forest1
ສິ່ງປະດິດຂອງແມ່ຍິງລາວ ໄດ້ຮັບລາງວັນ 1 ຫຼຽນຄໍາ ແລະ 3 ຫຼຽນເງິນ ໃນງານມະຫະກໍາ ສິ່ງປະດິດຂອງແມ່ຍິງນາໆຊາດ ຄັ້ງທີ 6 ປະຈໍາປີ 2013.
ອໍານາດປົກຄອງ ເຂດນະຄອນວຽງຈັນ ຈັດເກັບລາຍຮັບ ເຂົ້າງົບປະມານ ໄດ້ຕໍ່າກວ່າ ຄາດໝາຍທີ່ວາງໄວ້ ໃນຊ່ວງ 6 ເດືອນຕົ້ນປີ ຂອງແຜນການງົບປະມານ ປະຈໍາປີ 2012-2013 ນີ້.
ວິສາຫະກິດຈາກຫວຽດນາມ ມີສ່ວນຮ່ວມ ໃນການຍາດຊິງ ເອົາທີ່ດິນ ຂອງປະຊາຊົນລາວ ຢ່າງກວ້າງຂວາງ ໂດຍມີເຈົ້າໜ້າທີ່ລາວ ໃຫ້ການຮ່ວມມື ເພື່ອແລກກັບ ຜົນຕອບແທນສ່ວນຕົວ.
ລາມມີແຜນທີ່ຈະເພີ່ມການຜະລິດ ພະລັງງານໄຟຟ້າຂຶ້ນເປັນ 12,500 ເມກາວັດ ໃນປີ 2020 ດ້ວຍການຊຸກຍູ້ ການກໍ່ສ້າງ 8 ເຂື່ອນ ແລະ 1 ໂຮງງານໄຟຟ້າຖ່ານຫິນ ໃຫ້ສໍາເລັດ.
ສະພາການທ່ອງທ່ຽວແລະການຄ້າຢູໂຣບ ເລືອກໃຫ້ ສປປ ລາວ ເປັນຈຸດໝາຍປາຍທາງ ອັນດັບນຶ່ງ ທີ່ນັກທ່ອງທ່ຽວ ຢາກມາທ່ຽວ ຫຼາຍທີ່ສຸດ ໃນປີນີ້.
ສປປ.ລາວ ຖືກຈັດໃຫ້ຢູ່ໃນກຸ່ມປະເທດ ທີ່ປະຊາຊົນບໍ່ມີເສລີພາບ ໃນການສະແດງ ຄວາມຄິດເຫັນ ໃນທາງການເມືອງ ແລະສື່ມວນຊົນກໍຖືກຄວບຄຸມ ໂດຍພັກ-ລັດ ໃນທຸກລະດັບ.
ລາວຢືນຢັນວ່າ ປະເທດສະມາຊິກ ຂອງຄະນະກໍາມາທິການ ແມ່ນໍ້າຂອງ ຫລື MRC ໝົດຂໍ້ສົງໄສ ແລະບໍ່ຄັດຄ້ານ ໂຄງການກໍ່ສ້າງ ເຂື່ອນໄຊຍະບຸລີ ໃນແມ່ນໍ້າຂອງ ໃນລາວອີກແລ້ວ.
ນັກເຄື່ອນໄຫວເພື່ອສິດທິມະນຸດ ໃນອາຊ່ຽນ ຢືນຢັນວ່າ ພັນລະຍາຂອງທ່ານສົມບັດ ສົມພອນ ຍັງຄົງສືບຕໍ່ຮຽກຮ້ອງ ຂໍຄວາມເປັນທໍາ ໃຫ້ກັບທ່ານ ສົມບັດ ຈົນເຖິງທຸກມື້ນີ້.
ການລົງທຶນໂດຍກົງ ຂອງຕ່າງປະເທດໃນລາວ ມີມູນຄ່າສະສົມ ຫຼາຍກວ່າ 22 ຕື້ ໂດລາ ຈາກປີ 1988 ຫາປີ 2012 ຊຶ່ງສ່ວນໃຫຍ່ແມ່ນການລົງທຶນໃສ່ ພາກສ່ວນຂຸດຄົ້ນແຮ່ທາດ.
ຮອງປະທານປະເທດລາວ ເນັ້ນໜັກວ່າ ກໍາມະກອນໃນລາວຈະຕ້ອງສຶກສາອົບຮົມ ເພື່ອຍົກສູງແນວຄິດການເມືອງ ໃນຂະນະທີ່ຍັງຕ້ອງປະເຊີນກັບ ການຖືກເອົາປຽບ ຫຼາຍຂຶ້ນນັບມື້.
ກຸ່ມບໍລິສັດດາວເຮືອງທຸ່ມເງິນທຶນກວ່າ 100 ຕື້ກີບ ກໍ່ສ້າງ ອາຄານຫຼັງໃໝ່ ເພື່ອແລກກັບອາຄານ ສໍານັກງານຫຼັງເກົ່າ ຂອງກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວ.
ລາວປະເຊີນກັບ ສະພາວະຂາດດຸນການຄ້າ ກັບຕ່າງປະເທດ ຫຼາຍກວ່າ 2 ຕື້ໂດລາ ໃນປີ 2012 ຍ້ອນການນໍາເຂົ້າ ນໍ້າມັນເຊື້ອໄຟ ເປັນສາເຫດຕົ້ນຕໍ.
ເຄືອຂ່າຍປະຊາຊົນໄທ ເພື່ອການອະນຸລັກ ສິ່ງແວດລ້ອມ ທໍາມະຊາດ ໃນຈັງຫວັດນ່ານ ຄັດຄ້ານ ການວາງແນວ ສາຍສົ່ງກະແສໄຟຟ້າ ຈາກໂຮງໄຟຟ້າຫົງສາ ໃນລາວເຂົ້າມາໄທ.
ລາວວາງແຜນການ ທີ່ຈະເຂົ້າຮ່ວມ ເປັນພາຄີ ໃນການຜະລິດ ສິນຄ້າກະເສດ ຮ່ວມກັບ ສີ່ປະເທດໃນລຸ່ມແມ່ນໍ້າຂອງ ເພື່ອພັດທະນາໃຫ້ເປັນ ເຂດຜະລິດສິນຄ້າກະເສດ ອັນດຽວກັນ.
ເຮືອບິນໂດຍສານນ້ອຍ ຂອງລາວເດີນອາກາດ ປະສົບອຸບັດຕິເຫດ ແຕ່ບໍ່ມີຜູ້ເສຍຊີວິດ ສ່ວນທາງດ້ານລັດວິສາຫະກິດ ການບິນລາວ ກໍຍັງຄົງຂະຫຍາຍທຸລະກິດ ກວ້າງອອກນັບມື້.
ລາວສ້າງຕັ້ງ ເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ໄດ້ແລ້ວ 10 ແຫ່ງ ຈາກແຜນການ ທີ່ຈະສ້າງຕັ້ງໃຫ້ໄດ້ ບໍ່ໜ້ອຍກວ່າ 20 ແຫ່ງໃນທົ່ວປະເທດ ພາຍໃນປີ 2015.
ລາວໂຈະການສໍາປະທານດິນ ສໍາລັບປູກຢາງພາລາໃນທົ່ວປະເທດ ເພື່ອຈະກວດເບິ່ງການປະຕິບັດຕົວຈິງ ໃນທີ່ດິນທີ່ໄດ້ຮັບອະນຸຍາດໄປແລ້ວ.
ກຸ່ມລົງທຶນໃນໂຄງການ ກໍ່ສ້າງເຂື່ອນໄຊຍະບຸລີ ເທິງແມ່ນໍ້າຂອງ ໃນລາວ ຢືນຢັນວ່າ ການອອກແບບກໍ່ສ້າງເຂື່ອນ ໄດ້ມາດຕະຖານສາກົນ ໃນທຸກດ້ານ.
ປະທານປະເທດລາວ ຮຽກຮ້ອງໃຫ້ທຸກພາກສ່ວນ ໃນສັງຄົມ ປະກອບສ່ວນເຂົ້າ ໃນການພັດທະນາ ເພື່ອຍົກລະດັບ ຄຸນນະພາບການສຶກສາ ໃຫ້ດີຂຶ້ນ.
ທະນາຄານພັດທະນາເອເຊຍ ຄາດວ່າ ເສດຖະກິດຂອງລາວ ຈະຂະຫຍາຍຕົວ ເພີ່ມຂຶ້ນ ໃນອັດຕາສະເລ່ຍ 7.7% ໃນປີ 2013 ຊຶ່ງສ່ວນໃຫຍ່ ແມ່ນມາຈາກການຂຸດຄົ້ນ ຊັບພະຍາກອນທໍາມະຊາດ.
