No media source currently available
ຊາວອີຣ່ານຫຼາຍພັນຄົນ ໄດ້ພາກັນຍ່າງແບບງຽບໆ ໄປຕາມຖະໜົນຫົນທາງ ໃນວັນອັງຄານ ມື້ນີ້ ເພື່ອເຂົ້າຮ່ວມຂະບວນແຮ່ສົບ ຂອງປະທານາທິບໍດີ ອີບຣາຮິມ ຣາອີຊີ ແລະສະມາຊິກຄະນະຜູ້ໃກ້ຊິດຂອງທ່ານ ອີກ 7 ຄົນ ທີ່ໄດ້ເສຍຊີວິດ ໃນອຸບັດຕິເຫດ ເຮືອບິນເຮລິຄອບເຕີ ຕົກ.