ຕາມປົກກະຕິແລ້ວ ມາເລເຊຍຈະມິດງຽບ ຫລືປະທ້ວງ ບໍ່ໃຫ້ສາທາລະນະຊົນຮູ້ ເມື່ອກໍາປັ່ນຈີນ ແລ່ນເຂົ້າໄປໃນເຂດນ່ານນໍ້າ ທີ່ກົວລາລໍາເປີເຫັນວ່າເປັນຂອງຕົນ.
ກະຊວງປ້ອງກັນປະເທດຂອງໄຕ້ຫວັນ ກ່າວວ່າ ກຳປັ່ນລົບດັ່ງກ່າວ ໄດ້ແລ່ນຜ່ານຊ່ອງແຄບ ໂດຍມຸ່ງໜ້າໄປທາງທິດໃຕ້ ແລະ “ເປັນສະຖານະການທີ່ທຳມະດາ.”
ທະຫານບ້ານທາງທະເລຂອງຫວຽດນາມ ໃນທະເລຈີນໃຕ້ ສະແດງໃຫ້ເຫັນຮ່ອງຮອຍວ່າ ມີກໍາລັງເພີ້ມຂຶ້ນ ໃນທົດສະວັດຜ່ານມານີ້.
ການສັບປ່ຽນກັນຊ້ອມລົບຂອງທະຫານລະຫວ່າງ ສະຫະ ລັດກັບຈີນໃນທະເລຢູ່ຂົງເຂດເອເຊຍທີ່ມີການຂັດແຍ້ງກັນໃນອາທິດນີ້ ແມ່ນກາຍເປັນເຫດການປົກກະຕິແບບໃໝ່ໄປແລ້ວ.
ຈີນ ມີກອງກຳລັງທະຫານ ທີ່ເຂັ້ມແຂງທີ່ສຸດ ພາຍໃນບັນດາ 6 ປະເທດ ທີ່ອ້າງເອົາກຳມະສິດ ຊຶ່ງໄດ້ກະຕຸ້ນໃຫ້ປະເທດອື່ນໆ ຫັນໄປຫາສະຫະລັດ ເພື່ອການສະໜັບສະໜຸນ.
ອົງການຈັດຕັ້ງຂອງລັດຖະບານກ່າວວ່າ ການເຕົ້າໂຮມກັນຂອງກຳປັ່ນ ທີ່ຕິດທຸງຈີນ ພ້ອມດ້ວຍກຳປັ່ນທະຫານເຮືອຂອງຈີນ 4 ລຳ ຢູ່ທີ່ເກາະທຽມ ທີ່ຈີນໄດ້ສ້າງຂຶ້ນ.
ລັດຖະບານທ່ານທຣຳ ໄດ້ສົ່ງກຳປັ່ນລົບ ຂອງກອງທັບເຮືອ ໄປຍັງທະເລຈີນໃຕ້ 10 ເທື່ອ ໃນປີ 2019 ແລະອີກ 10 ເທື່ອໃນປີກາຍນີ້ ອີງຕາມຄຳເວົ້າຂອງໂຄສົກ ກອງບັນຊາການໃນເຂດອິນໂດ-ປາຊີຟິກ.
ລັດຖະມົນຕີປ້ອງກັນປະເທດຟີລິບປິນ ຮຽກຮ້ອງໃຫ້ກໍາປັ່ນຂອງຈີນ ຫຼາຍກວ່າ 200 ລຳ ທີ່ທ່ານກ່າວວ່າ ມີພວກທະຫານບ້ານຕິດອາວຸດຢູ່ໃນນັ້ນ ອອກຈາກບໍລິເວນທະເລຈີນໃຕ້ ທີ່ມະນີລາອ້າງເອົາກໍາມະສິດວ່າເປັນຂອງຕົນ.
ບັນດານັກຊ່ຽວຊານ ໃນເຂດເອເຊຍປາຊິຟິກເຊື່ອວ່າ ຈີນ ຈະໃຊ້ກົດໝາຍນີ້ ເພື່ອຊຸກຍູ້ການອ້າງເອົາກຳມະສິດປະ ມານ 90 ເປີເຊັນ ຂອງທະເລຈີນໃຕ້ ທີ່ຕັ້ງຢູ່ໃນເຂດພາກຕາເວັນຕົກ ຂອງມະຫາສະໝຸດປາຊິຟິກ.
ບຣູນາຍ ຈີນ ມາເລເຊຍ ຟີລິບປິນ ໄຕ້ຫວັນ ແລະຫວຽດນາມ ຕ່າງກໍອ້າງເອົາກຳມະສິດທັງໝົດ ຫຼືສ່ວນໃດສ່ວນນຶ່ງ ຂອງທະເລ ທີ່ຍາວຢຽດຈາກຮົງກົງ ໄປເຖິງເກາະບໍນຽວ.
ອົງການຄຸ້ມຄອງຄວາມປອດໄພທາງທະເລ ຂອງຈີນ ປະກາດໃນເດືອນແລ້ວນີ້ວ່າ ການຊ້ອມລົບຈະມີຂຶ້ນແຕ່ວັນທີ 1 ຫາ 31 ມີນາ ຢູ່ໃນທະເລຈີນໃຕ້ ແລະຈະມີຂຶ້ນ ຢູ່ທາງກ້ຳຕາຂອງແຫຼມໄຫຼໂຈວ.
ກອງທັບເຮືອຂອງ ຈີນ ໄດ້ຫຼີກລ່ຽງສົງຄາມ, ເຊິ່ງແມ່ນສະໜາມລົບ ທີ່ອາດມີຄວາມເສຍປຽບ ແຕ່ຂະໜາດຂອງກອງທັບເຮືອ ຈະໝາຍຄວາມວ່າ ບັນດາຜູ້ນຳ ຈີນ ສາມາດຫາທາງ ທີ່ຈະເຈລະຈາກັບປະເທດອື່ນໆໃນເອເຊຍ.
ໂຫລດຕື່ມອີກ