ການໄປເຖິງຂອງກຳປັ່ນລົບຈີນ ຂົ່ມຂູ່ທີ່ຈະເຮັດໃຫ້ເກີດ ຄວາມເຄັ່ງຕຶງເພີ້ມຂຶ້ນ ຫຼັງຈາກທີ່ມັນໄດ້ຈົມ ກຳປັ່ນຂອງຫວຽດນາມ ໃນວັນທີ 2 ເມສາຜ່ານມານີ້.
ຈີນແລະມາເລເຊຍ ປະເທດທີ່ເຄີຍເປັນເພື່ອນເກົ່າກັນ ທີ່ມີສາຍພົວພັນທາງການຄ້າ ແລະການລົງທຶນທີ່ມີຄວາມສັບສົນ ບໍ່ເຫັນພ້ອມນຳກັນ ກ່ຽວກັບສິດຂອງມາເລເຊຍ ໃນການຂະຫຍາຍອະທິປະໄຕ ຂອງປະເທດດັ່ງກ່າວ.
ໃນມື້ວັນພຸດຜ່ານມາ ຄະນະເຮັດວຽກ ກ່ຽວກັບ ການຮ່ວມມືທາງທະເລ ລະຫວ່າງຫວຽດນາມ ແລະຈີນ ໄດ້ປະຊຸມກັນເປັນຮອບທີ 13 ທີ່ນະຄອນໂຮ່ຈິມິນ.
ຫວຽດນາມໄດ້ຮັບການສະໜັບສະໜຸນສອງເທົ່າຈາກສະຫະລັດໃນດ້ານການທູດໃນເຂດເດີນເຮືອທາງທະເລ ໃນອາທິດແລ້ວນີ້.
ທ່ານພອມພຽວ ໄດ້ກ່າວໃນຄຳປາໄສ ຢູ່ທີ່ນະຄອນນິວຢອກ ວ່າ “ພວກເຮົາໄດ້ລັ່ງເລໃຈ ແລະບໍ່ໄດ້ເຮັດຫຍັງຫຼາຍ ໄປກວ່າທີ່ພວກເຮົາຄວນເຮັດ ໃນເມື່ອຈີນ ຂົ່ມຂູ່ບັນດາປະເທດເພື່ອນບ້ານຂອງຕົນ ເຊັ່ນຫວຽດນາມແລະຟີລິບປິນ
ບັນດາປະມຸກລັດ ຂອງສິບປະເທດ ເອເຊຍ ຕາເວັນອອກສຽງໃຕ້ ຈະຈັດກອງປະຊຸມປະຈຳປີ ທີ່ພິເສດຂອງເຂົາເຈົ້າໃນອາທິດໜ້າ.
ປະທານາທິບໍດີອິນເດຍ ແລະຟີລິບປິນ ໄດ້ຕັດສິນໃຈ ທີ່ຈະເຮັດວຽກຮ່ວມກັນ ໃກ້ຊິດຍິ່ງຂຶ້ນ ໃນດ້ານປ້ອງກັນປະເທດ ແລະຄວາມໝັ້ນຄົງ.
ກຳປັ່ນສແຕຣັດຕັນ (Stratton) ເດີນທາງອອກຈາກ ອ່າວປູເອໂຕ ປຣິນເຊຊາ ໃນເກາະປາລາວານ ໃນວັນພະຫັດວານນີ້ ພ້ອມກັບກຳປັ່ນລົບ ຂອງກອງທັບເຮືອສະຫະລັດ ອື່ນໆອີກ 4 ລຳ.
ກຳປັ່ນຍາມຝັ່ງຂອງຈີນ ໄດ້ໃຊ້ເວລາ 70 ເປີເຊັນ ໃນປີກາຍນີ້ ລາດຕະເວນ ຢູ່ໃນບໍລິເວນ ທີ່ອ້າງເອົາກຳມະສິດ ໂດຍມາເລເຊຍ ໃນທະເລຈີນໃຕ້ ອີງຕາມຄຳເວົ້າ ຂອງພວກນັກວິໄຈອາເມຣິກັນກຸ່ມນຶ່ງ.
ກຳປັ່ນພະຍາບານ ທີ່ຍາວ 178 ແມັດ ທີ່ເລີ້ມສ້າງໃນປີ 2008 ຈະສະໜອງການປະຕິບັດງານ ເພື່ອຊ່ວຍເຫຼືອທາງ ດ້ານມະນຸດສະທຳ ລະຫວ່າງປະເທດ ອີງຕາມລາຍງານ ອົງການຂ່າວຊິນຫົວ ຂອງທາງການຈີນ.
ພວກເຈົ້າໜ້າທີ່ທະຫານ ຂອງສະຫະລັດ ແລະຂອງສະມາຄົມອາຊ່ຽນ ທີ່ຈະຮວມທັງ ອິນໂດເນເຊຍ ຫວຽດນາມ ແລະຟີລິບປິນ ຈະຊ້ອມລົບ ໃນອາທິດທຳອິດ ຂອງເດືອນກັນຍາ ໃກ້ໆກັບປະເທດໄທ.
ຈີນແລະຫວຽດນາມ ຕ່າງກໍອ້າງເອົາກຳມະສິດ ໃນເຂດພາກຕາເວັນຕົກ ຂອງທະເລຈີນໃຕ້ ທີ່ມີພື້ນທີ່ທັງໝົດ 3 ລ້ານ 5 ແສນຕາລາງກິໂລແມັດ.
ໂຫລດຕື່ມອີກ