ສະຫະລັດ ໄດ້ອະນຸມັດການສະໜັບສະໜູນດ້ານການປ້ອງກັນປະເທດມູນຄ່າ 571.3 ລ້ານໂດລາສຳລັບ ໄຕ້ຫວັນ.
ຢູ່ກອງປະຊຸມຖະແຫຼງຂ່າວປົກກະຕິ, ກະຊວງການຕ່າງປະເທດຂອງ ຈີນ ບໍ່ໄດ້ຢືນຢັນການຢ້ຽມຢາມດັ່ງກ່າວ, ແຕ່ໄດ້ເວົ້າຢ້ຳວ່າ ສອງປະເທດທີ່ວ່ານັ້ນຍັງຮັກສາການຕິດຕໍ່ທີ່ໃກ້ຊິດໃນທຸກລະດັບໄວ້ຢູ່.
ກຸ່ມບໍລິສັດ Jinjiang ຊຶ່ງເປັນຜູ້ຮັບເໝົາຂອງບໍລິສັດຜະລິດລົດຍົນໄຟຟ້າຂອງຈີນ BYD ກ່າວໃນວັນພະຫັດມື້ນີ້ວ່າການນໍາສະເໜີຂອງເຈົ້າໜ້າທີ່ບຣາຊິລ ທີ່ກ່າວວ່າພະນັກງານຂອງ ພວກເຂົາເປັນແຮງງານຂ້າທາດນັ້ນບໍ່ສອດຄ່ອງກັບຄວາມຈິງ ແລະ ມີຄວາມເຂົ້າໃຈຜິດໃນ ການແປພາສາ.
ຈີນໄດ້ອະນຸມັດການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າຂະໜາດໃຫຍ່ທີ່ສຸດຂອງໂລກ, ໂດຍ ຈະເລີ້ມໂຄງການທີ່ທະເຍີທະຍານຢູ່ຂອບເຂດພາກຕາເວັນອອກຂອງພູພຽງທິເບດທີ່ອາດຈະສົ່ງຜົນກະທົບຕໍ່ແມ່ນໍ້າຂອງຫຼາຍລ້ານຄົນທີ່ອາໄສຢູ່ຕອນລຸ່ມໃນອິນເດຍແລະບັງກລາແດັສ.
ລະບົບ ໄທຟົນ ຂອງ ສະຫະລັດ, ເຊິ່ງສາມາດຕິດຕັ້ງລູກສອນໄຟນຳວິຖີທີ່ສາມາດໂຈມຕີເປົ້າໝາຍຕ່າງໆຂອງ ຈີນ, ໄດ້ຖືກນຳໄປໃຊ້ຮ່ວມໃນການຊ້ອມລົບເມື່ອຕົ້ນປີນີ້.
ໜັງສືພິມ Nikkei ຂອງ ຍີ່ປຸ່ນ ລາຍງານໃນອາທິດນີ້ວ່າ ຈີນ ກຳລັງພິຈາລະນາຍົກເລີກການຫ້າມນຳເຂົ້າອາຫານທະເລ ຍີ່ປຸ່ນ.
ຖະແຫຼງການດັ່ງກ່າວໄດ້ຮຽກຮ້ອງໃຫ້ ຈີນ ເຄົາລົບພັນທະຂອງເຂົາເຈົ້າພາຍໃຕ້ກົດໝາຍສາກົນ
ທ່ານນາງ ດູຣາວ ກ່າວວ່າ “ເງື່ອນໄຂຄວາມປອດໄພຂັ້ນຕ່ຳແມ່ນບໍ່ໄດ້ຖືກປະຕິບັດໃນສະພາບແວດລ້ອມການເຮັດວຽກດັ່ງກ່າວ.”
ລັດຖະບານຈີນ ປະທ້ວງເມື່ອວັນອາທິດຜ່ານມາ ກ່ຽວກັບການປະກາດຫຼ້າສຸດຂອງ ສະຫະລັດ ອາເມຣິກາ ກ່ຽວກັບການຂະຫຍາຍ ແລະ ໃຫ້ຄວາມຊ່ວຍເຫຼືອທາງທະຫານ ໃຫ້ແກ່ໄຕ້ຫວັນ ໂດຍກ່າວວ່າສະຫະລັດ ກຳລັງ “ຫຼີ້ນກັບໄຟ”
ການບໍລິໂພກນໍ້າມັນຂອງຈີນຄາດວ່າຈະເຖິງຈຸດສູງສຸດໃນປີ 2027, ບໍລິສັດ ຊີໂນເປັກ ຊຶ່ງເປັນລັດວິສາຫະກິດດ້ານການກັ່ນນໍ້າມັນທີ່ໃຫຍ່ກ່າວເມື່ອວັນພະຫັດວານນີ້ ເນື່ອງຈາກ ຄວາມຕ້ອງການນໍ້າມັນດີເຊລ ແລະ ແອັດຊັງ ຫຼຸດລົງຊຶ່ງການຊ້າລົງນີ້ໄດ້ສົ່ງຜົນກະທົບຕໍ່ຕະຫຼາດນໍ້າມັນທົ່ວໂລກໃນປີນີ້.
ທ່ານ ສີ ຈິ່ນຜິງ ໄດ້ເດີນທາງໄປເຖິງເກາະ ມາເກົ້າ ເມື່ອວັນພຸດທີ່ຜ່ານມາ ເພື່ອຢ້ຽມຢາມ ມາເກົ້າ ເປັນເວລາສາມວັນ ເພື່ອລະນຶກເຖິງການປົກຄອງຂອງ ປັກກິ່ງ ຄົບຮອບ 25 ປີ.
ປະທານາທິບໍດີ ສີ ຈີ່ນຜິງ ຂອງຈີນ ເຄີຍເປັນເພື່ອນຂອງທ່ານ ທຣຳ ແລະ ເປັນຄົນດີຫຼາຍ ແຕ່ຄວາມສຳພັນກັບເຄັ່ງຕຶງ.
ໂຫລດຕື່ມອີກ