ພະນັກງານສາທາລະນະສຸກ ໃນສາທາລະນະລັດ ປະຊາທິປະໄຕຄອງໂກ ກໍາລັງພາກັນຂຸ້ນຂ້ຽວ ເຮັດວຽກເພື່ອສະກັດກັ້ນ ການແຜ່ລະບາດຂອງເຊື້ອໄວຣັສອີໂບລາ. ເທົ່າທີ່ຜ່ານມາ ອົງການອະນາໄມໂລກລາຍງານວ່າຢ່າງໜ້ອຍມີ 25 ຄົນ ໃນຈໍານວນທັງໝົດ 58 ຄົນທີ່ຕິດເຊື້ອໄວຣັສນີ້ ໄດ້ເສຍຊີວິດໄປແລ້ວ. ນາງແຄໂຣລ ເພຍຊັນ ນັກຂ່າວວີໂອເອ ລາຍງານ ວ່າ ການດໍາເນີນຄວາມພະຍາຍາມ ໃນການສັກຢາປ້ອງກັນພະຍາດໃຫ້ແກ່ຄົນ ທີ່ມີການສໍາພັດກັບເຊື້ອໄວຣັສອີໂບລາ ໄດ້ເລີ້ມເຮັດມາໄດ້ 10 ກວ່າມື້ແລ້ວ. ພຸດທະສອນ ຈະນໍາລະອຽດກ່ຽວກັບເລື້ອງນີ້ມາສະເໜີທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.