ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ຄໍາສັບພາສາອັງກິດໃນຂ່າວ Desperate ແປວ່າ ໝົດຫວັງ ຫຼື ໝົດຄວາມຫວັງທີ່ສຸດ


Desperate ໝາຍຄວາມວ່າ ຄວາມທຸກທໍລະມານ ຄວາມກັງວົນຢ່າງຮຸນແຮງ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

This news word is about the effect of violence in Myanmar.

ຄໍາສັບໃນຂ່າວນີ້ ແມ່ນກ່ຽວກັບຜົນກະທົບຂອງຄວາມຮຸນແຮງ ຢູ່ໃນ ມຽນມາ.

DESPERATE: DESPERATE

Bangladesh says it is struggling to build camps for the huge number of Rohingya fleeing violence in Myanmar.

ບັງກລາແດັສ ກ່າວວ່າ ພວກເຂົາເຈົ້າກໍາລັງພົບກັບຄວາມຫຍຸ້ງຍາກ ໃນການສ້າງສູນສໍາ​ລັບປະຊາຊົນຊາວໂຣຮິງຢາຈໍານວນຫຼາຍ ທີ່ພາກັນ​ຫລົບໜີຄວາມຮຸນແຮງ ທີ່ເກີດຂຶ້ນໃນປະເທດມຽນມາ.

An official with the United Nations said the refugees are arriving in Bangladesh in desperate conditions.

ເຈົ້າໜ້າທີ່ອົງການສະຫະປະຊາຊາດຄົນນຶ່ງກ່າວວ່າ ບັນດາຜູ້ອົບພະຍົບທີ່ເດີນທາງມາເຖິງປະເທດບັງກລາແດັສ ໃນສະພາບທີ່ໝົດຫວັງ.

Desperate means very serious, bad or dangerous. It describes a feeling of hopelessness.

Desperate ໝາຍຄວາມວ່າ ຮ້າຍແຮງຫຼາຍ, ບໍ່ດີແທ້ໆ ຫຼື ອັນຕະລາຍທີ່ສຸດ. ຄໍາສັບດັ່ງກ່າວ ໄດ້ອະທິບາຍເຖິງຄວາມສິ້ນຫວັງທີ່ສຸດ.

It is also means suffering, extreme worry or need.

ຄໍາສັບດັ່ງກ່າວນີ້ ຍັງໝາຍຄວາມວ່າ ຄວາມທຸກທໍລະມານ ຄວາມ​ກັງ​ວົນ​ຢ່າງ​ແຮງ ຫຼືຄວາມຈຳ​ເປັນ.

Now you know what desperate means.

ບັດນີ້ ທ່ານກໍຮູ້ແລ້ວວ່າ ຄໍາສັບ desperate ນີ້ ໝາຍຄວາມວ່າຫຍັງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG