ອະດີດ ລມຕ ຄວາມໝັ້ນຄົງຂອງປານາມາ ໄດ້ຮັບໄຊຊະນະໃນການເລຶອກຕັ້ງປະທານາທິບໍດີ
ອະດີດລັດຖະມົນຕີຄວາມໝັ້ນຄົງ ຂອງປານາມາ ທ່ານ ໂຮເຊ ຣາອູລ ມູລີໂນ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ທີ່ຄອບງຳໂດຍຫົວໜ້າ ຄົນເກົ່າຂອງທ່ານ ຄືອະດີດຜູ້ນຳຍອດນິຍົມ ທ່ານ ຣິຄາໂດ ມາຕິເນລລີ ໃນວັນອາທິດທີ 5 ພຶດສະພານີ້, ຜູ້ທີ່ສະໜັບສະໜູນການໂຄສະນາຫາສຽງ ຂອງທ່່ານ ເຖິງແມ່ນວ່າຈະຖືກຫຼົບລີ້ຢູ່ໃນສະຖານທູດຂອງ ນິກາຣາກົວ ກໍຕາມ.