ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔
ຮອງປະທານາທິບໍດີ ໂຈ ໄບເດັນ ລົງແຂ່ງຄັ້ງທີສາມ ເພື່ອເອົາຕຳແໜ່ງປະທານາທິບໍດີ ຈາກ ທ່ານດໍໂນລ ທຣຳ
ຮອງປະທານາທິບໍດີ ໂຈ ໄບເດັນ ລົງແຂ່ງຄັ້ງທີສາມ ເພື່ອເອົາຕຳແໜ່ງປະທານາທິບໍດີ ຈາກ ທ່ານດໍໂນລ ທຣຳ

ລາຍງານບລອກສົດ! ການເລືອກຕັ້ງ ໃນ ສະຫະລັດ ປີ 2020

ວີໂອເອ ລາວ ລາຍງານສົດ ຄວາມຄືບໜ້າ ການເລືອກຕັ້ງ ປະທານາທິບໍດີ ປີ 2020!

ປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ລົງແຂ່ງຂັນເພື່ອດຳລົງຕຳແໜ່ງ ສະໄໝທີສອງ ສ່ວນທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເປັນຄັ້ງທີສາມ ເພື່ອຍາດເອົາຕຳແໜ່ງຂອງທຳນຽບຂາວ.

ລັດເດລາແວ ຕົກເປັນຂອງທາ່ນໄບເດັນ ໂດຍໄດ້ຮັບຄະແນນຈາກຜູ້ແທນຕື່ມອີກ 3 ຄະແນນ ລວມແລ້ວ ມີຢູ່ 17 ຄະແນນ ສ່ວນລັດໂອກລາໂຮມາ ເປັນຂອງທ່ານ ທຣຳ ໂດຍໄດ້ຮັບ 7 ຄະແນນຈາກຜູ້ແທນຕື່ມ ເປັນ 26 ຄະແນນແລ້ວ ລັດໂອກລາໂຮມາ ເປັນລັດທີ່ສະໜັບສະໜູນ ພັກຣີພັບບລີກັນ ມາຕະຫຼອດຕັ້ງແຕ່ປີ 1992 ຈົນເຖິງປັດຈຸບັນນີ້ ສ່ວນລັດເດລາແວ ກໍເປັນລັດທີ່ສະໜັບສະໜູນພັກເດໂມແຄຣັດ ຕະຫຼອດມາເຊັ່ນກັນ.

ທ່ານໂຈ ໄບເດັນ ໄດ້ຮັບຄະແນນຈາກຜູ້ແທນຂອງລັດແມຣີແລນ 10 ຄະແນນ ແລະຍັງຄົງເປັນລັດທີ່ສະໜັບສະໜູນພັກເດໂມແຄຣັດ ຕະຫຼອດມາ ລວມແລ້ວ ມີຢູ່ 27 ຄະແນນ ແຊງໜ້າທ່ານທຣຳ ໄປແລ້ວນຶງຄະແນນ. ອີງຕາມການເລືອກຕັ້ງທີ່ຜ່ານມາ ລັດຢູ່ທາງພາກໃຕ້ສ່ວນໃຫຍ່ ຈະສະໜັບສະໜຸນພັກຣີພັບບລີກັນຢ່າງໜຽວແໜ້ນ ເຊັ່ນລັດເທັກຊັສ ຫລຸຍເຊຍນາ ມິສຊິສຊິບປີ ອາລາບາມາ ຈໍເຈຍ ຄາໂຣໄລນາໃຕ້ແລະເໜືອ ເທນເນັສຊີ້ ແລະເວີຈີເນຍຕາເວັນຕົກ.

ທ່ານໄບເດັນ ໄດ້ລັດນິວຢອກ ນິວເຈີຊີ ແລະເຂດນະຄອນຫຼວງ ໂດຍໄດ້ຮັບຄະແນນຜູ້ແທນ ຈາກທັງສາມລັດລວມທັງໝົດ 36 ຄະແນນ ບວກເຂົ້າກັບຄະແນນທີ່ທ່ານມີຢູ່ແລ້ວນັ້ນ ເປັນ 73 ຄະແນນ ຊຶ່ງກາຍທ່ານທຣຳ 47 ຄະແນນແລ້ວ ເຖິງຢ່າງໃດກໍຕາມ ຍັງອີກຫຼາຍລັດທີ່ຍັງບໍ່ທັນສຳເລັດການນັບຄະແນນສຽງເທື່ອ ສະນັ້ນແລ້ວການຕັດສິນຜູ້ຊະນະ ອາດຈະຕ້ອງໃຊ້ເວລາຫຼາຍມື້.

ທ່ານທຣຳ ໄດ້ສອງລັດທາງພາກໃຕ້ ຕາມຄວາມຄາດໝາຍ ຄື ລັດອາລາບາມາ ທີ່ມີ 9 ຄະແນນ ແລະອາແກນຊໍ ທີ່ມີ 6 ຄະແນນ ລວມເຂົ້າກັບຄະແນນທີ່ທ່ານມີຢູ່ແລ້ວນັ້ນ ເປັນ 41 ຄະແນນຈາກຜູ້ແທນ. ທ່ານທຣຳ ໄດ້ຕື່ມອີກສອງລັດ ດາໂກຕາໃຕ້ ທີ່ມີຄະແນນຜູ້ແທນ 11 ຄະແນນ ແລະເທັນເນສຊີ ມີ 3 ຄະແນນຜູ້ແທນ ລວມທັງໝົດທ່ານທຣຳ ໄດ້ຮັບຄະແນນຈາກຜູ້ແທນ 55 ຄະແນນ ສ່ວນທ່ານໄບເດັນ ໄດ້ລັດໂຄໂລຣາໂດ ທີ່ມີຄະແນນຜູ້ແທນ 9 ຄະແນນ ລວມແລ້ວ ທ່ານໄບເດັນ ມີທັງໝົດ 82 ຄະແນນຈາກຜູ້ແທນ.

ມາເຖິງເວລານີ້ ວີໂອເອ ຂໍຢຸດການບລອກ ແລະຈະກັບຄືນມາລາຍງານຕື່ມອີກ ໃນເວລາຕອນບ່າຍ ປະມານ 4 ໂມງ ກະລຸນາຕິດຕາມ

ໂຫລດຕື່ມອີກ

XS
SM
MD
LG