ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໙ ກັນຍາ ໒໐໒໔

ມີການລອບຍິງອະດີດປະທານາທິບໍດີ ດໍໂນລ ທຣຳ ຄັ້ງທີສອງຢູ່ທີ່ສະໜາມກັອຟຂອງທ່ານໃນລັດຟລໍຣິດາ


ເຈົ້າໜ້້າທີ່ຕຳຫຼວດໃນທ້ອງຖິ່ນ ໄດ້ກ່າວ​ວ່າ ຜູ້ຕ້ອງສົງໄສໄດ້ຫລົບໜີ ປະຖິ້ມໄວ້ ປືນຍາວແບບ AK-47” ຕິດຕັ້ງດ້ວຍກ້ອງສ່ອງ, ກ້ອງວິ​ດີ​ໂອ GoPro ແລະຖົງ ເປ້ສອງຖົງ. ຕຳຫຼວດໃນເວລາຕໍ່ມາ ສາມາດຈັບກຸມຜູ້ກ່ຽວໄດ້ ຂະນະທີ່ລາວຂັບ ລົດໜີດ້ວຍຄວາມໄວສູງ ໄປຕາມທາງຫຼວງເສັ້ນຫຼັກເຂົ້າໄປໃນເຂດຕົວເມືອງຢູ່ໃກ້ຄຽງ

ເປັນຄັ້ງທີສອງໃນເວລາເກົ້າອາທິດຜ່ານມາ ອະດີດປະທານາທິບໍດີ ດໍໂນລ ທຣຳ ໄດ້ລອດຈາກອັນ​ທີ່​ອາດ​ເປັນການລອບສັງຫານ-

ອັນເປັນຄັ້ງຫຼ້າສຸດ ໃນຕອນບ່າຍວັນອາທິດວານນີ້ ຢູ່ທີ່ສະໂມສອນກັອຟຂອງ ທ່ານ ໃນເມືອງ ພາມບິຈ ຕາເວັນຕົກ ຂອງລັດຟລໍຣິດາ, ດັ່ງທີ່ອົງການ FBI ໄດ້ກ່າວ.

ບໍ່ຄືກັບການພະຍາຍາມກ່ອນໜ້ານີ້, ຄັ້ງນີ້ ບໍ່ໄດ້ເກີດຂຶ້ນສົດຜ່ານທາງໂທລະພາບ ຄືກັບການລອບຍິງທີ່ສະເທືອນຈິດໃຈເຊິ່ງ ທ່ານທຣຳ ລອດຊີວິດມາໄດ້ ໃນວັນ ທີ 13 ກໍລະກົດ.

ບັນດາເຈົ້າໜ້າທີ່ໄດ້ກ່າວໃນວັນອາທິດວານນີ້ ວ່າ ທ່ານທຣຳ ບໍ່ໄດ້​ຮັບ​ບາດເຈັບ.

ອົງການ FBI ເຊິ່ງກຳລັງນຳໜ້າໃນການສືບສວນສອບສວນ ກ່າວວ່າ ມັນ “ປາກົດວ່າ ເປັນການພະຍາຍາມລອບສັງຫານ.”

ເຈົ້າໜ້້າທີ່ຕຳຫຼວດໃນທ້ອງຖິ່ນ ໄດ້ກ່າວ​ວ່າ ຜູ້ຕ້ອງສົງໄສໄດ້ຫລົບໜີ ປະຖິ້ມໄວ້ ປືນຍາວແບບ AK-47” ຕິດຕັ້ງດ້ວຍກ້ອງສ່ອງ, ກ້ອງວິ​ດີ​ໂອ GoPro ແລະຖົງ ເປ້ສອງຖົງ. ຕຳຫຼວດໃນເວລາຕໍ່ມາ ສາມາດຈັບກຸມຜູ້ກ່ຽວໄດ້ ຂະນະທີ່ລາວຂັບ ລົດໜີດ້ວຍຄວາມໄວສູງ ໄປຕາມທາງຫຼວງເສັ້ນຫຼັກເຂົ້າໄປໃນເຂດຕົວເມືອງຢູ່ໃກ້ຄຽງ.

ເຈົ້າໜ້າທີ່ຕຳຫຼວດທ່ານ ຣິກ ແບຣດຊໍ ນຳພາການສືບສວນຈາກ​ຫ້ອງ​ການຕຳຫຼວດເມືອງ ພາມບິຈ ກ່າວວ່າ “ເຈົ້າໜ້າທີ່ອາລັກຂາ ທີ່ຢູ່ໃນສະໜາມກັອຟ ໄດ້ປະຕິບັດໜ້າທີ່ຢ່າງ ດີເລີດ. ສິ່ງທີ່ພວກເຂົາເຈົ້າເຮັດ ກໍແມ່ນວ່າ ພວກເຂົາເຈົ້າສົ່ງເຈົ້າໜ້າທີ່ຄົນນຶ່ງ ໄປຂຸມຕໍ່ໄປ ກ່ອນໜ້າແລ້ວ ບ່ອນທີ່ທ່ານປະທານາທິບໍດີ ຈະໄປທີ່ນັ້ນ. ແລ້ວເຈົ້າໜ້າທີ່ກໍສາມາດ ແນມເຫັນເລົາປືນທີ່ເດ່ອອກມາຈາກຮົ້ວ ແລະໃນທັນທີທັນໃດນັ້ນ ກໍໄດ້ເຂົ້າສະກັດກັ້ນບຸກຄົນຜູ້ນັ້ນ ເຊິ່ງໃນເວລານັ້ນຜູ້ກ່ຽວກໍໄດ້ແລ່ນໜີ.”

XS
SM
MD
LG