ເຊີນຊົມ ວີດີໂອ ບັນດານັກຄົ້ນຄວ້າ ມີຄວາມຫວັງ ໃນທາງບວກ ກ່ຽວກັບ ການປິ່ນປົວ ໂຣກມະເຮັງ ໃນອະນາຄົດ
ໃນການກ່າວຄຳປາໄສ ລາຍງານສະພາບການຂອງປະເທດຊາດ ໂດຍປະ ທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາເມື່ອວັນ ອັງຄານ ທີ 12 ມັງກອນຜ່ານມານີ້ ທ່ານໄດ້ສະເໜີຂໍ້ລິເລີ້ມໃໝ່ ເພື່ອເພີ້ມການຄົ້ນຄວ້າ ໃນການຊອກຫາຊ່ອງທາງປິ່ນປົວໂຣກ ມະເຮັງ. ໃນການທີ່ຈະສຶກສາເພື່ອຊອກຫາຊ່ອງທາງນີ້ ນັກຂ່າວ VOA Ardita Dunellari ໄດ້ໂອ້ລົມ ກັບນັກຄົ້ນຄ້ວາ 2 ທ່ານທີ່ ສູນກາງ Sydney Kimmel ຂອງ ມະຫາວິທະຍາໄລ Johns Hopkins ຊຶ່ງ ເປັນສະຖາບັນຄົ້ນຄວ້າໂຣກມະເຮັງ ທີ່ໂດ່ງດັງ ຂອງໂລກ ດັ່ງ ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີ ທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.