ລັດຖະມົນຕີການຕ່າງປະເທດຈີນ ທ່ານ ຫວັງ ຢີ້ ກ່າວໃນລະຫວ່າງການຢ້ຽມ ຢາມປະເທດໄທ ໃນວັນສຸກມື້ນີ້ວ່າ ຈີນ ຈະສະໜັບສະໜູນການຫັນປ່ຽນໄປສູ່ ລະບອບປະຊາທິປະໄຕ ຢູ່ໃນມຽນມາ ແລະຈະສະໜັບສະໜູນແຜນການລະດັບ ພາກພື້ນ ເພື່ອຊອກຫາທາງອອກ ຈາກວິກິດການທີ່ຍັງຄົງດຳເນີນຢູ່ໃນປະເທດເອເຊຍຕາເວັນອອກສຽງໃຕ້ດັ່ງກ່າວ
ພວກເຂົາກ່າວວ່າ ຫຼາຍສິບກໍລະນີຖືກເປີດເຜີຍອອກມານັບຕັ້ງແຕ່ການສືບ ສວນໄດ້ເລີ້ມຕົ້ນຂຶ້ນໃນຕົ້ນປີນີ້, ແລະ ຫຼາຍກໍລະນີໃນນັ້ນໄດ້ແນເປົ້າໝາຍ ໃສ່ປະສົບການທາງດ້ານອຸດສາຫະກໍາຢ່າງກວ້າງຂວາງ.
A lower court had overturned their conviction for organizing the unauthorized assembly, but their conviction for taking part in an unauthorized procession was upheld
ການາດາ ແລະ ອອສເຕຣເລຍ ໄດ້ສະແດງຄວາມວິຕົກກັງວົນ ຕໍ່ການອ້າງເອົາກຳມະສິດຂອງຈີນ ເໜືອເຂດນ່ານນ້ຳທີ່ຂັດແຍ້ງກັນ ຢູ່ທະເລຈີນໃຕ້ ໃນວັນພະຫັດວານນີ້ ໂດຍກ່າວວ່າ ພວກເຂົາຈະເພີ່ມການຮ່ວມມືດ້ານການທະຫານ ແລະການປ້ອງກັນປະເທດ, ອີງຕາມອົງການຂ່າວ Reuters
ສາຍການບິນຂອງຈີນ ກຳລັງໄດ້ຮັບສ່ວນແບ່ງຕະຫຼາດໃນເສັ້ນທາງລະຫວ່າງ ປະເທດເພີ້ມຂຶ້ນ ເນື່ອງຈາກຄູ່ແຂ່ງຕ່າງປະເທດ ຖືກຂັດຂວາງຈາກຄວາມຕ້ອງ ການເດີນທາງໄປຈີນ ທີ່ຫຼຸດລົງ, ຂໍ້ມູນອຸດສາຫະກຳສະແດງໃຫ້ເຫັນ, ຍ້ອນວ່າຄູ່ແຂ່ງຕ່າງປະເທດຖືກຂັດຂວາງໂດຍຄວາມຕ້ອງການການເດີນທາງໄປຈີນທີ່ຫຼຸດລົງ ແລະ ຕົ້ນທຶນທີ່ສູງຂຶ້ນ
ຈຳນວນຄູ່ຮັກ ສາມລ້ານສີ່ແສນສາມສິບພັນຄູ່ໄດ້ແຕ່ງງານກັນໃນຫົກເດືອນທຳອິດຂອງປີ
ການແຕ່ງງານຖືເປັນເງື່ອນໄຂເບື້ອງຕົ້ນສຳລັບການມີລູກ
ອົງການຂ່າວຊິນຫົວຂອງຈີນ ລາຍງານໃນວັນພຸດມື້ນີ້ວ່າ ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ຮຽກຮ້ອງໃຫ້ສ້າງແນວປ້ອງກັນຊາຍແດນ, ທາງທະເລແລະທາງອາກາດທີ່ໜ້າແໜ້ນ ເພື່ອປົກປັກຮັກສາອະທິປະໄຕ ແລະຜົນປະໂຫຍດ ທາງທະເລຂອງປະເທດ
ສຽງສັນຍານເຕືອນໄພໄດ້ດັງກ້ອງອອກມາ, ຖະຫນົນຫົນທາງຫວ່າງເປົ່າ ແລະປະຊາຊົນໄດ້ຮັບຄຳສັ່ງໃຫ້ຢູ່ໃນເຮືອນ ໃນນະຄອນຫຼວງ ໄທເປ ຂອງໄຕ້ຫວັນໃນວັນອັງຄານມື້ນີ້ ໃນລະຫວ່າງການຊ້ອມລົບທາງອາກາດປະຈໍາປີ ທີ່ຈໍາລອງການໂຈມຕີດ້ວຍລູກສອນໄຟຂອງຈີນ
ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ເປັນຜູ້ນໍາພາໃນຂະບວນການຕ້ານການສໍ້ລາດບັງຫຼວງຢ່າງກວ້າງຂວາງ ນັບຕັ້ງແຕ່ທ່ານໄດ້ຂຶ້ນເປັນຜູ້ນຳພັກຄອມມູນິສຈີນໃນປີ 2012
ກະຊວງການຕ່າງປະເທດຂອງຈີນກ່າວໃນວັນພຸດວານນີ້ວ່າ ຈີນໄດ້ຢຸດເຊົາການເຈລະຈາ ກ່ຽວກັບການຄວບຄຸມອາວຸດນິວເຄລຍກັບສະຫະລັດ ເພື່ອປະທ້ວງຕໍ່ການຂາຍອາວຸດຂອງວໍຊິງຕັນ ໃຫ້ເກາະໄຕ້ຫວັນ ທີ່ປົກຄອງດ້ວຍລະບອບປະຊາທິປະໄຕ ທີ່ປັກກິ່ງອ້າງວ່າເປັນດິນແດນຂອງຕົນ, ອີງຕາມອົງການຂ່າວ Reuters
ອິນເດຍ ຄາດວ່າຈະເລັ່ງຂະບວນການອອກວີຊ່າໃຫ້ບັນດານັກວິຊາການດ້ານ ເທັກນິກຈີນ, ເນື່ອງຈາກວ່າ ອິນເດຍ ກຳລັງພະຍາຍາມເອົາຊະນະຄວາມຫຼ້າຊ້າຂອງຫົວໜ່ວຍການຜະລິດ ທີ່ໄດ້ກີດຂວາງການລົງທຶນມູນຄ່າຫຼາຍຕື້ໂດລາ, ເຈົ້າໜ້າທີ່ລັດຖະບານສາມຄົນກ່າວ
ໂຫລດຕື່ມອີກ