ຈີນ ແລະ ຣັດເຊຍ ໄດ້ປັບນະໂຍບາຍ ຕ່າງປະເທດຂອງເຂົາເຈົ້າ ເພື່ອຄັດຄ້ານ ສະຫະລັດ
ອາຟຣິກາໃຕ້ພວມຖືກຕ້ອງຕິຢ່າງໜັກ ໃນການເປັນເຈົ້າພາບຊ້ອມລົບຮ່ວມທາງທະເລກັບຣັດເຊຍ ລະຫວ່າງຄົບຄອບນຶ່ງປີ ໃນການຮຸກຮານຕໍ່ຢູເຄຣນ ພ້ອມດ້ວຍບັນດາຜູ້ຕຳນິກ່າວວ່າ ຈະເປັນໄຊຊະນະ ໃນການໂຄສະນາຊວນເຊື່ອ ສຳລັບມົສກູ
ປະທານາທິບໍດີໄຊອິງເຫວັນ ກ່າວຕໍ່ບັນດາສະມາຊິກລັດຖະສະພາສະຫະລັດທີ່ໄປຢ້ຽມຢາມວ່າ ໄທເປຈະໃຫ້ການຮ່ວມມືກັບສະຫະລັດ ແລະປະເທດປະຊາທິປະໄຕອື່ນໆເພື່ອປະເຊີນໜ້າ ກັບການຂະຫຍາຍຕົວ ຂອງ "ລັດທິຜະເດັດການ"
ເມື່ອຫວນຄືນໄປຫາວັນເວລາທີ່ທ່ານເປັນນັກບິນຢູ່ນັ້ນ ທ່ານແຄລລີ ໄດ້ເຫັນບາລລູນ ສະເຫລີມສະຫລອງງານສຳຄັນ ທີ່ລອຍຜ່ານໜ້າຫ້ອງນັກບິນຂອງທ່ານໄປ
ບໍລິສັດຈີນ ຈະລົງທຶນກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກັບອຳເພີຊຽງແສນ ຈັງຫວັດຊຽງຮາຍ ເພື່ອຮອງຮັບການທ່ອງທ່ຽວ
ເຖິງແມ່ນຜູ້ເຂົ້າຮ່ວມງານຫຼາຍໆຄົນຈະກ່າວວ່າ ການລໍຖ້າທີ່ຍາວ ນານໄດ້ກັບມາເປັນແຮງຜັກດັນເຮັດໃຫ້ມີກໍາລັງໃຈອີກຄັ້ງກໍ່ຕາມ, ແຕ່ບາງຄົນກໍ ມີຄວາມຮູ້ສຶກບໍ່ໝັ້ນໃຈເຕັມທີ່
ບໍລິສັດລັອກຮີດ ມາຕິນ ແລະພະແນກຕ່າງໆຂອງເຣຕຽນ ຖືກຫ້າມນໍາເຂົ້າປະເທດຈີນ
ປະທານາທິບໍດີໂຈ ໄບເດັນ ຈະໂອ້ລົມກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ກ່ຽວກັບບາລລູນທີ່ສົງໄສວ່າທຳການສອດແນມ ທີ່ທ່ານສັ່ງໃຫ້ຍິງລົງໃນເດືອນນີ້
ການພົບປະຢູ່ນອກກອງປະຊຸມດ້ານຄວາມໝັ້ນຄົງມິວນິກ ອາດເປັນຄັ້ງທຳອິດຂອງການເຈລະຈາແບບເຊິ່ງໜ້າ ລະຫວ່າງນັກການທູດຂັ້ນສູງທັງສອງທ່ານ ນັບຕັ້ງແຕ່ ສະຫະລັດຍິງບາລລູນສອດແນມຂອງຈີນລົງ ເມື່ອຕົ້ນເດືອນນີ້
ທ່ານພົນຕີ ໄດ້ກ່າວວ່າ ບາລລູນຕ່າງໆທີ່ໄດ້ພົບເຫັນຢູ່ອ້ອມຮອບເກາະໄຕ້ຫວັນ ມາເຖິງຕອນນີ້ ແມ່ນເປັນການນຳໃຊ້ໃນດ້ານການຄົ້ນຄວ້າທາງອຸດຕຸນິຍົມວິທະ ຍາ. ພວກມັນໂດຍທົ່ວໄປແລ້ວ ແມ່ນມີຂະໜາດນ້ອຍ ແລະເບົາ ແລະຈະແຕກຫຼັງຈາກທີ່ຂຶ້ນສູ່ລະດັບທີ່ອາດເປັນໄພຄຸກຄາມ
ທໍານຽບຂາວກ່າວວ່າ ພວກເຂົາເຈົ້າຍັງບໍ່ຮູ້ວ່າວັດຖຸສາມຢ່າງທີ່ບໍ່ສາມາດລະບຸໄດ້ ຖືກຍິງຕົກເໜືອນ່ານຟ້າສະຫະລັດນັ້ນ ແມ່ນຫຍັງ?
ທ່ານເຄີບີ ກ່າວວ່າ ວັດຖຸສາມອັນ - ສອງອັນຖືກຍິງຕົກຢູ່ໃນສະຫະລັດ ແລະອີກອັນນຶ່ງ ຍິງຕົກຢູ່ໃນການາດາ "ອາດເປັນບາລລູນທີ່ພຽງແຕ່ຕິດພັນກັບອົງການການຄ້າ ຫຼືການຄົ້ນຄ້ວາເທົ່ານັ້ນ
ໂຫລດຕື່ມອີກ