ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຊີນຊົມ ວີດີໂອ ການຄົ້ນຄວ້າ ພົບວ່າ ການດື່ມກາເຟ ອາດຊ່ອຍໃຫ້ທ່ານ ມີຊີວິດຍືນ ໄດ້


ຫລາຍຄົນແມ່ນມັກດື່ມກາເຟນຶ່ງຈອກ ໂດຍສະເພາະແມ່ນໃນຕອນເຊົ້າ ຊຶ່ງຜົນຂອງມັນກໍຄືວ່າ ການເຮັດແນວນັ້ນ ແມ່ນເຮັດໃຫ້ການເລີ້ມຕົ້ນມື້ໃໝ່ຂອງ​ເຂົາ​ເຈົ້າດີ- ມັນກໍບໍ່ພຽງແຕ່ດີ​ສໍາ​ລັບການ​ເລີ້ມຕົ້ນມື້ໃໝ່ຂອງເຂົາເຈົ້າເທົ່ານັ້ນ ແຕ່ມັນຍັງດີ​ສໍາລັບ​ຊີວິດ​ຂອງ​ເຂົາ​ເຈົ້າອີກ​ດ້ວຍ. ຕາມ​ການ​ສຶກສາຄັ້ງ​ໃໝ່ ກາ​ເຟອາດ​ເຮັດ​ໃຫ້​ເຂົາ​ເຈົ້າ ມີ​ຊີວິດ​ຍືນ ​ກວ່າ​ເກົ່າ​ໄດ້ ​ເພາະມັນສະ​ແດງ​ໃຫ້​ເຫັນ​ວ່າ ​ຄົນ​ທີ່​ດື່ມ​ກາ​ເຟຢ່າງໜ້ອຍສາມ​ຈອກ ໃນ​ແຕ່ລະມື້ ປາກົດ​ວ່າ ມີ​ຊີວິດ​ຍືນ​ກວ່າ​ຜູ້​ທີ່​ບໍ່ດື່ມ. ຢູ່​ໃນການຄົ້ນຄວ້າ​ຄັ້ງ​ໃຫຍ່​ທີ່​ສຸດເທົ່າ​ທີ່ເຄີຍມີ​ມາ ກ່ຽວກັບກາ​ເຟ ນັກວິທະຍາສາດ​ໄດ້​ສຶກສາ​ເບິ່ງ​ຂໍ້​ມູນ ​ທີ່​ເກັບ​ກໍາມາ​ຈາກ​ຄົນ​ທີ່​ມີ​ສຸຂະພາບ​ແຂງ​ແຮງດີຈໍານວນ 5 ແສນຄົນ ​ຢູ່​ໃນ ​10 ປະ​ເທດ ຂອງ​ທະວີບ​ຢູ​ໂຣບ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG