ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ມີວິທີປົວ ໂຣກມະເຮັງ ແບບໃໝ່ ທີ່ບໍ່ຕ້ອງ ຜ່າຕັດ ແລະ ເຮັດເຄມີ ບໍາບັດ ແລ້ວ


ຍ້ອນວ່າມີເທັກໂນໂລຈີໃໝ່ໃນການຈັດລໍາດັບພັນທຸກໍາ ບັນດາທ່ານໝໍຢູ່ໃນສະຫະລັດ ຈຶ່ງພາກັນນັບມື້ນັບໃຊ້ວິທີການໃໝ່ ເພື່ອປິ່ນປົວເນື້ອງອກ. ການເຮັດແນວນັ້ນ ໄດ້ຊ່ວຍໃຫ້ພວກເຂົາເຈົ້າສາມາດກວດເບິ່ງຄົນເຈັບແຕ່ລະຄົນ ແລະໂຣກມະເຮັງ ເປັນແຕ່ລະກໍລະນີໄປ ພ້ອມທັງສາມາດພັດທະນາວິທີການບໍາບັດ ທີ່ເໝາະກັບສະພາບການເຈັບເປັນ ຂອງແຕ່ລະຄົນໄດ້. ວິທີການໃໝ່ດັ່ງກ່າວນີ້ ໄດ້ສະແດງໃຫ້ເຫັນຜົນອອກມາບາງຢ່າງ ທີ່ມີທ່າທາງວ່າ ຈະໃຊ້ໄດ້ຜົນດີ. George Putic ນັກຂ່າວຂອງວີໂອເອ ມີລາຍລະອຽດກ່ຽວກັບເລື່ອງນີ້ ຊຶ່ງໄຊຈະເລີນສຸກ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG