ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ກໍາລັງ ພະຍາຍາມປັບປຸງ ຄຸນນະພາບກາເຟ ຂອງຕົນ


ເວລາ​​ຄົນ​ສ່ວນ​ຫຼາຍຄິດ​ຫາ​ກາ​ເຟ ປົກກະຕິ​ແລ້ວ​ພວກ​ເຂົາ​ເຈົ້າຈະ​ບໍ່​​ຄິດ​​ເຖິງຫວຽດນາມ ແຕ່​ຕົກ​ມາ​ປີ​ນີ້ ຫວຽດນາມ ຊຶ່ງ​ເປັນ​ປະ​ເທດ​ທີ່​ຕັ້ງ​ຢູ່ໃນ ​ຂົງ​ເຂດ​ເອເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ໄດ້​ກ້າວຂຶ້ນມາ​ລໍ້າ​ໜ້າ​ Brazil ​ໃນ​ຖາ​ນະ​ເປັນປະ​ເທດ​ສົ່ງອອກກາ​ເຟລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ແຕ່​ວ່າ​ຄຸນ​ນະພາ​ບບໍ່​ຄ່ອຍ​ດີ​ປານ​ໃດ. ແລະ​ເວລາ​ນີ້ ​ວົງ​ການ​ອຸດສາຫະກໍາ​ກາ​ເຟ ຫວຽດນາມ ກໍກໍາລັງພະຍາຍາມຈະ​ລົບ​ລ້າງ​ຊື່​ສຽງ​ຂອງ​ຕົນ​ ໃນ​ຖານະ​ເປັນ​ປະ​ເທດສົ່ງ​ອອກ​ກາ​ເຟ ຊະນິດ​ຄຸນ​ນະພາ​ບຕໍ່ານັ້ນ.

XS
SM
MD
LG