ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ໃນປີ 2030 ຈະມີແຜນທີ່ ຂອງພື້ນທະເລ ອັນກວ້າງໃຫຍ່ ຂອງໂລກ ມາໃຊ້ແລ້ວ


ພວກ​ນັກວິທະຍາສາດ​ຄົ້ນຄວ້າເລື້ອງ​ທະ​ເລ ​ຈະ​ເວົ້າວ່າ ພວກ​ເຮົາ​ຮູ້ຈັກ​ກ່ຽວກັບພື້ນທີ່​ໃນ​ດວງ​ຈັນ ​ແລະ​ດາວ​ພະອັງຄານ​ຫລາຍ​ກວ່າຮູ້​ເນື້ອທີ່​ເກືອບ​ຮອ​ດ 70 ເປີ​ເຊັນຂອງ​ດາວນົບພະເຄາະໜ່ວຍໂລກ​ເຮົາເອງ. ທັງ​ນີ້ກໍ​ຍ້ອນ​ວ່າ ເນື້ອທີ່ສ່ວນໃຫຍ່ຂອງໂລກ ແມ່ນ ປົກຫຸ້ມໄປດ້ວຍນໍ້າ ທີ່ເລິກຫລາຍກວ່າ 200 ແມັດ ຢູ່ເກືອບໝົດທຸກຫົນທຸກແຫ່ງ. ມີໂຄງການລິເລີ້ມຫລາຍໂຄງການ ທີ່ເຮັດແຜນທີ່ຂອງພື້ນທະເລ ແລະໂຄງການຫລ້າສຸດແມ່ນມາຈາກຍີ່ປຸ່ນ. ຈອດຈ໌ ພູຕິສ, ນັກຂ່າວວີໂອເອ ມີລາຍງານ ກ່ຽວກັບເລື້ອງນີ້ ຊຶ່ງ ພຸດທະສອນ ຈະນໍາມາສະເໜີທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.

XS
SM
MD
LG