ພວກໝາ ຮັບການເຝິກແອບ ໃຫ້ດົມກິ່ນ ຫາໂຣກມະເຮັງ ໃນຕ່ອມນ້ຳກາມ
ຜູ້ຊ່ຽວຊານດ້ານລະບົບປັດສະວະ ຫຼາຍທ່ານ ເຫັນດີນຳກັນວ່າ ການກວດສອບຫາໂຣກມະເຮັງ ໃນຕ່ອມນ້ຳກາມ ຫຼື ໂປຣສເຕດ ທີ່ເອີ້ນກັນວ່າ ການກວດສອບ PSA ໃນປັດຈຸບັນນີ້ ສ່ວນໃຫຍ່ ແລ້ວ ແມ່ນບໍ່ໜ້າເຊື່ອຖື ແຕ່ມັນຍັງຄົງຖືກນຳໃຊ້ຢ່າງກວ້າງຂວາງ ເພາະວ່າ ຍັງບໍ່ມີການກວດສອບປະເພດອື່ນໃດເລີຍ. ບັນດານັກ ຄົ້ນຄວ້າ ໃນອັງກິດກ່າວວ່າ ໃນໄວໆນີ້ ວິທີການກວດສອບ ດັ່ງກ່າວ ອາດຈະຖືກ ປ່ຽນໄປໃຊ້ພວກໝາ ທີ່ໄດ້ຮັບການເຝິກ ແອບໃຫ້ດົມເອົາກິ່ນ ຂອງໂຣກມະເຮັງ ທີ່ມີຜົນກະທົບ ຕໍ່ພວກ ຜູ້ຊາຍ ໜຶ່ງໃນທຸກໆເຈັດຄົນໃດ ອີງຕາມສະມາຄົມໂຣກມະເຮັງ ອາເມຣິກາ. ຜູ້ສື່ຂ່າວວີໂອເອ George Putic ມີລາຍງານ ກ່ຽວກັບເລື້ອງນີ້ ເຊິ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