ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔
ຮອງປະທານາທິບໍດີ ໂຈ ໄບເດັນ ລົງແຂ່ງຄັ້ງທີສາມ ເພື່ອເອົາຕຳແໜ່ງປະທານາທິບໍດີ ຈາກ ທ່ານດໍໂນລ ທຣຳ
ຮອງປະທານາທິບໍດີ ໂຈ ໄບເດັນ ລົງແຂ່ງຄັ້ງທີສາມ ເພື່ອເອົາຕຳແໜ່ງປະທານາທິບໍດີ ຈາກ ທ່ານດໍໂນລ ທຣຳ

ລາຍງານບລອກສົດ! ການເລືອກຕັ້ງ ໃນ ສະຫະລັດ ປີ 2020

ວີໂອເອ ລາວ ລາຍງານສົດ ຄວາມຄືບໜ້າ ການເລືອກຕັ້ງ ປະທານາທິບໍດີ ປີ 2020!

ປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ລົງແຂ່ງຂັນເພື່ອດຳລົງຕຳແໜ່ງ ສະໄໝທີສອງ ສ່ວນທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເປັນຄັ້ງທີສາມ ເພື່ອຍາດເອົາຕຳແໜ່ງຂອງທຳນຽບຂາວ.

ໃນເວລາ 12 ໂມງເຄິ່ງຂອງວັນພະຫັດ, ທີ 5 ພະຈິກ (ຕາມເວລາວໍຊິງຕັນ) ທ່ານໂຈ ໄບເດັນ ຄູ່ແຂ່ງຈາກພັກເດໂມແຄຣັດ ຍັງມີຄະແນນເທົ່າເດີມ ຕາມທີ່ພວກເຮົາໄດ້ລາຍໄປແລ້ວ ຄື 253 ແຕ່ທ່ານປະທານາທິບໍດີ ດໍໂນລ ທຣຳ ໄດ້ຮັບຕື່ມອີກນຶ່ງຄະແນນ ເພີ້ມຂຶ້ນເປັນ 214. ຂະນະນີ້ ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາແມ່ນຕ້ອງການອີກ 56 ຄະແນນ ຈຶ່ງຈະໄດ້ຮອດ 270 ເພື່ອຈະຮັກສາຕໍາ ແໜ່ງຂອງທ່ານໄວ້ອີກ 4 ປີຕໍ່ໜ້າ. ຍັງເຫຼືອອີກຢູ່ 6 ລັດທີ່ຍັງບໍ່ທັນສຳເລັດການນັບຄະແນນເທື່ອບັດເລືອກຕັ້ງທີ່ສົ່ງທາງໄປສະນີ ປະກອບດ້ວຍລັດເພັນຊິລເວເນຍ, ຄາໂຣໄລນາເໜືອ, ຈໍເຈຍ, ເນວາດາ, ອາຣິໂຊນາ ແລະອາລາສກາ. ທ່ານໄບເດັນຊຶ່ງຄາດໄດ້ຊະນະການເລືອກຕັ້ງແບບມີຄະແນນສູສີກັນກັບທ່ານທຣໍາ ໃນລັດວິສຄັນຊິນ ແລະຄະນະໂຄສະນາຫາສຽງຂອງທ່ານທຣໍາ ຢາກໃຫ້ມີການນັບຄະແນນຄືນໃໝ່. ສ່ວນຜົນການເລືອກຕັ້ງຂັ້ນສຸດທ້າຍນັ້ນ ກໍອາດຈະໃຊ້ເວລາອີກຫລາຍວັນຈຶ່ງຮູ້ໄດ້. ລາຍງານຂ່າວແຈ້ງວ່າ ມາຮອດວັນພະຫັດມື້ນີ້ ທ່ານໄບເດັນແມ່ນນຳໜ້າ ໃນຄະແນນສຽງຂອງປະຊາຊົນ ຄືໄດ້ 71 ລ້ານ 6 ແສນຄົນ ປຽບທຽບໃສ່ທ່ານທຣຳ ທີ່ໄດ້ຮັບ​ແຕ່ 68​ ລ້ານ 1 ແສນຄົນ ອີງຕາມອົງການຄົ້ນຄວ້າເອດີສັນແລະອົງການຂ່າວເອພີ.

ໃນຕອນບ່າຍວັນພະຫັດມື້ນີ້ ຕາມເວລາໃນເຂດພາກຕາເວັນອອກຂອງສະຫະລັດ ທ່ານໂຈ ໄບເດັນ ໄດ້ປາກົດຕົວເປັນເວລາສັ້ນໆ ທີ່ນະຄອນວິລມິງຕັນ ໃນລັດເດລາແວ ໂດຍກ່າວວ່າ "ບັດທຸກໆບັດຈະຕ້ອງໄດ້ຖືກນັບ." ທ່ານກ່າວຕື່ມວ່າ "ມັນແມ່ນກ່ຽວກັບວ່າ ປະຊາຊົນໃນປະເທດນີ້ ໄດ້ສະແດງອອກເຖິງການຕັດສິນໃຈຂອງພວກເຂົາເຈົ້າແບບໃດ ແລະມັນເປັນຄວາມປະສົງຂອງຜູ້ມີສິດປ່ອນບັດ ບໍ່ມີໃຜ ແລະບໍ່ມີສິ່ງໃດທັງໝົດ ທີ່ໄດ້ເລືອກເອົາປະທານາທິບໍດີຂອງສະຫະລັດ."

