ວີດີໂອ ສຫລ ແລະ ເກົາຫຼີໃຕ້ ປະກາດເພີ້ມທະວີ ການຮ່ວມມືກັນ ສະກັດກັ້ນ ການເພີ້ມຄວາມຮ້າຍແຮງຂຶ້ນຂອງເກົາຫລີເໜືອ
ສະຫະລັດ ແລະ ເກົາຫຼີໃຕ້ເຊັນຂໍ້ຕົກລົງທີ່ສຳຄັນສະບັບນຶ່ງ ໃນວັນພຸດຜ່ານມານີ້ ທີ່ ເຮັດໃຫ້ໂຊລ ມີບົດບາດຫລາຍຂຶ້ນ ໃນການຕັດສິນໃຈເລື້ອງວາງແຜນສຸກເສີນຂອງສະຫະລັດຕອບໂຕ້ການໂຈມຕີດ້ວຍນິວເຄລຍທີ່ອາດເປັນໄປໄດ້ຂອງເກົາຫຼີເໜືອ ເພື່ອເປັນການແລກປ່ຽນກັບການທີ່ລັດຖະບານໂຊລ ຕົກລົງທີ່ຈະບໍ່ດຳເນີນໂຄງການອາວຸດ ນິວເຄລຍຂອງຕົນເອງ.