ບໍລິສັດເອກກະຊົນຈາກມາເລເຊຍຈະລົງທຶນເຖິງ 5 ພັນລ້ານ ໂດລາ ເພື່ອກໍ່ສ້າງທາງລົດໄຟ ເຊື່ອມຕໍ່ ລະຫວ່າງລາວກັບ ຫວຽດນາມ ແລະໄທ.
ເນື່ອງໃນໂອກາດບຸນປີໃໝ່ລາວ ທ່ານ John Kerry ລັດຖະມົນຕີການຕ່າງ ປະເທດສະຫະລັດ ໄດ້ອອກສານຖະແຫລງຂ່າວ ສົ່ງຄໍາອວຍພອນໄຊ ເຖິງປະຊາຊົນລາວ ທົ່ວປະເທດ.
ລາວແລະຫວຽດນາມ ຕົກລົງທີ່ຈະ ດໍາເນີນການ ປັກຫຼັກໝາຍ ເຂດແດນ ໃຫ້ສໍາເລັດ ໃນຕະຫຼອດແນວຊາຍແດນ ລະຫວ່າງສອງປະເທດ ພາຍໃນເດືອນມິຖຸນາ ປີນີ້.
ລາວແລະໄທຕົກລົງສືບຕໍ່ ຮ່ວມມືເພີ່ມຂຶ້ນ ໃນການປາບປາມ ການຄ້າຢາເສບຕິດ ພາຍໃຕ້ ເປົ້າໝາຍ ເຮັດໃຫ້ ລາວ-ໄທ ກໍຄືອາຊ່ຽນ ເປັນເຂດປອດຢາເສບຕິດໃຫ້ໄດ້ ພາຍໃນປີ 2015.
ນະຄອນວຽງຈັນ ສະຫລອງບຸນປີໃໝ່ລາວ ຢ່າງຄຶກຄື້ນ ສ່ວນຢູ່ຫຼວງພະບາງ ກໍເນັ້ນໜັກ ການປະກອບສ່ວນ ຂອງປະຊາຊົນ ໃນການຮັກສາດຮີດຄອງ ປະເພນີອັນດີງາມ.
ລາວ-ໄທ ໄດ້ຕົກລົງເພີ່ມ ມູນຄ່າການຄ້າແລະການລົງທຶນ ໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ ແລະໄທຢືນຢັນວ່າ ຈະປະຕິບັດຂໍ້ຕົກລົງ ຮັບຊື້ພະລັງງານໄຟຟ້າ ຈາກລາວ ຕໍ່ໄປ.
ລາວດໍາເນີນ ມາດຕະການ ກວດສອບ ຫຼັກສູດການຮຽນ-ການສອນ ຂອງວິທະຍາໄລເອກກະຊົນ ໃນທົ່ວປະເທດ ເນື່ອງຈາກຄຸນນະພາບການສຶກສາ ຍັງຕໍ່າ ແລະບໍ່ໄດ້ມາດຕະຖານ.
ລາວສ້າງຕັ້ງເຂດປ່າປ້ອງກັນແຫ່ງຊາດ 49 ແຫ່ງໃນ 16 ແຂວງ ເພື່ອເພີ່ມອັດຕາຄວາມໜາແໜ້ນຂອງປ່າໄມ້ ໃຫ້ໄດ້ເຖິງ 70% ຂອງພື້ນທີ່ທັງໝົດຂອງປະເທດພາຍໃນປີ 2020.
ມູນຄ່າການຄ້າ ຢູ່ເຂດສາມຫຼ່ຽມຄໍາ ລະຫວ່າງລາວ-ໄທ-ມຽນມາ-ຈີນ ຫລຸດລົງຫຼາຍກວ່າ 30% ເພາະລະດັບນໍ້າຂອງບົກແຫ້ງ ເຮັດໃຫ້ການເດີນເຮືອ ສົ່ງສິນຄ້າລໍາບາກ.
ການບິນລາວປະກາດວ່າ ຈະຂໍຈົດທະບຽນ ເຂົ້າໃນ ຕະຫຼາດຫຼັກຊັບ ໃຫ້ໄວທີ່ສຸດ ເພື່ອລະດົມເອົາທຶນ ໄປຂະຫຍາຍທຸລະກິດ ໃຫ້ທັນກັບ ປະຊາຄົມອາຊ່ຽນປີ 2015.
