ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ບັນຫາຂອງ ສະພາບອາກາດ ຢູ່ໃນຈີນ ຍ້ອນຄວັນເສຍ ຄາບອນ


ໃນເດືອນຕຸລາ ຜ່ານມາ ມີເກືອບວ່າ 200 ປະເທດລົງນາມກັນໃນສົນທິສັນຍາ Paris ກ່ຽວກັບດິນຟ້າອາກາດ. ໃນຈຳນວນພວກທີ່ລົງນາມນັ້ນ ແມ່ນຮວມມີສະຫະລັດ ແລະຈີນ ທີ່ເປັນສອງປະເທດ ທີ່ສົ່ງຄວັນເສຍ carbon ອອກ ປະມານ 40 ເປີເຊັນ ຂອງການນຳໃຊ້ຖ່ານຫີ. ຈຸດປະສົງຂອງການລົງນາມໃນສົນທິສັນຍານີ້ ແມ່ນເພື່ອຫຼຸດຜ່ອນລະດັບ ຂອງການເຜົາໄໝ້ carbon ທີ່ເຮັດໃຫ້ໂລກຮ້ອນຂຶ້ນສູ່ອາວະກາດ ຊຶ່ງສ່ວນໃຫຍ່ແມ່ນມາຈາກໂຮງງານໃຊ້ຖ່ານຫີນ ແຕ່ວ່າຢູ່ໃນບ່ອນເຊັ່ນເມືອງຈີນນັ້ນ ມັນບໍ່ແມ່ນເປັນພຽງ ແຕ່ເລື່ອງໂຮງງານຍັກໃຫຍ່. ໃນບາງກໍລະນີ ການຢຸດເຊົາຈູດ ເຜົາຖ່ານຫີນເປັນເລື່ອງທີ່ຕ້ອງໄດ້ເວົ້າກັນໄປ ເປັນ ແຕ່ລະເຮືອນ ຊຶ່ງນີ້ ແມ່ນຄວາມພະຍາຍາມທີ່ຈະປ່ຽນຄວາມເຄີຍຊິນ. ນັກຂ່າວຂອງ VOA Kevin Enochs ມີລາຍງານເລື່ອງນີ້ ດັ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG