ກັບດັກ ພິມໂດຍ ເຄື່ອງພິມ 3 ມິຕິ ຊ່ວຍນັກວິທະຍາສາດ ສຶກສາ ພວກແມງໄມ້ ທີ່ທຳລາຍຕົ້ນໄມ້
ພວກດ້ວງ ຫຼື ແມງນ້ຳຝົນ ທີ່ບໍ່ໄດ້ເກີດຢູ່ໃນພື້ນທີ່ ຂອງພາກໃຕ້ ລັດ California ແມ່ນກຳລັງກໍ່ຄວາມເສຍຫາຍຢ່າງໜັກ ຕໍ່ຕົ້ນ ໄມ້ທັງຫຼາຍ ລວມທັງ ຕົ້ນໝາກ avocado ຊຶ່ງເປັນຜົນປູກຂອງ ລັດ California ທີ່ສ້າງລາຍໄດ້ດີ. ບັນດານັກວິທະຍາສາດ ຢູ່ທີ່ ມະຫາວິທະຍາໄລຂອງ ລັດ California ທີ່ເມືອງ Riverside ແມ່ນພວມສູ້ຊົນ ກັບບັນຫານີ້ ໂດຍໄດ້ຮັບການຊ່ວຍເຫຼືອ ຈາກ ເຄື່ອງພິມ 3 ມິຕິ ຫຼື 3D printer ຈຳນວນສອງໜ່ວຍ. ຜູ້ສື່ຂ່າວ ວີໂອເອ Elizabeth Lee ມີລາຍລະອຽດເພີ້ມຕື່ມ ຊຶ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ ເປັນພາສາລາວ.
ຕອນຕ່າງໆຂອງເລື້ອງ
-
ກັນຍາ ໒໖, ໒໐໒໓
ເຈົ້າໜ້າທີ່ຣັດເຊຍກ່າວວ່າ ຕົນໄດ້ຍິງໂດຣນຂອງ ຢູເຄຣນ ຕົກ
-
ກັນຍາ ໒໐, ໒໐໒໓
ການາດາ ດໍາເນີນການຂັບໄລ່ນັກການທູດຂັ້ນສູງຂອງ ອິນເດຍ
-
ກັນຍາ ໑໒, ໒໐໒໓
ສະເປນ ກໍາລັງຈັດສົ່ງທີມກູ້ໄພໄປປະເທດໂມຣັອກໂກ
-
ກັນຍາ ໐໖, ໒໐໒໓
ທ່ານດິມິທຣີ ມູຣາຕອບ ຈະທໍາການຕ່າວປີ້ນທາງດ້ານກົດໝາຍ
-
ກັນຍາ ໐໑, ໒໐໒໓
ທ່ານພອລ ວີແລນ ຖືກສົ່ງໄປນິຄົມນັກໂທດ ຢູ່ຣັດເຊຍ