ນະຄອນແຊນດີເອໂກ ເປັນເມືອງທີ່ໃຫຍ່ສຸດອັນດັບສອງຂອງລັດ ຄາລິຟໍເນຍ ແລະ ເປັນເມືອງທີ່ສວຍງາມຫຼາຍຕັ້ງຢູ່ແຄມຝັ່ງມະຫາສະໝຸດປາຊີຟິກ.
ຄອບຄົວ ຍານາງສີດາ ຈັນສົມບັດ ຢູ່ເມືອງສປຣິງຟີລ ແຟແຟັກສ໌ ຄາວຕີ ລັດເວີຈີເນຍ ຊຶ່ງໃນປັດຈຸບັນນີ້ ເພິ່ນແລະສາມີ ໄດ້ກະສຽນອອກກິນເບ້ຍບຳນານແລ້ວ ແລະໄດ້ມີຈິດໃຈໃສສັດທາສາສະໜາພຸດ ຈຶ່ງໄດ້ອຸທິດທັງຊັບສິນ ເວລາ ແລະເຫື່ອແຮງສ້າງສາວັດລາວພຸດທະເມດຕາ
ເຊິ່ງໃນການມາຕັ້ງຖິ່ນຖານໃໝ່ ເພິ່ນແລະຄອບ ກໍເໝືອນກັບອົບພະຍົບຄົນອື່ນໆ ແຕ່ດ້ວຍການຊ່ວຍເຫຼືອ ແລະສະໜັບສະໜຸນຈາດລັດຖະບານ ເພິ່ນຈຶ່ງສາມາດສ້າງສາຊີວິດຄອບຄົວໃຫ້ດິຂຶ້ນ ແລະກໍຊ່ວຍສ້າງວຽກເຮັດງານທໍາ ໃຫ້ແກ່ຊຸມຊົນນໍາອີກດ້ວຍ
ທ່ານ ອາເລັກສ໌ ເກີດຢູ່ສູນອົບພະຍົບ ອຸບົນ ໃນປະເທດ ໄທ. ລາວໄດ້ມາຮອດ ລັດ ວິສຄອນຊິນ ຂອງ ສະຫະລັດ ປີ 1982, ໂດຍໄດ້ຮັບການສະໜັບສະໜູນ ຈາກໂບດ ລູເຕິນ ໃນລັດ ວິສຄອນຊິນ.
ຍານາງສົມລົດ ໂຊກດີທີ່ໄດ້ພົບກັບສາມີແລະພີ່ນ້ອງຄອບຄົວຊາວອາເມຣິກັນ ທີ່ເປັນຄົນມີຈິດໃຈດີເອື້ອເຟື້ອເພື່ອແພ່ ໃຫ້ການຊ່ອຍເຫຼືອທຸກຢ່າງແລະໃຫ້ຄຳປຶກສາແກ່ຍານາງ ເວລາຕົກທຸກໄດ້ຍາກ ຈຶ່ງສາມາດຜ່ານພ່າອຸປະສັກຕ່າງໆນາໆໄດ້
ທ່ານນິຍົມສຸກ ຍອຍສາຍຄຳ ໃນສະຫະລັດ ຕັ້ງແຕ່ປີ 1980. ປັດຈຸບັນນີ້ ທ່ານໄດ້ກາຍເປັນນັກທຸລະກິດຕົບແຕ່ງແລະ ດັດແປງອາຄານໃຫຍ່ໆ ທີ່ປະສົບຜົນສຳເລັດສູງ ໃນເມືອງມີລວອກກີ, ລັດວິສຄອນຊິນ.
ລັດຮາວາຍ ເປັນເກາະທີ່ຕັ້ງຢູ່ກາງມະຫາສະໝຸດປາຊີຟິກ, ຂີ່ເຮືອບິນຈາກນະຄອນ ໂຮໂຮລູລູ ໄປຫາລັດ ຄາລິຟໍເນຍ ປະມານ 5 ຊົ່ວໂມງ ແລະ ໄປຫານະຄອນຫຼວງ ວໍຊິງຕັນ ແມ່ນ 10 ຊົ່ວໂມງ.
ຫຼັງຈາກທີ່ໄດ້ກະສຽງແລ້ວ ເພິ່ນເອງ ກໍຍັງເບິ່ງແຍງລູກຫຼານແລະແມ່ ທີ່ມີອາຍຸ 90 ກວ່າປີ ຊຶ່ງອາໄສຢູ່ນຳເພິ່ນ ແລະວຽກງານກ່ຽວກັບຊຸມຊົນລາວແລະສັງຄົມລາວ ເພິ່ນກໍບໍ່ໄດ້ປ່ອຍປະລະເລີຍ.
ນອກຈາກມີຄວາມມຸ້ງໝັ້ນຕໍ່ການສ້າງສາປະເທດຊາດ ແລະຊ່ວຍເຫລືອປະຊາຄົມຕ່າງໆ ໃນສະຫະລັດແລ້ວ ທ່ານນາງສຸພາ ທີ່ແມ່ແລະແມ່ຕູ້ເກີດຢູ່ບ້ານດອນໜູນນັ້ນ ຍັງມີຄວາມສົນໃຈຢາກໄປລົງທຶນຢູ່ລາວອີກດ້ວຍ.
ທ່ານນາງ ບັອບບີ ກ່າວວ່າ ກິລາ ພິກໂກບອລ ແມ່ນກຳລັງຂະຫຍາຍຕົວຢ່າງວ່ອງໄວ ເຊິ່ງດຽວນີ້ມີນັກກິລາທີ່ໄດ້ລົງຖະບຽນແລ້ວຫ້າລ້ານກວ່າຄົນ.
ທ່ານສີພອນ ເລົ່າໃຫ້ຟັງຕື່ມອີກວ່າ ໃນຊ່ວງທີ່ເລີ້ມເຮັດທຸລະກິດຮ້ານຂາຍເຄື່ອງມາຢູ່ນັ້ນ ເພິ່ນກໍພະຍາຍາມລົງທຶນໃນທຸລະກິດ ຮ້ານອາຫານຕື່ມ ໃນຂະນະດຽວກັນ ກໍໄດ້ອົນທົນສູ້ຊົນກັບໂຣກໝາກໄຂ່ຫຼັງມາຕະຫຼອດ
ຄົນລາວທີ່ຍົກຍ້າຍຖິ່ນຖານ ມາຢູ່ ສະຫະລັດ ມີອາຊີບທຳມາຫາກິນ ຫຼາຍປະເພດ, ສ່ວນຫຼາຍທີ່ເຮົາມັກໄດ້ຍິນຈະເປັນຄົນປາດຊີ້ນຢູ່ບໍລິສັດ, ເປັນຂ້າລັດຖະການ, ຊ່າງແປງລົດ, ແລະ ຮ້ານອາຫານ.
ໂຫລດຕື່ມອີກ
No live streaming currently available