ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຊີນຊົມ ວີດີໂອ ນັກວິທະຍາສາດ ຍັງສືບຕໍ່ ຊອກຫາ ສິ່ງ​ທີ່​ມີ​ຊີວິດ ຢູ່ດາວພະອັງຄານ


ການຄົ້ນຄວ້າ​ກ່ຽວກັບ​ດາວພະອັງຄານ​ບໍ່​ໄດ້​ດໍາ​ເນີນ​ໄປ​ໂດຍ​ປາສຈາກການ​ຂາດຕົກບົກຜ່ອງ ​ແຕ່​ຢ່າງໃດ​ກໍ​ຕາມ ສະພາບ​ການ​ນັ້ນ ກໍ​ບໍ່​ໄດ້​ເຮັດ​ໃຫ້​ນັກວິທະຍາສາດ​ລົດ​ລະ​ຄວາມ​ພະຍາຍາມ ທີ່​ຈະ​ຫາ​ຄໍາ​ຕອບສໍາລັບຄໍາ​ຖາມ​ທີ່​ສໍາຄັນ​ອັນ​ນຶ່ງ​ໃນ​ຫລາຍໆອັນ ຊຶ່ງ​ນັ້ນກໍ​ຄື ດາວ​ນົບພະ​ເຄາະ​ສີ​ແດງໜ່ວຍນີ້ມີ​ສິ່ງທີ່​ມີ​ຊີວິດ​ອາ​ໄສ​ຢູ່​ ​ຫລືບໍ່? ຖ້າຫາກ​ຄໍາ​ຕອບເປັນ​ໄປ​ໃນ​ທາງ​ບວກ ​ກໍ​ສະ​ແດງ​ວ່າ ບໍ່ມີ​ແຕ່ພວກ​ເຮົາ​ເທົ່າ​ນັ້ນ ທີ່​ອາ​ໄສຢູ່​ໃນ​ຈັກກະວານ​ນີ້. ພວກ​ນັກວິທະຍາສາດ ທີ່ອົງການ​ອາ​ວະ​ກາດ​ຂອງ​ຢູ​ໂຣບ ຫລື ESA ​ໄດ້ຢຸດເຊົາ​ສຸມ​ຄວາມ​ສົນ​ໃຈຕໍ່​ອຸປະຕິ​ເຫດຍານບັນທຸກ​ເຄື່ອງ​ໃນ​ປີ​ກາຍ​ນີ້​ແລ້ວ ​ໂດຍ​ໄດ້ກະກຽມ​ເອົາ​ຍານ​ອາ​ວະ​ກາດ​ແມ່ເຂົ້າສູ່​ວົງໂຄຈອນ ​ເພື່ອ​ເລີ້ມຊອກ​ຫາ​ອາຍແກັສ ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ທີ່​ມີ​ຊີວິດ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ເປັນພາສາລາວ ໃນອັນດັບຕໍ່.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG