ກ້ອງຈຸລະທັດ ຄວາມຊັດແຈ້ງສູງ ເຮັດໃຫ້ ບັນດາ ນັກຄົ້ນຄວ້າ ແນມເຫັນ ຈຸນລະພາກໄດ້
ໃນຂະນະທີ່ມີການພັດທະນາຢ່າງວ່ອງໄວ ໃນດ້ານເທັກໂນໂລຈີ ກ່ຽວກັບວັດຖຸທີ່ນ້ອຍທີ່ສຸດ ຫຼື nanotechnology ຢູ່ນີ້, ຫ້ອງຄົ້ນ ຄວ້າ ກໍມີຄວາມຕ້ອງການເຄື່ອງມື ທີ່ມີທັນສະໄໝຫຼາຍຂຶ້ນຢູ່ ເລື້ອຍໆ ເພື່ອຈະສາມາດມອງເຫັນອັນທີ່ພວກເຂົາເຈົ້າ ກຳລັງສຶກ ສາຄົ້ນຄວ້າຢູ່. ດຽວນີ້ ມີເຄື່ອງມືອັນນຶ່ງເຊັ່ນນັ້ນແລ້ວ ທີ່ມີໃຫ້ໃຊ້ ໂດຍທົ່ວໄປ ຈາກປະເທດ ລຸກຊຳເບີກ. ບັນດານັກວິທະຍາ ສາດ ຢູ່ປະເທດດັ່ງກ່າວ ເວົ້າວ່າ ພວກເຂົາເຈົ້າ ໄດ້ສ້າງກ້ອງຈຸລະ ທັດ ຄວາມຊັດແຈ້ງສູງ ທີ່ສາມາດເບິ່ງເຫັນວັດຖຸ ທີ່ມີຂະນາດນ້ອຍ ເຖິງ 100,000 ເທົ່າ ນ້ອຍກວ່າເສັ້ນຜ່າສູນກາງຜົມຂອງມະນຸດ. ຜູ້ສື່ຂ່າວວີໂອເອ George Putic ມີລາຍລະອຽດຕື່ມ ຊຶ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ ເປັນພາສາລາວ.
ຕອນຕ່າງໆຂອງເລື້ອງ
-
ທັນວາ ໐໖, ໒໐໒໓
ການຊ່ວຍເຫຼືອນັກປີນພູ ຢູ່ທີ່ພູໄຟມາຣາປີຂອງ ອິນໂດເນເຊຍ
-
ທັນວາ ໐໔, ໒໐໒໓
ພູໄຟລະເບີດ ທີ່ແຂວງສຸມາຕຣາຕາເວັນຕົກ ອິນໂດເນເຊຍ
-
ພະຈິກ ໒໑, ໒໐໒໓
ການເລືອກຕັ້ງ ຢູ່ປະເທດໄລບີເຣຍ
-
ພະຈິກ ໐໓, ໒໐໒໓
ຄວາມຮຸນແຮງລະຫວ່າງ ອິສຣາແອລ ແລະ ປາແລັສໄຕນ໌