ເຊີນຊົມ ວີດີໂອ ພວກພືດພັນໃນຂົ້ວໂລກໃຕ້ ທົນທານຕໍ່ແສງແດດ ultraviolet ຢ່າງໃດແດ່
ອົງການອະນາໄມໂລກ ຫຼື World Health Organization ລາຍງານວ່າ ມີປະມານ 2 – 3 ລ້ານ ກໍລະນີໂຣກມະເຮງຜີວໜັງ ຊື່ melanoma ທີ່ຖືກລາຍງານແຕ່ລະປີ. ຄຣີມທາກັນແດດ ແມ່ນເປັນສ່ວນໃຫຍ່ ໃນການທາປ້ອງກັນພວກມະເຮງດັ່ງກ່າວ ແຕ່ສານເຄມີທີ່ຢູ່ໃນ ຄຣີມທາກັນແດດນັ້ນ ກໍແມ່ນມີສ່ວນເສຍຫາຍແຝງຢູ່. ເພາະສະນັ້ນ ພວກນັກວິທະຍາສາດ ຈຶ່ງພາກັນວິ້ງເຕັ້ນຄົ້ນຄວ້າຫາ ຢູ່ໃນໂລກທຳມະຊາດ ເພື່ອຢາກຮູ້ວ່າ ພວກພືດຜັກຕົ້ນໄມ້ທັງຫຼາຍ ມັນປ້ອງກັນຕົວຂອງມັນເອງແບບໃດຈາກການຖືກທຳລາຍດ້ວຍແສງແດດ ultraviolet ຊຶ່ງພຸດທະສອນ ຈະມີລາຍງານຈາກ Kevin Enochs ນັກຂ່າວຂອງ VOA ມາສະເໜີທ່ານ ເປັນພາສາລາວ.
ຕອນຕ່າງໆຂອງເລື້ອງ
-
ພະຈິກ ໒໑, ໒໐໒໓
ການເລືອກຕັ້ງ ຢູ່ປະເທດໄລບີເຣຍ
-
ພະຈິກ ໐໓, ໒໐໒໓
ຄວາມຮຸນແຮງລະຫວ່າງ ອິສຣາແອລ ແລະ ປາແລັສໄຕນ໌
-
ພະຈິກ ໐໒, ໒໐໒໓
ທ່ານແອນໂທນີ ບລິງເກັນ ແລະການປະຕິບັດງານໃນພາກຕາເວັນອອກກາງ