ກົມອຸຕຸນິຍົມວິທະຍາ ແລະອຸທົກກະສາດຂອງລາວ ຕ້ອງການ ງົບປະມານຫຼາຍຂຶ້ນ ເພື່ອພັດທະນາ ລະບົບເທັກໂນໂລຈີ ໃນການພະຍາກອນອາກາດ ໃຫ້ທັນກັບ ສະຖານະການທີ່ເປັນຈິງ.
ລັດຖະບານລາວໄດ້ຮັບ ການຊ່ວຍເຫຼືອຈາກ ລັດຖະບານຍີ່ປຸ່ນ ແລະທະນາຄານໂລກເພີ່ມຂຶ້ນ ແລະສະຫະລັດຢືນຢັນວ່າ ຈະເພີ່ມມູນຄ່າການຄ້າ ແລະການລົງທຶນໃນລາວ ໃຫ້ຫຼາຍຂຶ້ນ.
ບໍລິສັດລັດວິສາຫະກິດ ແລະເອກກະຊົນຫວຽດນາມ ຍັງເປັນຜູ້ລົງທຶນໂດຍກົງ ອັນດັບ 1 ໃນລາວ ຕິດຕາມດ້ວຍໄທ ຈີນ ເກົາຫຼີໃຕ້ ແລະ ຝຣັ່ງ ຕາມລໍາດັບ.
ລາວເລັ່ງດໍາເນີນການຮ່າງ ນະໂຍບາຍທີ່ດິນແຫ່ງຊາດ ເພື່ອຫຼຸດຜ່ອນບັນຫາຂັດແຍ້ງ ເລື້ອງສິດຖືຄອງທີ່ດິນ ລະຫວ່າງປະຊາຊົນ ກັບເຈົ້າໜ້າທີ່ລັດ ແລະບໍລິສັດເອກກະຊົນ.
ໄທສະແດງຫຼັກຖານຕໍ່ລາວ ເພື່ອຢັ້ງຢືນວ່າ ຊ້າງປ່າໂຕຜູ້ທີ່ຂ້າມແມ່ນໍ້າຂອງ ຈາກຝັ່ງລາວ ໄປໄທນັ້ນ ເປັນຊ້າງໄທ ໂດຍທີ່ທາງການລາວ ບໍ່ໄດ້ສະແດງການໂຕ້ແຍ້ງແຕ່ຢ່າງໃດ.
ຜູ້ແທນຂອງ 125 ອົງການ ທີ່ບໍ່ຂຶ້ນກັບລັດຖະບານໃນໄທ ຍື່ນຈົດໝາຍເຖິງ ນາຍົກ ລມຕ ຍິ່ງລັກ ຂໍໃຫ້ເຂົ້າຮ່ວມ ການກົດດັນຕໍ່ລາວ ກ່ຽວກັບເລື້ອງທ່ານສົມບັດ ສົມພອນ.
ການສົ່ງອອກຜົນຜະລິດ ຈາກພາກສ່ວນອຸດສາຫະກໍາ ຂຸດຄົ້ນບໍ່ແຮ່ໃນລາວ ຄິດເປັນສັດສ່ວນເຖິງ 65% ຂອງມູນຄ່າ ການສົ່ງອອກທັງໝົດຂອງລາວ ໃນປີ 2012.
ລັດຖະມົນຕີ ກະຊວງການຕ່າງປະເທດ ສຫລ ຮຽກຮ້ອງໃຫ້ ລັດຖະບານລາວ ເຮັດທຸກສິ່ງທຸກຢ່າງ ພາຍໃຕ້ອໍານາດຂອງຕົນ ເພື່ອຊອກຫາທ່ານສົມບັດ ສົມພອນ ໃຫ້ພົບ.
ການລັກລອບປູກຝິ່ນໃນລາວ ມີທ່າອ່ຽງເພີ່ມຂຶ້ນ ຊຶ່ງໃນປີ 2012 ມີເນື້ອທີ່ກວ້າງກວ່າ 6,000 ເຮັກຕ້າ ແລະລາວຍັງເປັນທາງຜ່ານ ຂອງການຂົນສົ່ງ ຢາເສບຕິດອີກດ້ວຍ.