ວີດີໂອ ອົງການ NASA ສ້າງໂມງ ປະລະມານູ ສຳລັບ ການສັນຈອນ ເລິກເຂົ້າໄປ ໃນອະວະກາດ
ພຽງບໍ່ເທົ່າໃດວັນ ຫຼັງຈາກການປ່ອຍຂອງອັນທີ່ເປັນຈະຫຼວດອະວະກາດທີ່ໜັກທີ່ສຸດຢ່າງໜ້າປະທັບໃຈ, ເຊິ່ງແມ່ນ ຈະຫຼວດ Falcon Heavy ທີ່ຖືກສ້າງຂຶ້ນມາໂດຍບໍລິສັດເອກະຊົນນັ້ນ, ອົງການ NASA ກໍໄດ້ປະກາດວ່າ ການປ່ອຍຂຶ້ນ ໃນຄັ້ງຕໍ່ໄປ ຈະນຳເອົາໂມງປະລະມະນູ ທີ່ຖືກສ້າງເປັນພິເສດຂຶ້ນໄປນຳ. ອຸບປະກອນໃໝ່ດັ່ງກ່າວ, ເຊິ່ງມີຂະໜາດນ້ອຍ ກວ່າ ແລະ ແຂງແຮງກວ່າໂມງປະລະມະນູທຳມະດານັ້ນ, ຈະຊ່ວຍບັນດານັກອະວະກາດ ໃນອະນາຄົດ ໃຫ້ສັນຈອນໄດ້ ເລິກອອກໄປ ໃນອະວະກາດ. ນັກຂ່າວວີໂອເອ ຈອຈ໌ ພູຕິກ ມີລາຍງານເຊິ່ງ ໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີ ທ່ານ ເປັນພາສລາວ ໃນອັນດັບຕໍ່ໄປ.
ຕອນຕ່າງໆຂອງເລື້ອງ
-
ພະຈິກ ໒໑, ໒໐໒໓
ການເລືອກຕັ້ງ ຢູ່ປະເທດໄລບີເຣຍ
-
ພະຈິກ ໐໓, ໒໐໒໓
ຄວາມຮຸນແຮງລະຫວ່າງ ອິສຣາແອລ ແລະ ປາແລັສໄຕນ໌
-
ພະຈິກ ໐໒, ໒໐໒໓
ທ່ານແອນໂທນີ ບລິງເກັນ ແລະການປະຕິບັດງານໃນພາກຕາເວັນອອກກາງ