ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໕ ກັນຍາ ໒໐໒໔

ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ໄດ້ເດີນທາງມາເຖິງສະຫະລັດ ໃນວັນອາທິດວານນີ້ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ


ທ່ານເຊເລັນສກີ ໄດ້ປະກາດການຢຸດແວ່ ບ້ານເກີດຂອງປະທານາທິບໍດີ ໂຈ ໄບເດັນ ທີ່ເມືອງ ສແກຣນຕັນ, ລັດເພັນຊີລເວເນຍ ເພື່ອຢ້ຽມຢາມໂຮງງານຜະລິດອາວຸດຕ່າງໆ ເຊິ່ງທ່ານໄດ້ກ່າວວ່າ ກຳລັງເລັ່ງການຜະລິດລູກປືນຂອງປືນໃຫຍ່ 155 ມີລີແມັດ ທີ່ສຳຄັນ ເພື່ອຊ່ອຍໃນການປະຕິບັດການສົງຄາມ ຢູເຄຣນ

ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສກີ ໄດ້ເດີນທາງມາເຖິງສະຫະລັດ ໃນວັນອາທິດວານນີ້ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະ ປະຊາຊາດ ແລະຮຽກຮ້ອງຕໍ່ບັນດາຄູ່ພາຄີ ໃຫ້ຊ່ອຍໃນການບັນລຸ “ໄຊຊະນະຮ່ວມກັນ ເພື່ອສັນຕິພາບທີ່ເປັນທຳຢ່າງແທ້ຈິງ.”

ທ່ານເຊເລັນສກີ ໄດ້ປະກາດການຢຸດແວ່ ບ້ານເກີດຂອງປະທານາທິບໍດີ ໂຈ ໄບເດັນ ທີ່ເມືອງ ສແກຣນຕັນ, ລັດເພັນຊີລເວເນຍ ເພື່ອຢ້ຽມຢາມໂຮງງານຜະລິດອາວຸດຕ່າງໆ ເຊິ່ງທ່ານໄດ້ກ່າວວ່າ ກຳລັງເລັ່ງການຜະລິດລູກປືນຂອງປືນໃຫຍ່ 155 ມີລີແມັດ ທີ່ສຳຄັນ ເພື່ອຊ່ອຍໃນການ​ປະ​ຕິ​ບັດ​ການ​ສົງ​ຄາມ ຢູເຄຣນ.

ຄວາມເປັນຫ່ວງຂອງຜູ້ນຳຢູເຄຣນ ກ່ຽວກັບການຂາດແຄນຂອງລູກປືນທັງຫຼາຍເຊັ່ນນັ້ນ ກໍໄດ້ເພີ້ມຄວາມຮີບດ່ວນຂຶ້ນຕື່ມ ຂະນະທີ່ຣັດເຊຍ ໄດ້ທຳລາຍເຄືອຂ່າຍດ້ານພະລັງ ງານຂອງ ຢູເຄຣນ ກ່ອນໜ້າຂອງລະດູໜາວທີ່ສຳຄັນ ໃນບໍ່ເທົ່າໃດເດືອນຈະມາເຖິງນີ້.

ການຢ້ຽມຢາມຂອງທ່ານເຊເລັນສກີ ເກີດຂຶ້ນພ້ອມໆກັນກັບ ຄວາມພະຍາຍາມຂອງ ສະຫະລັດ ທີ່ຈະກຽມໃຫ້ທຶນຊ່ອຍເຫຼືອ ທາງການທະຫານ ມູນຄ່າ 375 ລ້ານໂດລາ ສຳລັບຢູເຄຣນ ໂດຍແກ້​ໄຂແນວໂນ້ມໃນການແກ່ຍາວອອກໄປ ດ້ວຍການແບ່ງອອກ ເປັນຊຸດນ້ອຍລົງ ສຳລັບປະຕິບັດການທາງທະຫານຂອງກີຢິບ.

ອົງການຂ່າວແຫ່ງຊາດຂອງຢູເຄຣນ ໄດ້ກ່າວວ່າ ທ່ານເຊເລັນສກີ ຈະກ່າວຖະແຫລງ ຢູ່ກອງປະຊຸມສຸດຍອດ ສ​ປ​ຊ ໃນວັນຈັນມື້ນີ້, ເຂົ້າຮ່ວມກອງປະຊຸມສະພາຄວາມໝັ້ນຄົງ ກ່ຽວກັບ ຢູເຄຣນ ໃນວັນອັງຄານ, ແລະ ກ່າວປາໄສໃນລະຫວ່າງ ກອງປະຊຸມສະມັດຊາໃຫຍ່ໃນວັນພຸດ.

ຕໍ່ຈາກນັ້ນທ່ານຈະເດີນທາງໃນວັນພະຫັດ ໄປຍັງນະຄອນຫຼວງ ວໍຊິງຕັນ ສຳລັບການ ເຈລະຈາຕ່າງຫາກກັບ ປະທານາທິບໍດີ ໄບເດັນ ແລະຮອງປະທານາທິບໍດີ ແຮຣິສ ເຊິ່ງໃນຊ່ວງເວລານັ້ນ ທ່ານຈະສະເໜີ “ແຜນການແຫ່ງໄຊຊະນະ” ໃນສົງຄາມ ຢູເຄຣນ ຕໍ່ຕ້ານຣັດເຊຍ.

ທ່ານເຊເລັນສກີ ຍັງຫວັງວ່າ ຈະໄດ້ພົບປະກັບຜູ້ລົງສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານດໍໂນລ ທຣຳ ຜູ້ທີ່ເອີ້ນການຊ່ອຍເຫຼືອຂອງສະຫະລັດ ຕໍ່ບັນດາພັນທະມິດ ປະເທດຢູໂຣບຕາເວັນອອກ ເປັນການສິ້ນເປືອງເງິນ ແລະ ໄດ້ປະຕິເສດທີ່ກ່າວວ່າ ທ່ານຕ້ອງການໃຫ້ຢູເຄຣນ ຊະນະ.

ທ່ານທຣຳ ໄດ້ກ່າວວ່າ ບາງທີ ທ່ານຈະພົບປະກັບທ່ານເຊເລັນສກີ ໃນອາທິດນີ້ ແຕ່ບໍ່ໄດ້ປະກາດວັນເວລາ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG