ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ລະດັບ​ ນໍ້າຕານ​ໃນ​ເລືອດຕໍ່າ ມີບົດບາດສູງຕໍ່ ການຄວບຄຸມນໍ້າໜັກ ໃຫ້ຫລຸດລົງ


ເປັນເວລາ​ຫຼາຍ​ປີ​ມາ​ແລ້ວທີ່​ພວກ​ນັກ​ໂພ​ຊະນາ​ການ​ພະຍາຍາມ​ທີ່​ຈະ​ຄິດ​ຄົ້ນຫາ​ອາຫານ ​ທີ່​ຈະ​ຮັບປະກັນ​ການ​ຫລຸດ​ນໍ້າໜັກ​ລົງ ໂດຍ​ທີ່​ບໍ່ມີຄວາມຜິດພາດ. ການ​ຜະລິດອາຫານ​ຫລາຍໆຢ່າງ ທີ່​ມີ​ນໍ້າມັນໜ້ອຍ ຫລືບໍ່ມີ​ນໍ້າມັນ​ເລີຍ​ນັ້ນ ບໍ່​ໄດ້​ຊ່ວຍ​ໃຫ້​ຫລຸດບັນຫາຄວາມ​ອ້ວນ​ພີ​ເກີນ​ໄປຢູ່​ໃນ​ສະຫະລັດ​ໄດ້ ​ແລະ​ອາຫານ​ຫລາຍ​ຢ່າງ ​ໄດ້ຜົນດີກັບບາງ​ຄົນ ​ແລະບໍ່​ໄດ້ຜົນ​ກັບຄົນ​ອື່ນໆ. ພວກ​ນັກ ວິທະຍາສາດ​ເວົ້າວ່າ ບໍ່ມີ​ການ​ແກ້ໄຂ​ບັນຫາ​ທີ່​ວິທີ​ດຽວ​ໃຊ້​ໄດ້ຜົນ​ສໍາລັບ​ທຸກ​ຄົນ ​ເພື່ອ​ຫລຸດ​ນໍ້າໜັກລົງ​ ​ແລະ​ເວົ້າວ່າ ​ມີ​ແຕ່​ອາຫານ​ທີ່​ເຮັດໃຫ້​ເໝາະສະ​ເພາະ​ແຕ່​ລະບຸກຄົນ​ເທົ່າ​ນັ້ນຈຶ່ງຈະ​ໃຊ້​ຜົນ​ໄດ້. ຊລາ ຕິກ​ກາ ຮົກ ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍລະອຽດ ກ່ຽວກັບ​ເລື່ອງ​ນີ້ ຊຶ່ງ​ພຸດທະສອນ ຈະ​ນໍາ​ມາສະ​ເໜີທ່ານ​ ເປັນພາສາລາວ ໃນ​ອັນ​ດັບຕໍ່​ໄປ

XS
SM
MD
LG