ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຫັນພາບ ຂອງໜ່ວຍ​ໂລກ ​ຖ່າຍຈາກ​ ອະ​ວະ​ກາດ ສາມາດຊ່ວຍໃຫ້ຄົນ ປ່ຽນແນວຄິດໄດ້


ພວກນັກບິນ​ອະ​ວະ​ກາດ​ເວົ້າວ່າ ການແນມ​ເບິ່ງໜ່ວຍ​ໂລກ​ຈາກບ່ອນ​ໄກໆ ​ທີ່​ສາມາດຫລຽວ​ເຫັນ​ໜ່ວຍ​ໂລກທັງໝົດ​ ຢູ່ໃນພາບ ອັນ​ນຶ່ງ ​ເປັນ​ປະສົບ​ການ​ທີ່ທໍາ​ໃຫ້​ຊີວິດປ່ຽນ​ໄປ ​ເພາະ​ມັນເຮັດ​ໃຫ້​ເຮົາຮູ້​ໄດ້​ວ່າ ໜ່ວຍ​ໂລກ​ເຮົາ​ນີ້ ງົດ​ງາມປານ​ໃດ ​ແລະ​ກໍ​ບອບບາງ ​ຫລາຍເທົ່າ​ໃດ. ກຸ່ມ​ທີ່​ມີຄວາມ​ກະຕືລືລົ້ນຕໍ່​ເລື່ອງ​ດັ່ງກ່າວ ຢູ່​ໃນ​ລັດ​ຄາ​ລິຟໍ​ເນຍ ​ໄດ້​ສ້າງຕັ້ງອົງການ​ບໍ່ຫວັງ​ຜົນ​ກໍາ​ໄລ​ອັນ​ນຶ່ງ ທີ່​ໃຊ້ພາບ​ຖ່າຍ​ທາງ​ດາວ​ທຽມເພື່ອ​ເຜີຍ​ແຜ່​ຄວາມ​ຮູ້ສຶກອັນ​ນີ້ ​ໄປໃຫ້ຫລາຍຄົນ​ຮູ້ເທົ່າໃດ​ຍິ່ງເປັນ​ການ​ດີ ​ທັງປູກ​ ຈິດ​ສໍານຶກ​ໃຫ້ເຂົາ​ເຈົ້າຮູ້ຈັກ​ ເຖິງອັນຕະລາຍ​ຂອງກິດຈະ​ກໍາ ທີ່​ເປັນ​ການ​ທໍາລາຍລ້າງຜານ​ຂອງມະນຸດເຮົານຳ. George Putic ນັກ​ຂ່າວຂອງ VOA ມີ​ລາຍ​ງານກ່ຽວກັບເລື່ອງ​ນີ້ ຊຶ່ງ​ບົວ​ສະຫວັນ​ຈະ​ນໍາ​ມາສະ​ເໜີທ່ານ​ ເປັນພາສາລາວ ໃນ​ອັນ​ດັບ​ຕໍ່​ໄປ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG