນຂ້າມກັບທໍາມະດາ ແມ່ນສິ່ງທີ່ເໜືອກວ່າທໍາມະດາ ຫຼື ພິເສດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG