ເຊີນຊົມ ພວກຜູ້ຊາຍຊາວໂຮລັງ ແລະ ແມ່ຍິງຊາວ Latvia ແມ່ນເປັນພວກຄົນສູງທີ່ສຸດ ໃນໂລກ
ພວກຜູ້ຊາຍຄົນໂຮລັງ ແລະ ແມ່ຍິງຊາວ Latvia ແມ່ນເປັນພວກຄົນສູງທີ່ສຸດໃນໂລກ ແຕ່ພວກຜູ້ຊາຍທີ່ເຕ້ຍສຸດແມ່ນຊາວ Timor ຕາເວັນອອກ ແລະແມ່ຍິງແມ່ນຢູ່ໃນ Guatemala ອິງຕາມການສຶກສາໃໝ່. ການຄົ້ນຄວ້າຄົບຖ້ວນກວ້າງຂວາງ ໄດ້ນຳພາໂດຍພວກນັກວິທະຍາສາດຈາກມະຫາວິທະຍາໄລ Imperial ແຫ່ງ ລອນດອນ ທີ່ເກັບກຳຄວາມສູງຂອງຊາຍໜຸ່ມຍິງສາວ ໃນສັດຕະວັດຜ່ານມາ. ການສຶກສາດັ່ງກ່າວຄົ້ນພົບວ່າໃນລະ ຫວ່າງ ປີ 1914 ຫາ 2014 ຜູ້ຄົນໃນບາງປະເທດ ແມ່ນສູງຂຶ້ນກວ່າເກົ່າໃນຂະນະທີ່ ຄວາມສູງຂອງຜູ້ຄົນສະເລ່ຍ ໃນບາງພາກສ່ວນຂອງໂລກ ໄດ້ຫຼຸດຕ່ຳລົງ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດເລື້ອງນີ້ ຈາກນັກຂ່າວຂອງ VOA Zlatica Hoke ມາສະເໜີ ທ່ານ ເປັນພາສາລາວ ໃນອັນດັບ ຕໍ່ໄປ.
ຕອນຕ່າງໆຂອງເລື້ອງ
-
ກັນຍາ ໒໖, ໒໐໒໓
ເຈົ້າໜ້າທີ່ຣັດເຊຍກ່າວວ່າ ຕົນໄດ້ຍິງໂດຣນຂອງ ຢູເຄຣນ ຕົກ
-
ກັນຍາ ໒໐, ໒໐໒໓
ການາດາ ດໍາເນີນການຂັບໄລ່ນັກການທູດຂັ້ນສູງຂອງ ອິນເດຍ
-
ກັນຍາ ໑໒, ໒໐໒໓
ສະເປນ ກໍາລັງຈັດສົ່ງທີມກູ້ໄພໄປປະເທດໂມຣັອກໂກ
-
ກັນຍາ ໐໖, ໒໐໒໓
ທ່ານດິມິທຣີ ມູຣາຕອບ ຈະທໍາການຕ່າວປີ້ນທາງດ້ານກົດໝາຍ
-
ກັນຍາ ໐໑, ໒໐໒໓
ທ່ານພອລ ວີແລນ ຖືກສົ່ງໄປນິຄົມນັກໂທດ ຢູ່ຣັດເຊຍ