ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ແລະ ທ່ານ ສີ ຈິ້ນຜິງ ຂອງ ຈີນ ມີກຳນົດຈະພົບປະກັນໃນວັນພຸດມື້ນີ້ ຢູ່ທີ່ກອງປະຊຸມສຸດຍອດຂອງສະໂມ ສອນຄວາມໝັ້ນຄົງ ແລະປ້ອງກັນເຂດຢູເຣເຊຍ ທີ່ມົສກູ ແລະ ປັກກິ່ງ ເຫັນວ່າ ເປັນເຄື່ອງມືໃນການຕໍ່ຕ້ານອິດທິພົນຂອງສະຫະລັດ ແລະບັນດາພັນທະມິດ
ເຈົ້າໜ້າທີ່ຈີນ ໄດ້ຂຶ້ນເຮືອແລ້ວຍຶດເຮືອຫາປາຂອງໄຕ້ຫວັນລຳນຶ່ງ ທີ່ດຳເນີນ ກິດຈະກຳຢູ່ໃກ້ຝັ່ງທະເລຂອງຈີນ ໃກ້ກັບເກາະທີ່ໄຕ້ຫວັນຄວບຄຸມ ໃນຕອນແລງວັນອັງຄານວານນີ້ ແລະໄດ້ນຳເອົາເຮືອດັ່ງກ່າວ ໄປທີ່ທ່າກຳປັ່ນຂອງຈີນ, ໜ່ວຍຍາມຝັ່ງຂອງໄຕ້ຫວັນກ່າວ ທ່າມກາງຄວາມເຄັ່ງຕຶງທີ່ຮຸນແຮງຍິ່ງຂຶ້ນ
ແຫຼ່ງຂ່າວກ່າວວ່າ ການສັ່ງເຮືອບິນ widebody 777 ແລະ 787, ຄາດວ່າຈະຖືກຈັດສົ່ງໃນບໍ່ເທົ່າໃດມື້ຂ້າງຫນ້ານີ້
ກຸ່ມສິດທິມະນຸດຊື່ວ່າ ຢຸດການຂ້ຳງລ້າງເຜົ່າພັນຊາວ ວີເກີ ຫຼື Stop Uyghur Genocide ທີ່ມີຫ້ອງການຢູ່ປະເທດ ອັງກິດ ໄດ້ເລີ່ມການໂຄສະນາຫາເຜີຍແຜ່ ທາງດ້ານກົດໝາຍເພື່ອສະກັດກັ້ນຄວາມເປັນໄປໄດ້ທີ່ ບໍລິສັດ ຊີອິນ (Shein) ຈະຂຶ້ນທະບຽນບໍລິສັດ ໃນນະຄອນຫຼວງ ລອນດອນ ເນື່ອງຈາກຄວາມກັງວົນ ກ່ຽວກັບ ການປະຕິບັດດ້ານແຮງງານ
ສະຫະລັດ ແລະອີກບໍດົນ ຢູໂຣບ, ຈະເພີ້ມອັດຕາພາສີນໍາເຂົ້າຍານພາຫະນະ EV ແລະເທັກໂນໂລຈີສີຂຽວຈາກຈີນ
ຄຳຖາມໃຫຍ່ກໍແມ່ນວ່າ: ພວກນັກກິລາຊາວອາເມຣິກັນ ຍັງຈະຢູ່ອັນດັບຕົ້ນໆ ຂອງການນັບຫຼຽນຄຳໃນການແຂ່ງຂັນກັບຈີນຢູ່ບໍ່?
ຈາກຈໍານວນນັກສຶກສາ 15,000 ຄົນ ຫຼາຍຊ່ວງຫຼາຍທົດສະວັດທີ່ຜ່ານມາ, ບັດນີ້ ຈໍານວນນັກສຶກສາອາເມຣິກັນທີ່ຮຽນຢູ່ຈີນມີພຽງ 800 ຄົນ
ຈີນ ໄດ້ປະສົບກັບສະພາບອາກາດທີ່ຮ້າຍແຮງ ແລະ ອຸນຫະພູມສູງຜິດປົກກະຕິໃນສອງສາມເດືອນທີ່ຜ່ານມາ
ມີການຄາດຄະເນເຖິງຄວາມສູນເສຍທາງເສດຖະກິດໂດຍກົງ ຄິດເປັນມູນຄ່າ 3.65 ຕື້ຢວນ ຢູ່ບໍລິເວນຂົງເຂດຈຽວຫຼິງ, ໃນຂະນະທີ່ເມືອງເໝີຍຊຽນ ກໍສູນເສຍຢ່າງໜັກເຊັ່ນກັນ ຄິດເປັນມູນຄ່າ 1.06 ຕື້ຢວນ
ຈີນ ໄດ້ເປີດການສືບສວນສອບສວນ ໃນເລື້ອງໝູຂອງ EU ແລະຜະລິດຕະພັນຕ່າງໆຈາກໝູຂອງຕົນ ທີ່ໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ້ມທະວີຂຶ້ນ ລຸນຫຼັງທີ່ກຸ່ມປະເທດດັ່ງກ່າວໄດ້ວາງພາສີອາກອນເພື່ອຕໍ່ຕ້ານການອຸດໜູນຕໍ່ລົດໄຟຟ້າທັງຫຼາຍທີ່ຜະລິດໂດຍ ຈີນ
ສະຫະລັດ ແລະຈີນ ໄດ້ເລີ້ມການເຈລະຈາຄືນໃໝ່ ກ່ຽວກັບການຮ່ວມມືໃນດ້ານການຕໍ່ຕ້ານຢາເສບຕິດ ແລະການບັງຄັບໃຊ້ກົດໝາຍ ເມື່ອຕົ້ນປີນີ້ ແລະກົມຮັກສາຄວາມປອດໄພສາທາລະນະຂອງຈີນ ໄດ້ຊົມເຊີຍກໍລະນີນີ້ວ່າ ເປັນແບບຢ່າງ ທີ່ປະສົບຜົນສຳເລັດ ໃນການຮ່ວມມືຕໍ່ຕ້ານຢ່າເສບຕິດ ລະຫວ່າງສອງປະເທດມະຫາອຳນາດ
ທ່ານລີ, ເມື່ອອາທິດແລ້ວນີ້, ໄດ້ກາຍເປັນນາຍົກລັດຖະມົນຕີຂອງຈີນຄົນທຳອິດ ໃນຮອບເຈັດປີ ທີ່ໄປຢ້ຽມຢາມປະເທດນິວຊີແລນ ແລ້ວເດີນທາງໄປ ອອສເຕຣເລຍ ຕໍ່
ໂຫລດຕື່ມອີກ