ເຊີນຊົມ ວີດີໂອ ມີການປະດິດ ໂທລະສັບ ທີ່ບໍ່ໃຊ້ແບັດເທີຣີ ໄດ້ແລ້ວ
ນັກຄົ້ນຄວ້າຢູ່ໃນສະຫະລັດ ໄດ້ເປີດເຜີຍຕົ້ນແບບຂອງໂທລະສັບມືຖືທີ່ບໍ່ໃຊ້ແບັດເທີຣີ ຫລືຖ່ານ ໂດຍການໃຊ້ເທັກໂນໂລຈີທີ່ພວກເຂົາເຈົ້າຫວັງວ່າ ໃນທີ່ສຸດກໍຈະເອົາເຂົ້າໄປຢູ່ໃນກຸ່ມດຽວກັນກັບຜະລິດຕະພັນທີ່ຂາຍໃນຕະຫລາດທົ່ວໄປ. ໂທລະສັບດັ່ງກ່າວ ແມ່ນຜົນງານຂອງນັກຄົ້ນຄວ້າກຸ່ມນຶ່ງ ທີ່ມະຫາວິທະ ຍາໄລ ວໍຊິງຕັນ ໃນນະຄອນ Seattle ແລະວຽກງານທີ່ໄດ້ມາໂດຍການເກັບກ່ຽວພະລັງງານຈໍານວນນ້ອຍໆ ທີ່ໄດ້ມາຈາກສັນຍານຂອງວິທະຍຸ ທີ່ເອີ້ນວ່າ ຄວາມຖີ່ຂອງຄື້ນວິທະຍຸ ຫລື ‘RF’. ນັກຂ່າວວີໂອເອ George Putic ມີລາຍລະອຽດກ່ຽວກັບເລື່ອງນີ້ ຊຶ່ງໄຊຈະເລີນສຸກ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.
ຕອນຕ່າງໆຂອງເລື້ອງ
-
ທັນວາ ໐໖, ໒໐໒໓
ການຊ່ວຍເຫຼືອນັກປີນພູ ຢູ່ທີ່ພູໄຟມາຣາປີຂອງ ອິນໂດເນເຊຍ
-
ທັນວາ ໐໔, ໒໐໒໓
ພູໄຟລະເບີດ ທີ່ແຂວງສຸມາຕຣາຕາເວັນຕົກ ອິນໂດເນເຊຍ
-
ພະຈິກ ໒໑, ໒໐໒໓
ການເລືອກຕັ້ງ ຢູ່ປະເທດໄລບີເຣຍ
-
ພະຈິກ ໐໓, ໒໐໒໓
ຄວາມຮຸນແຮງລະຫວ່າງ ອິສຣາແອລ ແລະ ປາແລັສໄຕນ໌