ຈີນ ຮຽກໂຕເອກອັກຄະລັດຖະທູດຟີລິບປິນເຂົ້າພົບ ໃນວັນອັງຄານວານນີ້ ເພື່ອປະທ້ວງ ການສົ່ງສານສະແດງຄວາມຍິນດີ ຂອງປະທານາທິບໍດີເຟີດີນານ ມາກອສ ໄປຍັງປະທານາທິບໍດີ ນິຍົມເອກກະລາດ ທີ່ໄດ້ຮັບເລືອກໃໝ່ ຂອງໄຕ້ຫວັນ
ນີ້ແມ່ນນຶ່ງ ໃນເກົ້າຖານທັບ ທີ່ສະຫະລັດໄດ້ຮັບອະນຸຍາດ ໃຫ້ນຳໃຊ້ ພາຍໃນຂໍ້ຕົກລົງເສີມຂະຫຍາຍການຮ່ວມມື ໃນດ້ານປ້ອງກັນປະເທດ ຫຼື EDCA ລະຫວ່າງວໍຊິງຕັນແລະມະນີລາ
ທ່ານເຊີເຊສ ຕຣີນີແດດ, ຜູ້ບັນຊາການດ້ານປະຊາສຳພັນຂອງກອງທັບຟີລິບປິນ ກ່າວວ່າ "ພວກເຮົາຂໍຢືນຢັນ ການປະກົດຕົວຂອງກຳປັ່ນກອງທັບເຮືອປົດປ່ອຍປະຊາຊົນຈີນ 2 ລຳ ຈາກໄລຍະໄກ"
ກອງທັບຈີນກ່າວວ່າ ພວກທະຫານຢູ່ໃນເຂດດັ່ງກ່າວ ແມ່ນໄດ້ຮັບຄຳສັ່ງ ໃຫ້ຢູ່ໃນທ່າກຽມພ້ອມຢ່າງເຕັມທີ່ ໃນທຸກເວລາ
ການໃຫ້ຄວາມເຫັນດັ່ງກ່າວມີຂຶ້ນນຶ່ງມື້ຫຼັງຈາກໜັງສືພິມປະຊາຊົນລາຍວັນ ປາກກະບອກສຽງຂອງພັກຄອມມູນິສຈີນ ຂຽນວ່າ ຟີລິບປິນແມ່ນກາງຕໍ່ການສະໜັບສະໜຸນຂອງສະຫະລັດ ເພື່ອສືບຕໍ່ທ້າທາຍຍົ້ວຍຸຕໍ່ຈີນ
ສື່ມວນຊົນຂອງທາງການຈີນ ໄດ້ກ່າວຫາຟີລິບປິນວ່າ ຍັງສືບຕໍ່ລ່ວງລະເມີດຊ້ຳແລ້ວຊ້ຳອີກ ຕໍ່ເຂດນ້ຳແດນດິນຂອງຈີນ ໃນທະເລຈີນໃຕ້ ໂດຍເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງ ແລະສົມຮູ້ຮ່ວມຄິດກັບກຳລັງພາຍນອກ ເພື່ອສ້າງບັນຫາ
ຈີນ ແລະ ຟີລິບປິນ ຕ່າງກໍໄດ້ກ່າວຢ້ຳ ເຖິງຄວາມຈຳເປັນທີ່ຈະໃຊ້ການສົນທະນາເພື່ອແກ້ໄຂບັນຫາລະຫວ່າງສອງປະເທດທ່າມກາງຄວາມເຄັ່ງຕຶງໃນທະເລຈີນໃຕ້
ບັນຫາໃນທະເລຈີນໃຕ້ແມ່ນແກ້ໄຂໄດ້ຍາກ.
ຈີນ ໃນຂະນະດຽວກັນ ກໍກ່າວຫາສະຫະລັດ ຊຶ່ງເປັນຄູ່ແຂ່ງທີ່ສຳຄັນວ່າ ຊຸກຍູ້ໃຫ້ຟີລິບປິນ ທີ່ເປັນພັນທະມິດ ຕາມສົນທິສັນຍານັ້ນ ຍົ້ວຍຸຈີນ ເພື່ອຈຸດປະສົງຂອງຕົນ ແຕ່ບໍ່ໄດ້ສະໜອງຫຼັກຖານໃດໆ
ເຈົ້າໜ້າທີ່ຟີລິບປິນກ່າວວ່າ ໜ່ວຍຍາມຝັ່ງຂອງຈີນໄດ້ແນທໍ່ສີດນ້ຳຂະໜາດໃຫຍ່ ໃສ່ກຸ່ມເຮືອຂອງຟີລິບປິນ ແລະ ແລ່ນຕໍາໃສ່ເຮືອລຳນຶ່ງໃນນັ້ນຢ່າງແຮງ
“ສະຫະລັດໄດ້ບ່ອນທຳລາຍຢ່າງຮ້າຍແຮງຕໍ່ສັນຕິພາບ ແລະສະຖຽນລະພາບຢູ່ໃນຂົງເຂດ” ໂຄສົກຂອງກອງກຳລັງປະຕິບັດງານ ໃນເຂດພາກໃຕ້ຂອງຈີນ ໄດ້ກ່າວຢູ່ໃນຖະແຫຼງການ ໂດຍເວົ້າຕື່ມວ່າ ສະຫະລັດລົບກວນທະເລຈີນໃຕ້ ແລະອະທິປະໄຕຂອງຈີນ
ປັກກິ່ງໄດ້ອ້າງເອົາກຳມະສິດສ່ວນໃຫຍ່ ໃນທະເລຈີນໃຕ້ ຮວມທັງເຂດນ່ານນ້ຳແລະເກາະດອນຕ່າງໆ ທີ່ຢູ່ໃກ້ກັບແຄມຝັ່ງຂອງປະເທດເພື່ອນບ້ານ ແລະບໍ່ໄດ້ເອົາຫົວຊາ ຕໍ່ການຕັດສິນຂອງສານລະຫວ່າງປະເທດທີ່ເວົ້າວ່າ ການອ້າງເອົາກຳມະສິດຂອງຕົນນັ້ນ ບໍ່ມີພື້ນຖານທາງດ້ານກົດໝາຍ
ໂຫລດຕື່ມອີກ