ເຊີນຊົມ ວີດີໂອ ອຸດສາຫະກຳ ຜະລິດເຫຼົ້າ ຖືກກ່າວຫາວ່າ ໃຫ້ຂໍ້ມູນຜິດໆ ກ່ຽວກັບຄວາມສ່ຽງ ເປັນໂຣກມະເຮັງ
ພວກນັກວິທະຍາສາດ ໄດ້ພາກັນກ່າວຫາ ອຸດສາຫະກຳຜະລິດເຫຼົ້າ ວ່າໃຫ້ຂໍ້ມູນທີ່ຜິດໆ ແກ່ສາທາລະນະຊົນ ເລື່ອງການເຊື່ອມໂຍງລະຫວ່າງການດື່ມເຫຼົ້າ ກັບໂຣກມະເຮງ.ພວກນັກຄົ້ນຄວ້າ ຈາກມະຫາວິທະຍາໄລລອນດອນ ຂະແໜງອະນາໄມ ແລະໂຣກເຂດຮ້ອນ ຫຼື London School of Hygiene and Tropical Medicine ປຽບທຽບບົດບາດດັ່ງກ່າວ ໃສ່ກັບຄວາມພະຍາຍາມຂອງອຸດສາຫະກຳ ຢາສູບ ທີ່ໂຕ້ແຍ້ງເລື່ອງການເຊື່ອມໂຍງ ລະຫວ່າງ ການສູບຢາ ກັບໂຣກມະເຮັງໃນປອດ ຊຶ່ງພຸດທະສອນ ຈະມີລາຍງານຈາກ Henry Ridgwell ມາສະເໜີທ່ານ ເປັນພາສາລາວ.
ຕອນຕ່າງໆຂອງເລື້ອງ
-
ພະຈິກ ໒໑, ໒໐໒໓
ການເລືອກຕັ້ງ ຢູ່ປະເທດໄລບີເຣຍ
-
ພະຈິກ ໐໓, ໒໐໒໓
ຄວາມຮຸນແຮງລະຫວ່າງ ອິສຣາແອລ ແລະ ປາແລັສໄຕນ໌
-
ພະຈິກ ໐໒, ໒໐໒໓
ທ່ານແອນໂທນີ ບລິງເກັນ ແລະການປະຕິບັດງານໃນພາກຕາເວັນອອກກາງ