ໃນຕອນຄ່ຳຂອງວັນພະຫັດວານນີ້ ປະທານາທິບໍດີດໍໂນລ ທຣຳ ໄດ້ກ່າວອ້າງ ໂດຍບໍ່ມີຫຼັກຖານວ່າ ທ່ານໄດ້ຖືກສໍ້ໂກງ ໃຫ້ອອກຈາກຕໍາແໜ່ງ ໃນສະໄໝທີສອງ. ທ່ານກ່າວວ່າ “ຖ້າທ່ານນັບບັດຄະແນນສຽງທີ່ປ່ອນແບບຖືກຕ້ອງຕາມກົດໝາຍ, ຂ້າພະເຈົ້າຈະໄດ້ຊະນະຢ່າງງ່າຍໆ.” ທ່ານກ່າວຕໍ່ໄປອີກວ່າ "ຖ້າທ່ານນັບບັດຄະແນນສຽງທີ່ຜິດກົດໝາຍ, ພວກເຂົາສາມາດພະຍາຍາມລັກເອົາການເລືອກຕັ້ງໄປ ຈາກພວກເຮົາໄດ້." ທ່ານທຣໍາ ໄດ້ໃຊ້ເວລາ 16 ນາທີ ຢືນກ່າວຄໍາປາໄສ ຢູ່ຫ້ອງປະຊຸມຖະແຫລງຂ່າວ ໃນທຳນຽບຂາວ ໂດຍກ່າວວ່າ ຄະແນນນຳໜ້າຂອງທ່ານທີ່ມີຢູ່ໃນລັດຕ່າງໆກຳລັງຖືກ "ລັກເອົາອອກໄປຢ່າງລັບໆ ເທື່ອລະເລັກລະນ້ອຍ" ໃນຂະນະທີ່ມີການນັບຄະແນນສຽງຍັງສືບຕໍ່ດໍາເນີນໄປຢູ່ນັ້ນ. ມາຮອດວັນສຸກ ຄະແນນສຽງກໍຍັງບໍ່ມີການປ່ຽນແປງ ຈາກທີ່ພວກເຮົາໄດ້ລາຍໄປແລ້ວ ຄື ທ່ານໄບເດັນໄດ້ຮັບ 253 ຄະແນນ ແລະປະທານາທິບໍດີທຣຳ ໄດ້ຮັບ 214. ຂະນະນີ້ ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາແມ່ນຕ້ອງການອີກ 56 ຄະແນນ ຈຶ່ງຈະໄດ້ຮອດ 270 ເພື່ອຈະຮັກສາຕໍາແໜ່ງໄວ້ ໃນອີກ 4 ປີຕໍ່ໜ້າ.

ມາຮອດເຊົ້າວັນເສົາມື້ນີ້ ຕາມເວລາໃນພາກຕາເວັນອອກຂອງສະຫະລັດ ຄະແນນສຽງກໍຍັງບໍ່ມີການປ່ຽນແປງ ຈາກທີ່ພວກເຮົາໄດ້ລາຍງານໄປແລ້ວ ຄື ທ່ານໄບເດັນໄດ້ຮັບ 253 ຄະແນນ ແລະປະທານາທິບໍດີທຣຳ ໄດ້ຮັບ 214 ຄະແນນ. ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນ ຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາ ແມ່ນຕ້ອງການອີກ 56 ຄະແນນຈຶ່ງຈະຮອດ 270 ຄະແນນເພື່ອຈະເຂົ້າກຳຕຳແໜ່ງຕື່ມອີກ 4 ປີ. ເວລານີ້ຫຼາຍລັດຍັງສືບຕໍ່ນັບຄະແນນກັນຢູ່ ແລະລັດຈໍເຈຍ ໄດ້ປະກາດໃນວັນສຸກມື້ວານນີ້ວ່າ ຕົນຈະນັບຄະແນນ ຄືນໃໝ່ທັງໝົດ ຍ້ອນວ່າ ປະທານາທິບໍດີດໍໂນລ ທຣຳ ຜູ້ສະໝັກຂອງພັກຣີພັບບລີກັນ ແລະຜູ້ທ້າຊິງ ຫຼືຄູ່ແຂ່ງຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ມີຄະແນນໃກ້ຄຽງກັນຫຼາຍ.

ໂຫລດຕື່ມອີກ

XS
SM
MD
LG