ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຊີນຊົມ ວີດີໂອ ເລື່ອງການຜ່າຕັດ ປ່ຽນໃບໜ້າ ຢ່າງຍືດຍາວ ໄດ້ມອບຊີວິດໃໝ່ ໃຫ້ແກ່ ນັກດັບເພີງ ຜູ້ຖືກໄຟເຜົາໜ້າ


ອາສາສະໝັກ ພະນັກງານດັບເພີງ ສະຫະລັດຄົນໜຶ່ງ ທີ່ຖືກໄຟ ​ໄໝ້ຢ່າງສາຫັດ ໃນເວລາເຮືອນຫຼັງໜຶ່ງ ທີ່ກຳລັງຖືກໄຟໄໝ້ຢູ່ນັ້ນ ໄດ້ພັງລົງອ້ອມຮອບຕົວ ຜູ້ກ່ຽວເມື່ອ 14 ປີກ່ອນ ນັບຕັ້ງແຕ່ນັ້ນມາ ລາວໄດ້ມີຊີວິດຢູ່ ພ້ອມກັບບາດແຜຢູ່ໃບໜ້າ ທີ່ເສຍໂສມ. ມີການ ຄາດໝາຍວ່າ ລາວອາດຈະເສຍສາຍຕາ ຊຶ່ງໄດ້ກະຕຸ້ນໃຫ້ລາວ ຕັດສິນໃຈຮັບການ ຜ່າຕັດປ່ຽນໃບໜ້າ. ຜູ້ສື່ຂ່າວ ຂອງວີໂອເອ Zlatica Hoke ມີລາຍງານກ່ຽວກັບ ວິທີການຜ່າຕັດດັ່ງກ່າວ ຢູ່ທີ່ ໂຮງໝໍໃນນະຄອນນິວຢອກ ອັນເປັນການຜ່າຕັດທີ່ສະລັບສັບຊ້ອນ ທີ່ສຸດ ນັບຕັ້ງແຕ່ໄດ້ມີການຜ່າຕັດປ່ຽນໃບໜ້າຄັ້ງທຳອິດ ໃນປະ ເທດຝຣັ່ງ ເມື່ອປີ 2005. ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.

XS
SM
MD
LG