ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນຫາຂາດແຄນນໍ້າມັນເປັນບາງຄັ້ງຄາວ ໃນໄລຍະນີ້ກໍາລັງສ້າງ ຄວາມກັງວົນໃຈ ໃຫ້ແກ່ປະຊາຊົນລາວ


ຂະນະທີ່ການຂາດແຄນເງິນຕາຕ່າງປະເທດ ຍັງສືບຕໍ່ເປັນບັນຫາໜັກ ໜ່ວງຢູ່ລາວ ການທີ່ນໍ້າມັນຊຶ່ງເປັນສິນຄ້ານໍາເຂົ້າຫຼັກຂອງລາວ ກໍໄດ້ຮັບຜົນກະ ທົບຢ່າງໜັກຢ່າງຫຼີກລ້ຽງບໍ່ໄດ້ ເໝືອນກັນກັບເງົາຕາມຕົວ ຊຶ່ງສ້າງຄວາມກັງວົນ ໃຈໃຫ້ແກ່ຜູ້ໃຊ້ນໍ້າມັນໃນລາວພໍສົມຄວນ.

ບັນຫາຂາດແຄນນໍ້າມັນເປັນບາງຄັ້ງຄາວ ໃນໄລຍະນີ້ກໍາລັງສ້າງ ຄວາມກັງວົນໃຈໃຫ້ແກ່ປະຊາຊົນລາວ

ວິກິດການຂາດແຄນນໍ້າມັນຢູ່ລາວທີ່ເກີດຂຶ້ນໃນໄລຍະກາງປີ 2022 ຫຼັງຈາກສົງ ຄາມໃນຢູເຄຣນ ໄດ້ເລີ້ມຕົ້ນຂຶ້ນ ບໍ່ພໍເທົ່າໃດເດືອນນັ້ນ ໄດ້ກັບມາເປັນສິ່ງ ສ້າງ ຄວາມກັງວົນໃຈ ໃຫ້ແກ່ຄົນລາວອີກ ເມື່ອມີສະພາບການທີ່ການສະໜອງນໍ້າມັນ ບໍ່ສະໝໍ່າສະເໝີ ໂດຍສະເພາະແມ່ນນໍ້າມັນກາຊວນ. ທັງນີ້ ກໍເປັນຍ້ອນວ່າ ລັດ ຖະບານບໍ່ມີເງິນຕາຕ່າງປະເທດພຽງພໍ ເພື່ອຊໍາລະໜີ້ແກ່ຜູ້ສະໜອງນໍ້າມັນໃຫ້ ຢູ່ ຕ່າງປະເທດ ດັ່ງທີ່ເຈົ້າຂອງລົດກະບະທີ່ໃຊ້ນໍ້າມັນກາຊວນທ່ານນຶ່ງ ໃນນະຄອນ ຫລວງວຽງຈັນ ເວົ້າສູ່ຟັງວ່າ:

“ກາຊວນ ກາຊວນ, ແອັດຊັງພໍມີຢູ່ ກະຊິບາງເທື່ອກະບໍ່ມີເງິນຊໍາລະເຂົານີ້ຕິ ບໍ່ມີເງິນຊໍາລະເຂົາໆກະບໍ່ສົ່ງໃຫ້ ປະມານນັ້ນໄດ໋ ເຂົາໂຈະມ້ຽນ ຕິດໜີ້ເຂົາຫລາຍບໍ່ແມ່ນເຂົາຊິໃຫ້ຕິດ ຕິດໜີ້ມັນກະມີກໍານົດຄືກັນ ບໍ່ຊໍາລະເຂົາໆກະໂຈະມ້ຽນ ມື້ໃດຊໍາລະເຂົາໄດ້ ເຂົາກະສົ່ງມາໃຫ້ ໂຕນັ້ນກະຊິມີສ່ວນຢູ່ຕິບໍ ເພາະວ່າກາຊ່ວນມັນໃຊ້ຫລາຍເດ່.”

ອີກດ້ານນຶ່ງ ກໍເປັນເພາະມີການຂຶ້ນລາຄານໍ້າມັນໃນຕະຫຼາດຕ່າງປະເທດ ແລະ ຜູ້ສະໜອງນໍ້າມັນຢູ່ຕ່າງປະເທດ ຊຶ່ງກໍຄືໄທ ແລະຫວຽດນາມ ກໍໄດ້ວາງເງື່ອນໄຂທາງການເງິນຕໍ່ລາວເພີ້ມຂຶ້ນ ກ່ອນຈະຊື້ນໍ້າມັນໄດ້ ດັ່ງທີ່ອະດີດພະນັກງານອະວຸໂສ ຂອງທະນາຄານແຫ່ງຊາດລາວ ໃຫ້ຄໍາເຫັນວ່າ:

“ເງິນຕາມັນກະຂາດ, ນໍ້າມັນໆກະມີຢູ່ດອກ ແຕ່ວ່ານໍ້າມັນພວກເຮົາປະມານສີ່ຮ້ອຍແປດສິບຫລຽນໄດ໋ ມັນຂຶ້ນລະເດ ຈາກສີ່ຮ້ອຍຫ້າສິບ ມາເປັນສີ່ຮ້ອຍແປດສິບຫລຽນ ຕໍ່ຕັນ ບັດນີ້ ພວກນີ້ພັດມີເງື່ອນໄຂສູງ ຈະຕ້ອງເປີດແອລຊີ ຫລື Letter of Credit ຈະຕ້ອງມີເງິນຄໍ້າປະກັນປະມານຫ້າລ້ານ ສິບລ້ານໂດລາພຸ້ນນະ ເງິນບາດກະສາມຮ້ອຍ ສີ່ຮ້ອຍລ້ານບາດ ເຂົາຈຶ່ງຊິສົ່ງໃຫ້ໃດ. ສ່ວນຫລາຍກະເປັນບໍລິສັດນາຍໜ້າຊື່ໆນະ ຂາຍຍ່ອຍຊື່ໆ ນໍ້າມັນ ປຕທ ເອົາໃຫ້ຂາຍຕໍ່ ບໍ່ມີບໍລິສັດນໍ້າມັນໃຫຍ່ນະປະເທດລາວ ນໍາເຂົ້າຕາມເຮົາໂທໄປຫາແຕ່ລະບ່ອນໆຢູ່ວຽງຈັນ.”

ສ່ວນທາງການລາວໃຫ້ເຫດຜົນ ຕໍ່ບັນຫານີ້ວ່າ ເປັນຍ້ອນມີການປິດສາຍການຜະລິດບາງສາຍຊົ່ວຄາວ ແລະຢ່າງກະທັນຫັນຢູ່ໃນໂຮງກັ່ນນໍ້າມັນຢູ່ປະເທດເພື່ອນບ້ານ ທີ່ເປັນຜູ້ສະໜອງນໍ້າມັນຫຼັກໃຫ້ແກ່ລາວ ເພື່ອຈະປັບປຸງຄຸນ ນະພາບນໍ້າມັນ ແລະກໍໄດ້ຂຶ້ນລາຄານໍ້າມັນອີກດ້ວຍ ໃນຂະນະທີ່ນໍ້າມັນແຮສໍາ ຮອງໃນປໍ້າຕ່າງໆຂອງລາວບໍ່ມີຫຼາຍ, ອີງຕາມແຫລ່ງຂ່າວທ້ອງຖິ່ນລາຍງານ ເມື່ອມໍ່ໆມານີ້. ພ້ອມກັນນັ້ນ ການຊົມໃຊ້ນໍ້າມັນພາຍໃນປະເທດກໍເພີ້ມຂຶ້ນອີກ ດ້ວຍ. ໃນໄລຍະ 21 ມື້ທໍາອິດ ໃນເດືອນແລ້ວນີ້ ມີການນໍາເຂົ້ານໍ້າມັນທັງໝົດ 106 ລ້ານລິດ ຊຶ່ງຕໍ່າກວ່າ ການນໍ້າເຂົ້າສະເລ່ຍຕໍ່ເດືອນ ທີ່ມີຢູ່ປະມານ 140 ລ້ານລິດຕໍ່ເດືອນ ໃນປີ 2023 ນັ້ນຫລາຍ.

ສ່ວນທະນາຄານໂລກກ່າວຢູ່ໃນລາຍງານດ້ານການເງິນຂອງລາວ ໃນປີ 2023 ຜ່ານມາວ່າ ປັດໄຈຫຼັກທີ່ເຮັດໃຫ້ຄ່າເງິນກີບຫຼຸດລົງ ກໍແມ່ນຍ້ອນການຂາດແຄນເງິນຕາຕ່າງປະເທດຢູ່ໃນລາວ ຊຶ່ງເປັນຜົນສືບເນື່ອງມາຈາກຄວາມຕ້ອງການເງິນໄປຊໍາລະຫນີ້ສິນຕ່າງປະເທດຢ່າງຫຼວງຫຼາຍ ເຖິງແມ່ນວ່າຈະມີການເລື່ອນເວລາໃນການໃຊ້ໜີ້ບາງຢ່າງກໍຕາມ. ສະນັ້ນລາວທີ່ເປັນປະເທດນໍາເຂົ້າສິນຄ້າ ບໍລິໂພກ ແລະອຸປະໂພກເກືອບໝົດທຸກຢ່າງນັ້ນ ຈຶ່ງໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG