ເຂື່ອນຫລາຍໆແຫ່ງ, ອ່າງເກັບນ້ຳ ແລະ ຂໍ້ຕົກລົງທາງກົດໝາຍຫຼາຍໆ ສະບັບໄດ້ຫັນເອົາແມ່ນ້ຳໂຄໂລຣາໂດ ໃຫ້ກາຍເປັນລະບົບນ້ຳ ທີ່ມີຄວາມສະຫລັບຊັບ ຊ້ອນສູງທີ່ຮອງຮັບຄວາມຕ້ອງການປະຊາຊົນຫຼາຍກວ່າ 40 ລ້ານຄົນ ໃນພາກຕາເວັນຕົກສຽງໃຕ້ຂອງອາເມຣິກາ
ການປ່ຽນແປງຂອງດິນຟ້າອາກາດ ແມ່ນເຮັດໃຫ້ການສະໜອງນ້ຳ ຢູ່ຕາມແມ່ນ້ຳສາຍຕ່າໆ ຂອງໂລກບໍ່ສາມາດຄາດຄະເນໄດ້. ສິ່ງນັ້ນເຮັດໃຫ້ມັນມີຄວາມທ້າທາຍນັບມື້ນັບເພີ່ມຂຶ້ນ ໃນການຈັດການເລື້ອງຄວາມຕ້ອງການນໍ້າສູງຂອງຕົວເມືອງ, ຂອງຟາມ ແລະເຄື່ອງຜະລິດໄຟຟ້ານ້ຳຕົກຕ່າງໆ.
ການປ່ຽນແປງຂອງດິນຟ້າອາກາດ ແມ່ນເຮັດໃຫ້ການສະໜອງນ້ຳ ຢູ່ຕາມແມ່ນ້ຳສາຍຕ່າໆ ຂອງໂລກບໍ່ສາມາດຄາດຄະເນໄດ້.
ພາບຂອງຜູ້ອະວຸໂສຊາວອາຟຣິກາ ກໍາລັງຍ່າງຢູ່ເທິງເວທີເດີນແຟຊັ້ນໄດ້ກາຍເປັນເລື້ອງຮືຮາກັນຫລາຍໃນສື່ສັງຄົມ ໂດຍທີ່ມີຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ ຫລື AI ເພື່ອທ້າທາຍຄວາມຄິດແບບດັ້ງເດີມກ່ຽວກັບຜູ້ສູງອາຍຸອາຟຣິກາ.
ການເກັບແລະເອົາອາຍຄາບອນອອກຈາກສິ່ງແວດລ້ອມຂອງພວກເຮົາ ແມ່ນວິທີການອັນນຶ່ງ ທີ່ພວກນັກວິທະຍາສາດກໍາລັງຕໍ່ສູ້ກັບການປ່ຽນແປງຂອງ ດິນຟ້າອາກາດ. ບໍລິສັດດ້ານເທັກໂນໂລຈີ ທີ່ເລີ້ມຕົ້ນໃໝ່ແຫ່ງນຶ່ງ ໃນນະຄອນ ລອສ ແອນເຈີລີສ ກໍາລັງພັດທະນາວິທີ ທີ່ຈະດຶງເອົາອາຍຄາບອນໄດອອກໄຊ ອອກຈາກມະຫາສະຫມຸດ.
ນັກສິລະປິນເທີກີ, ທ່ານຣີຟິກ ອານາໂດລ (Refik Anadol) ສ້າງ "ຮູບແຕ້ມຂອງຂໍ້ມູນ" ແລະ "ປະຕິມາກໍາຂອງຂໍ້ມູນ" ຂຶ້ນມາໂດຍການໃຊ້ຊອບແວທີ່ສ້າງຂຶ້ນ ມາສະເພາະເພື່ອປ່ຽນຊຸດຂໍ້ມູນໃຫ້ກາຍເປັນສິລະປະ
ສໍາລັບນັກສິລະປິນເທີກີ, ທ່ານຣີຟິກ ອານາໂດລ (Refik Anadol) ແລ້ວ ປັນຍາປະດິດ ແມ່ນວິທີການອັນນຶ່ງ ໃນດ້ານການຂະຫຍາຍສິ່ງທີ່ຄົນເຫັນຢູ່ໃນສິລະປະ ແລະວິທີທີ່ພວກເຂົາເບິ່ງມັນ.
ສໍາລັບຜູ້ຈັດການນໍ້າໃນເຂດທີ່ປະສົບໄພແຫ້ງແລ້ງ ການພະຍາກອນຢ່າງຖືກຕ້ອງແມ້ນຢໍາ ກ່ຽວກັບວ່າ ຈະມີນໍ້າໄວ້ໃຫ້ໃຊ້ຫລາຍປານນັ້ນ ແມ່ນມີຄວາມສໍາຄັນຫຼາຍ. ໃນສາລະຄະດີ LogOn ມືນີ້ ແມັຕ ດິບໂບ ຈະມາສະແດງໃຫ້ເຫັນວ່າ ເທັກໂນໂລຈີ ໃນການຮັບສັນຍານທາງໄກ ກໍາລັງຊ່ວຍພວກທີ່ຢູ່ເທິງພູຣອກກີ ໄດ້ແນວໃດ?
ພວກນັກຄົ້ນຄວ້າ ຢູ່ມະຫາວິທະຍາໄລ ໃນລັດແມຣີແລນ ຂອງສະຫະ ລັດ ກໍາລັງໃຊ້ປັນຍາປະດິດເພື່ອວິນິດໄສ ແລະປິ່ນປົວພະຍາດທີ່ຮ້າຍແຮງໄດ້ດີ ກວ່າເກົ່າ. Julie Taboh ນັກຂ່າວຂອງວີໂອເອ ມີລາຍລະອຽດເພີ່ມເຕີມ ຢູ່ໃນ ລາຍການ LogOn ມື້ນີ້
ໂຫລດຕື່ມອີກ
No live streaming currently available