ເຊີນຊົມ ວີດີໂອ ການປ່ຽນແປງ ຂອງດິນຟ້າອາກາດ ເຮັດໃຫ້ແບບແຜນ ການຍ້າຍຖິ່ນຂອງນົກ ໃນຊ່ວງລະດູໜາວ ປ່ຽນໄປ
ພວກນົກຈຳນວນຫຼາຍພັນຕົວ ທີ່ປົກກະຕິຍົກຍ້າຍບ່ອນຢູ່ໄປຍັງອາຟຣິກາ ໃນຊ່ວງເດືອນທີ່ມີອາກາດໜາວເຢັນນັ້ນ ມາບັດນີ້ ກໍຈະພາກັນບິນໄປຍັງອິສຣາແອລ ເອົາທີ່ນັ້ນເປັນບ່ອນຢູ່ອາໄສແຫ່ງສຸດທ້າຍຂອງພວກເຂົາສຳລັບລະດູໜາວ. ນັກຊ່ຽວຊານດ້ານພວກສັດປີກກ່າວວ່າ ການປ່ຽນແປງຂອງສະພາບອາກາດ ເປັນສາເຫດ ແລະກິດຈະກຳຂອງມະນຸດ ທີ່ພົວພັນກັບພວກນົກບາງຊະໜິດ ກໍແມ່ນເປັນບັນຫາທີ່ສຳຄັນກວ່າເມື່ອກ່ອນ ຊຶ່ງ ພຸດທະສອນ ຈະນຳເອົາລາຍລະອຽດ ຈາກນັກຂ່າວຂອງ VOA Robert Raffaele ມາສະເໜີທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.