ອຸປະກອນສື່ສານທັງໝົດ ແບບພົກພາໄປໄດ້ ແມ່ນຕ້ອງການແຫຼ່ງ ພະລັງງານ ຕາມປົກກະຕິ ຊຶ່ງສາມາດ ຈະເປັນບັນຫາ ສຳຫລັບ ພວກທະຫານ ທີ່ພວມປະຕິບັດງານ ຢູ່ໃນສະໜາມ. ກອງທັບບົກ ສະຫະລັດ ກຳລັງທົດສອບ ອຸປະກອນໃໝ່ ຊະນິດໜຶ່ງ ທີ່ສາມາດ ເກັບສະສົມເອົາພະລັງງານຈາກລົມ ແມ່ນກະທັງລົມ ທີ່ພັດຄ່ອຍໆ ກໍໄດ້. ຜູ້ສື່ຂ່າວ ວີໂອເອ George Putic ມີລາຍງານກ່ຽວກັບ ເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ເປັນພາສາລາວ.